ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 22:47:32    
ຈີນ​ຈະ​ຈັດ​ກອງ​ປະຊຸມສຳ​ມະ​ນາ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ຈີນ-ອາ​ຊຽນ​ໃນ​ທ້າຍ​ເດືອນ​ມັງກອນນີ້

cri Author: zl
ຕາມ​ຂ່າວCRI:ວັນ​ທີ 6 ມັງກອນ,​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມສະ​ໄໝວິສາມັນ​ບັນດາຜູ້ນຳອາ​ຊຽນ​ກ່ຽວ​ກັບ​ບັນຫາຫຼັງ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີຢູ່​ຢາ​ກາກ​ຕາ​ນະຄອນຫຼວງ​ອິນ​ໂດ​ເນ​ເຊຍ,ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ,​ເພື່ອ​ສ້າງ​ກົນ​ໄກ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ມີ​ປະສິດທິ​ຜົນ,ຈີນ​ຈະຈັດກອງ​ປະຊຸ​​ມ​ສຳ​ມະ​ນາຄົ້ນຄວ້າ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ຈີນ-ອາ​ຊຽນຢູ່​ທີ່​ປັກ​ກິ່ງ​ແຕ່​ວັນ​ທີ 25 ຫາ​ວັນ​ທີ 26 ​ເດືອນ​ມັງກອນ.

ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ,ກອງ​ປະຊຸມສຳ​ມະ​ນາຈະ​ເຊີນ​ຜູ້​ຂອງ​ປະ​ເທດ​ອາຊຽນ ອິນ​ເດຍ ສີ​ລັງກາ​ແລະມານ​ດິວ​​ພ້ອມ​ກັບ​ຜູ້​ຊ່ຽວຊານ​ຂອງ​ອົງການ​ຈັດຕັ້ງສາກົນ​ສ່ວນ​ໜຶ່ງ​ຮ່ວມ​ປະຊຸມ.ທ່ານ​ຍັງ​ສະ​ເໜີ​ໃຫ້​ນຳ​ໃຊ້​ກອງທຶນ​ຮ່ວມ​ມື​ສາທາລະນະ​ສຸກ​ຈີນ​-ອາ​ຊຽນ,ຈັດກອງ​ປະຊຸມ​ສຳ​ມະ​ນາປ້ອງ​ກັນ​ພະຍາດ​ຫຼັງ​ໄພພິບັດ​ອາ​ຊຽນ​ຈີນ,ຖື​ການຫຼຸດຜ່ອນ ​ປ້ອງ​ກັນແລະ​ກູ້​ໄພ​ເປັນ​ຂົງ​ເຂດ​ຈຸດ​ໜັກ​ແຫ່ງ​ການ​ຮ່ວມ​ມື​ແລະການສົນທະນາລະຫວ່າງ​ຈີນ​ອ​າ​ຊຽນ ອາ​ຊຽນ​ແລະຈີນ​ຍີ່ປຸ່ນ​ສ.​ເກົາຫຼີ ຈົນກະທັ້ງ​ໃນ​ທົ່ວ​ອາ​ຊີ.

ທ່ານ​ເວີນ​ເຈຍ​ຍັງ​ເວົ້າວ່າ,​ໃນ​ທ້າຍ​​ເດືອນ​ນີ້,ພັດສະດຸ​ແລະ​ເງິນ​ຊ່ອຍ​ເຫຼືອ​ທີ່ລັດຖະບານ​ຈີນ​ສະໜອງ​ໃຫ້ນັ້ນຈະ​ມີ​ກວ່າ​ເຄິ່ງ​ສົ່ງ​ໄປ​ຮອດ​ເຂດ​ປະສົບ​ໄພ.ນອກ​ນີ້,ລັດຖະບານ​ຈີນ​ຍິນ​ດີ​ຊ່ອຍ​ເຫຼືອປະ​ເທດອ້ອມ​ຂ້າງ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ປະສົບ​ໄພ ສ້າງຕັ້ງສູນ​ແລະ​ລະບົບ​ເຄືອ​ຄ່າ​ຍ​ຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ແລະເຕືອນ​ໄພຄື້ນທະ​ເລ​ຊູ​ນາ​ມີ;ຝ່າຍ​ຈີນ​ຍິນ​ດີ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຫຼຸດຜ່ອນ​ໄພ​ພິບັດ​ອາຊີ,ຫວັງ​ຫາລື​​ແລະເຊັນ​ສັນຍາ​ກູ້​ໄພ​ສອງ​ຕໍ່​ສອງ​ຫຼື​ຫຼາຍ​ຝ່າຍກັບ​ອາ​ຊຽນ​ແລະ​ປະ​ເທດ​ອາຊີ​ໃຕ້;ຝ່າຍ​ຈີນ​ຍິນ​ດີ​ອອກ​ເງິນ​ຈັດການ​​ແລກປ່ຽນ​ບົດຮຽນ​ໃນ​ດ້ານ​ປ້ອງ​ກັນ​​ໄພ​ແລະ​ກູ້​ໄພ​ແລະ​ໂຄງການ​ອົບຮົມ​ທີ່​ກ່ຽວຂ້ອງ;ດຳ​ເນີນ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ດ້ານ​ຊັບພະຍາກອນ​ມະນຸດ​ເປັນຕົ້ນ.