|
|
 |
| (GMT+08:00)
2005-01-07 12:53:04
|
 |
|
ອົງການສະຫະປະຊາຊາດຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານລະຫວ່າງປະເທດບໍລິຈາກຊ່ອຍກູ້ໄພແຜ່ນດິນໄຫວແລະຄື້ນທະເລຊູນາມີ
cri
Author: li
ຕາມຂ່າວ CRI: ວັນທີ 6 ມັງກອນ ຢູ່ເຊີແນວ ອົງການສະຫະປະຊາຊາດໄດ້ໄຂກອງປະຊຸມແລກປ່ຽນຂໍ້ມູນຂ່າວສານລະຫວ່າງປະເທດບໍລິຈາກຊ່ອຍກູ້ໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ. ບັນດາຝ່າຍທີ່ຮ່ວມປະຊຸມໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາຊ່ອຍກູ້ໄພ.
ທ່ານເອກອັກຄະລັດຖະທູດຊາຈູຄັງ ຜູ້ແທນຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ເຊີແນວໄດ້ເຂົ້າຮ່ວມກອງປະຊຸມ,ແລະໄດ້ແນະນຳສະພາບການທີ່ຈີນຊ່ອຍເຫຼືອປະເທດປະສົບໄພ.
ຜູ້ແທນຂອງສີລັງກາແລະອິນໂດເນເຊຍ ໃນນາມປະເທດປະສົບໄພທັງໝົດ ໄດ້ສະແດງຄວາມຂອບໃຈຕໍ່ປະຊາຄົມໂລກທີ່ໃຫ້ການຊ່ອຍເຫຼືອຢ່າງແຂງແຮງ,ແລະຫວັງໃຫ້ປະຊາຄົມໂລກສືບຕໍ່ເອົາໃຈໃສ່ແລະສະໜັບສະໜູນການສ້າງສາຄືນໃໝ່ຫຼັງໄພພິບັດ.
ໃນມື້ດຽວກັນ,ທ່ານເອເກີແລນຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຮັບຜິດຊອບວຽກງານກອບກູ້ມະນຸດສະທຳກ່າວວ່າ,ອົງການສະຫະປະຊາຊາດສະໜັບສະໜູນອາເມລິກາປະກາດຍຸບສະຫະພັນສາກົນກູ້ໄພຄື້ນທະເລຊູນາມີແລະມອບການເຄື່ອນໄຫວຂອງສະຫະພັນດັ່ງກ່າວໃຫ້ອົງການສະຫະປະຊາຊາດປະສານງານເປັນກ້າວໆໃນວັນທີ 5 ມັງກອນ.
|
|
|