|
|
 |
| (GMT+08:00)
2005-01-06 22:38:23
|
 |
|
ທ່ານເວີນເຈຍປາວກ່າວຄຳປາໄສໃນກອງປະຊຸມວິສາມັນບັນດາຜູ້ນຳອາຊຽນກ່ຽວກັບບັນຫາຫຼັງແຜ່ນດິນໄຫວແລະຄື້ນທະເລຊູນາມີ
cri
Author: zl
ຕາມຂ່າວCRI:ໃນກອງປະຊຸມສະໄໝວິສາມັນບັນດາຜູ້ນຳອາຊຽນກ່ຽວກັບບັນຫາຫຼັງແຜ່ນດິນໄຫວແລະຄື້ນທະເລຊູນາມີທີ່ຈັດຂຶ້ນຢູ່ຢາກາກຕາ ນະຄອນຫຼວງອິນໂດເນເຊຍໃນວັນທີ 6 ມັງກອນ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ກ່າວຄຳປາໄສທີ່ພາດຫົວຂໍ້ວ່າ"ຮ່ວມໃຈຮ່ວມແຮງ,ສ້າງບ້ານແປງເມືອງທີ່ສວຍງາມຄືນໃໝ່".
ໃນເວລາກ່າວຄຳປາໄສ,ທ່ານເວີນເຈຍປາວຕາງໜ້າລັດຖະບານຈີນສະເໜີຂໍ້ສະເໜີລະອຽດຫຼາຍຂໍ້ກ່ຽວກັບວຽກງານກູ້ໄພແລະສ້າງສາຄືນໃໝ່.ທ່ານເວີນເຈຍປາວກ່າວວ່າ,ເພື່ອຕອບສະໜອງຄຳຮຽກຮ້ອງຂອງສະຫະປະຊາຊາດ,ລັດຖະບານຈີນຕົກລົງວ່າ,ບົນພື້ນຖານຄຳໝັ້ນສັນຍາເກົ່າ,ຈະສະໜອງ 20 ລ້ານໂດລາສະຫະລັດອີກ,ໃຊ້ເຂົ້າໃນການກອບກູ້ແລະສ້າງສາຄືນໃໝ່ຫຼາຍຝ່າຍ.
ທ່ານເວີນເຈຍປາວເວົ້າວ່າ,ເພື່ອສ້າງກົນໄກເຕືອນໄພຄື້ນທະເລຊູນາມີທີ່ມີປະສິດທິຜົນ,ຈີນຈະຈັດກອງປະຊຸມສຳມະນາເຕືອນໄພຄື້ທະເລຊູນາມີຈີນ-ອາຊຽນຢູ່ທີ່ປັກກິ່ງໃນວັນທີ 25 ແລະວັນທີ 26 ເດືອນມັງກອນ.
ໃນໄລຍະຢູ່ຢາກາກຕາ,ທ່ານເວີນເຈຍປາວຍັງໄດ້ພົບປະສອງຕໍ່ສອງກັບຜູ້ນຳຂອງອິນໂດເນເຊຍ ສີລັງກາ ແລະໄທເປັນຕົ້ນ,ທັງພົບປະທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ.ທ່ານເວີນເຈຍປາວຍັງຕາງໜ້າລັດຖະບານຈີນມອບພັດສະດຸຊ່ອຍເຫຼືອທີ່ຕົກເປັນເງິນ 4 ລ້ານຢວນທີ່ຝ່າຍຈີນສະໜອງໃຫ້ຝ່າຍທີ່ກ່ຽວຂ້ອງຂອງອິນໂດເນເຊຍ.ນີ້ແມ່ນພັດສະດຸຊ່ອຍເຫຼືອງວດທີສາມທີ່ຈີນສະໜອງໃຫ້ອິນໂດເນເຊຍ.
ທ່ານເວີນເຈຍປາວໄດ້ອອກເດີນທາງກັບຄືນປະເທດຫຼັງຈາກສິ້ນສຸດການເຄື່ນອໄຫວຕ່າງໆຢູ່ຢາກາກຕາໃນມື້ດຽວກັນ.
|
|
|