ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 09:33:15    
ກອງ​ປະຊຸມ​ວິສາມັນ​ຂອງ​ຜູ້ນຳ​ອາ​ຊຽນກ່ຽວ​ກັບຫຼັງ​​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ເມື່ອ​ໄດ້​ຜ່ານ​ຄຳ​ຖະ​ແຫຼງການ​ດຳ​ເນີນ​ງານ​ແລ້ວ​​ໄດ້ປິດ​ປະຊຸມ

cri Author: li
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 6 ມັງກອນ ກອງ​ປະຊຸມ​ວິສາມັນ​ຂອງ​ຜູ້ນຳ​ອາ​ຊຽນກ່ຽວ​ກັບ​ບັນຫາຫຼັງ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ ​ເມື່ອ​ໄດ້​ຜ່ານ​ຄຳ​ຖະ​ແຫຼງການ​ດຳ​ເນີນ​ງານ​ແລ້ວ ​ໄດ້​ປິດ​ປະຊຸມ. ຄຳ​ຖະ​ແຫຼງການ​ດຳ​ເນີນ​ງານ​ກ່າວ​ວ່າ,ຈະ​ເສີມ​ສ້າງ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ກັນ​ໃນ​ບັນຫາກູ້​ໄພ​ໂດຍ​ດ່ວນ,ຟື້ນ​ຟູ​​ແລະ​ສ້າງ​ສາບ້ານ​ເມືອງ​ຄືນ​ໃໝ່.

ຄຳ​ຖະ​ແຫຼງການ​ກ່າວ​ເນັ້ນວ່າ,ໄພພິບັດ​​ຄື​ແນວ​ນີ້ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຕ້ອງການ​​ໃຫ້​ທົ່ວ​ໂລກ​ເຄື່ອນ​ໄຫວ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ,​ເພື່ອ​ຊ່ອຍ​ລັດຖະບານ​ຂອງ​ເຂດ​ປະສົບ​ໄພ​ກູ້​ໄພ. ​ໃນ​ຄຳ​ຖະ​ແຫຼງການ,ຜູ້ນຳ​ທີ່​ຮ່ວມ​ປະຊຸມ​ຍັງ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ໃນ​ລະດັບ​ສູງ​ຕໍ່ປະ​ເທດ​ປະສົບ​ໄພ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ກອບ​ກູ້​ຕົນ​ເອງ​ແລະ​ຍ້ອງຍໍອົງການ​ສະຫະ​ປະຊາ​ຊາດ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ໃນ​ດ້ານ​ໃຫ້ການ​ຊ່ອຍ​ເຫຼືອສາກົນ​ແກ່​ປະ​ເທດ​ປະສົບ​ໄພ​ໃນ​ໄລຍະ​ກູ້​ໄພ​ດ່ວນ.

ກ່ຽວ​ກັບ​ການ​ຟື້ນ​ຟູ​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໃນ​ພາຍ​ໜ້າ,ກອງ​ປະຊຸມ​ຮຽກຮ້ອງ​​ໃຫ້​ປະຊາ​ຄົມ​​ໂລກ​ສະໜອງ​ເງິນ​ທຶນ​ອັນ​ຈຳ​ເປັນ,​ເພື່ອ​ຮັບປະກັນ​​ໃຫ້ ປະ​ເທດ​ເຫຼົ່ານີ້​ໄດ້​ປະຕິບັດ​ແຜນການ​ສ້າງສາ​ຄືນ​ໃໝ່​.