ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-06 22:47:38    
ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ວິສາມັນ​ບັນດາຜູ້ນຳ​ອາຊຽນ

cri


ຕາມ​ຂ່າວCRI: ​ໃນ​ກອງ​ປະຊຸມ​ວິສາມັນ​ບັນດາຜູ້ນຳ​ອາຊ​ຽນກ່ຽວ​ກັບ​ບັນຫາ​ຫລັງ​ແຜ່ນດິນ​ໄຫວ​ແລະ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ທີ່​ຈັດ​ຂຶ້ນ​ຢູ່​ຢາ​ກາ​ຕາ ນະຄອນຫລວງ​ອິນ​ໂດ​​ເນ​ເຊຍ​ໃນ​ວັນ​ທີ 6 ມັງກອນ,ທ່ານ​ເວີ່ນ​ເຈຍປາວ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໄສ,ຕາງຫນ້າ​ລັດຖະບານ​ຈີນ​ວາງ​ຂໍ້​ສ​ະ​ເຫ​ນີລະອຽດ​ຫລາຍ​ຂໍ້​ຕໍ່​ວຽກ​ງານ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃຫມ່.ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ,ຮອດ​ທ້າຍ​ເດືອນ​ນີ້,ພັດສະດຸ​ແລະ​ເງິນ​ທຶນ​ທີ່​ລັດຖະບານ​ຈີນ​ຮັບປາກ​ຊ່ອຍ​ເຫືຼອປະ​ເທດ​ປະສົບ​ໄພ​ນັ້ນຈະ​ສົ່ງ​ໄປ​ເຖິງ​ເຄິ່ງຫນຶ່ງ​ຂຶ້ນ​ໄປ.ທ່ານ​ເວົ້າວ່າ,ລັດຖະບານ​ຈີນ​ຈະສືບຕໍ່​ໃຫ້ການ​ຊ່ອຍ​ເຫືຼອ​ແກ່​ປະ​ເທດ​ປະສົບ​ໄພ​ຕາມ​ຄວາມ​ຕ້ອງການ​ຂອງ​ປະ​ເທດ​ປະສົບ​ໄພ,.ພ້ອມ​ກັນນັ້ນ,ລັດຖະບານ​ຈີນ​ຍິນ​ດີ​ຊ່ອຍ​ເຫືຼອປະ​ເທດ​ປະສົບ​ໄພ​ສ້າງ​ລະບົບ​ປ້ອງ​ກັນ​ໄພ​ແລະ​ຕ້ານ​ໄພ,​ແລະ​ຈະ​ເຂົ້າຮ່ວມ​ການ​ສ້າງສາ​ແລະ​ພັດທະນາ​ຄືນ​ໃຫມ່​ຢູ່​ເຂດ​ປະສົບ​ໄພ​ດ້ວຍ​ທຸກ​ຮູບ​ແບບ.

ນອກ​ນີ້,​ເພື່ອ​ສ້າງ​ກົນ​ໄກ​​ເຕຶອນ​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ທີ່​ບັງ​ເກີດ​ຜົນ,ຈີນ​ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ເຕືອນ​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ຈີນ​ອາຊ​ຽນຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 25 ຮອດ​ວັນ​ທີ 26 ມັງກອນ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ,​ເພື່ອ​ຕອບສະຫນອງ​ຄຳຮ​ຮຽກຮ້ອງ​ຂອງ​ສະຫະ​ປະຊາ​ຊາດ,ລັດຖະບານ​ຈີນ​ຕົກລົງ​ວ່າ,ບົນ​ພື້ນຖານ​ຄຳ​ຫມັ້ນສັນຍາ​ເກົ່າ,ຈະ​ສະຫນອງ 20 ລ້ານ​ໂດ​ລາ​ສະຫະລັດ​ອີກ,​ໃຊ້​ເຂົ້າ​ໃນ​ການ​ກອບ​ກູ້​ແລະ​ສ້າງສາ​ຄືນ​ໃຫມ່​ຫລາຍ​ຝ່າຍ.