ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 15:19:45    
ການ​ນຳ​ໃຊ້​ເຕັກນິກ​ວິທະຍາສາດ​ຊີວິດ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຈີນ​ຍິ່ງ​ດີ​ງາມ​ກວ່າ​ເກົ່າ(ສຽງ)

cri Author: li

ຕາມ​ຂ່າວ CRI: ວິທະຍາສາດ​ຊີວິດ​ແມ່ນ​ວິທະຍາສາດ​ທຳ​ມະ​ຊາດ​ພື້ນຖານ​ຂະ​ແໜງໜຶ່ງ​ທີ່​ໂລກ​ປັດຈຸບັນ​ເອົາ​ໃຈ​ໃສ່​ຫຼາຍກວ່າ​ໝູ່. ມັນຕົ້ນຕໍ​ຄົ້ນຄວ້າ​ທາດ​ແທ້​,ຈຸດ​ພິ​ເສດ​ແລະ​ກົດ​ເກນ​​ແຫ່ງ​ການ​ກຳ​ເນີດ​ແລະ​ການ​ພັດທະນາຂອງ​ປະກົດ​ການ​ຊີວິດ​ແລະ​ການ​ເຄື່ອນ​ໄຫວ​ຊີວິດ,​ເພື່ອ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຊີວິດ​ຢ່າງ​ບັງ​ເກີດ​ຜົນ,ດັດ​ສ້າງ​ວົງ​ການ​ຊີວະ​ຊາດ,​ແລ້ວ​ສ້າງ​ຄວາມສຸກ​ໃຫ້​​ແກ່ມວນ​ມະນຸດ. ປັດຈຸບັນ,ວິທະຍາສາດ​ຊີວິດ​ກັບ​ການ​ຢູ່​ລອດ​,ສຸຂະພາບ​ຂອງ​ມະນຸດ​ແລະ​ການ​ພັດທະນາເສດຖະກິດ​​ສັງຄົມ​ລ້ວນ​ແຕ່​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນທີ່​ສຸດ. ​ໃນ​ລາຍການ​ວິທະຍາສາດ​ພາກ​ນີ້ ພວກ​ເຮົາ​ຂໍ​ຍົກ​ເອົາ​ບາງ​ຕົວຢ່າງ​ມາ​ແນະນຳ​ສະພາບ​ນຳ​ການໃຊ້​ເຕັກນິກ​ວິທະຍາສາດ​ຊີວິດ​ຢູ່​ຈີນ.

ກ່ອນ​ອື່ນ,ພວກ​ເຮົາ​ຈົ່ງ​ມາ​ເບິ່ງ​ຕົວ​ເລກ​ຈຳນວນ​ໜຶ່ງ: ອາຍຸ​ສະ​ເລ່ຍຂອງ​ຊາວ​ຈີນ​ໃນ​ປີ 1950 ​ມີ​ແຕ່ 35 ປີ,​ແຕ່​ປັດຈຸບັນ​ແມ່ນ 73 ປີ. ທ່ານ​ນາງ​ວັງ​ເວີນ​ລີ ສາ​ສະ​ດາ​ຈານ​ຂອງສະ​ຖາ​ບັນ​ແພດສາດ​​ມະຫາ​ວິທະຍາ​ໄລປັກ​ກິ່ງ​ເວົ້າວ່າ,​ຖ້າ​ປາສະຈາກວັກ​ແຊງ​ແລະ​ຢາຕ້ານ​ເຊື້ອ​,​ປາສະ​ຈາກ​ເງື່ອນ​ໄຂ​ສຸຂາພິບານ​ແລະ​ການປິ່ນປົວ​ສາທາລະນະ​ສຸກ​ທີ່​ຖື​ວິທະຍາສາດ​ຊີວິດ​ເປັນ​ພື້ນຖານ​ແລ້ວ,​ເປົ້າໝາຍ​ດັ່ງກ່າວ​ແມ່ນ​ບັນລຸ​ຜົນ​ເປັນ​ຈິງ​ບໍ່​ໄດ້. ນາງ​ເຫັນ​ວ່າ,ອາຍຸ​ຂອງ​ຊາວ​ຈີນ​ຍາວ​ຂຶ້ນ​ແລະ​ສຸຂະພາບ​​ດີ​ຂຶ້ນລ້ວນ​ແຕ່​ມີ​ການ​ພົວພັນ​ໂດຍ​ກົງ​ກັບ​ການ​ຂະຫຍາຍຕົວ​ຂອງ​ຊີວິດ​ວິທະຍາສາດ.

"ປັດຈຸບັນ,ວິທະຍາສາດ​ຊີວິດ​ໄດ້​ຂະຫຍາຍຕົວ​ໄວຫຼາຍ,​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນທີ່​ສຸດ. ຜູ້​ທີ່​ຄົ້ນຄວ້າ​ວິທະຍາສາດ​ຊີວິດ​ພວກ​ເຮົາ​ລ້ວນ​ແຕ່​ມີ​ຄວາມ​ປາຖະໜາ​ຮ່ວມ,ຄືຫວັງ​ໃຫ້​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຊີວິດ​ຍິ່ງ​ດີ​ແລະ​​ສຸຂະພາບ​ຍິ່ງ​ດີ."

ທ່ານ​ນາງ​ວັງ​ເວີນ​ລີ​ໄດ້​ຍົກ​​ເອົາຕົວຢ່າງມາ​ເວົ້າ​ວ່າ,ວັກ​ແຊງ​ທີ່​ຄົ້ນຄວ້າ​ຜະລິດ​ດ້ວຍ​ເຕັກນິກວິທະຍາສາດ​ຊີວິດ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ສຸຂະພາບ​ຂອງ​ຊາວ​ຈີນ. ​ເມື່ອ​ຫາ​ກໍ່ສະຖາປະນາ​ປະ​ເທດ​ຈີນ​ໃໝ່​ເມື່ອ​ປີ 1949 ​​ພະຍາດ​ຕິດ​ແປດຫຼາຍຢ່າງ​ເຊັ່ນ​​ພະຍາດໝາກສຸກ,​ໂຣກອະຫິວາ​ແລະ​ວັນນະ​ໂຣກ​ເປັນຕົ້ນ​​​ໄດ້ແຜ່​ລະບາດຢ່າງ​ຮ້າຍ​ແຮງ,ຂົ່ມ​ຂູ່​ສຸ​ຂະ​ພາບ​ຂອງ​ສາທາລະນະ​ຊົນ​ຢ່າງ​ໜັກ​ໜ່ວງ. ​ເພື່ອ​ປ່ຽນ​ແປງ​ສະພາບການ​ດັ່ງກ່າວນີ້,ຈີນ​ໄດ້​ເພີ່ມ​ທະວີ​ການຄົ້ນຄວ້າ​ແລະ​ຜະລິດ​ວັກ​ແຊງ,ອອກ​ແຮງ​ດຳ​ເນີນ​ວຽກ​ງານ​ສັກ​ຢາ​ວັກ​ແຊງ,​​ໄດ້​ຄວບ​ຄຸມການ​ແຜ່​ລະບາດ​ຂອງ​ພະຍາດ​ຕິດ​ແປດ​ຢ່າງ​ບັງ​ເກີດ​ຜົນ,ຮັບປະກັນ​ສຸຂະພາບ​ຂອງ​ສາທາລະນະ​ຊົນ. ​ໃນນັ້ນ ການ​ສັກ​ຢາ​ວັກ​ແຊງ​ພະຍາດໝາກ​ສຸກ​ແມ່ນ​ສຳ​ເລັດ​ຜົນ​ທີ່​ສຸດ,​ເຮັດ​ໃຫ້​ຈີນ​ໄດ້​ດັບ​ສູນ​ພະຍາດໝາກສຸກ​ໃນ​ປີ 1960,​​ໄວ​ກວ່າ​ທົ່ວ​ໂລກ​ປະກົດ​ເຫັນ​ຜູ້​ເປັນ​ພະ​ຍາດ​ໝາກ​ສຸກ​ຜູ້​ສຸ​ດທ້າຍ​ນັ້ນ 10 ກວ່າ​ປີ.

​ໃນ​ຂະນະ​ດຽວ​ກັນ​ນີ້ ​ໂດຍ​ແນ​ໃສ່​ພະຍາດ​ຕິດ​ແປດ​ທີ່​ປະກົດ​ເຫັນ​ໃໝ່,ຈີນ​ຍັງ​ໄດ້​ຕັ້ງໜ້າ​ດຳ​ເນີນ​ວຽກ​ງານ​ຄົ້ນຄວ້າ​ຜະລິດຢາ​ວັກ​ແຊງ​ທີ່​ກ່ຽວຂ້ອງ. ພະຍາດ​ຊາສ໌ທີ່​ເກີດ​ຂຶ້ນ​ໃນ​ປີ 2003 ​ເຄີຍ​ນຳ​ເອົາ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ມາ​ໃຫ້​ສຸຂະພາບ​ຂອງ​ສາທາລະນະ​ຊົນ​ແລະ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ. ​ເພື່ອ​ຊອກ​ຫາ​ວິທີ​ປ້ອງ​ກັນ​ພະ​ຍາດ​ຊາສ໌ທີ່ບັງ​ເກີດ​ຜົນ,ຜູ້​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​ໄດ້​​ເລີ່​ມນຳ​ໃຊ້​ເຕັກນິກ​ວິທະຍາສາດ​ຊີວິດ​ດຳ​ເນີນ​ວຽກ​ງານ​ຄົ້ນຄວ້າຜະລິດ​ວັກ​ແຊງພະຍາດ​ຊາສ໌ພາຍຫຼັງ​ເກີດ​ມີ​ພະຍາດ​ຊາ​ສ໌​​ບໍ່​ດົນ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ການ​ທົດ​ລອງ​ໄລຍະ​ທີ​ໜຶ່ງ​ຂອງ​ການຄົ້ນຄວ້າ​ລາຍ​ນີ້​ໄດ້​ຮັບ​ຜົນສຳ​ເລັດ. ທ່ານ​ວັງ​ສຽວ​ຟາງ ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ໜ່ວຍຄົ້ນຄວ້າ​ວິທະຍາສາດພະຍາດ​ຊາສ໌ຂອງ​ຈີນ​ແນະນຳ​ວ່າ:

"ໝາກຜົນຄົ້ນຄວ້າຢາວັກ​ແຊງ​ຢັບຢັ້ງພະຍາດຊາສ໌​ໄລຍະ​ທີ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງວ່າ,ການຄົ້ນຄວ້າ​ພະຍາດ​ຊາສ໌​ໄດ້​ມີ​ການ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງອີກ. ຄວາມ​ໝາຍ​ຂອງ​ໝາກຜົນ​ດັ່ງກ່າວ​ແມ່ນ​ຢູ່​ບ່ອນ​ວ່າ,​ມັນໄດ້​ບອກ​ຄົນ​ທັງຫຼາຍວ່າ,ພະຍາດ​ຊາສ໌ບໍ່​ເປັນຕາ​ຢ້ານ,ຖ້າ​ນຳ​ໃຊ້​ກຳລັງ​ວິທະຍາສາດ,ລະດົມ​ຄວາມ​ຫ້າວຫັນ​ຂອງ​ຝ່າຍ​ຕ່າງໆ,ພະຍາດ​ຊາສ໌​ແມ່ນ​ປ້ອງ​ກັນ​ໄດ້,ຄວບ​ຄຸມ​ໄດ້​ແລະ​ປິ່ນປົວ​ໄດ້."

ວິທະຍາສາດ​ຊີວິດ​ນອກຈາກ​ໄດ້​ເສີມ​ຂະຫຍາ​ຍບົດບາດ​ສຳຄັນ​ໃນ​ດ້ານ​ປ້ອງ​ກັນ​ພະຍາດ​ຕິດ​ແປດ​ແລ້ວ,​ໃນ​ດ້ານ​ປິ່ນປົວ​ພະ​ຍາດ​ທີ່​ຖືກ​ຄົນ​ທັງຫຼາຍຖື​ເປັນ​ພະຍາດ​ທີ່​ຮັກສາ​ບໍ່​ໄດ້​ເຊັ່ນ​ມະ​ເຮັງ​ເລືອດ​ແລະ​ພະຍາດ​​ເລືອດຈາງ​ຮ້າຍ​ແຮງ​ເປັນຕົ້ນກໍ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ພົ້ນ​ເດັ່ນ.

ປັດຈຸບັນ,ຢູ່​ຈີນ ຜູ້​ເປັນ​ພະຍາດ​ມະ​ເຮັງ​ເລືອດ​ທີ່​ລອດ​ຊີວິດ​ໂດຍຜ່ານ​ຈາກ​ການ​ຍ້າຍ​ຈຸ​ລັງ​ລຳຕົ້ນສ້າງ​ເລືອດ​ນັ້ນ​ໄດ້​ມີ 100 ກວ່າ​ຄົນ​ແລ້ວ,​​ແພດສາດ​ແລະເຕັກນິກ​ວິທະຍາສາດ​ຊີວິດ​ໄດ້​ຊ່ອຍ​ພວກ​ເຂົາ​ເຈົ້າ​ເອົາ​ຊະນະ​ພະຍາດ,​ໃຫ້​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າມີ​ຄວາມສຸກ​ຄືນ​ອີກ.

ເມື່ອ​ໄດ້​ຊອກ​ຮູ້​ສະພາບ​ກ່ຽວ​ກັບ​ແພດສາດ​ແລະ​ວິທະຍາສາດ​ຊີວິດ​ແລ້ວ,ພວກ​ເຮົາ​ຈົ່ງ​ມາ​ເບິ່ງ​ຄວາມ​ຄືບ​ໜ້າ​​ທີ່​ຈີນໄດ້​ຮັບ​ໃນ​ການ​ນຳ​ໃຊ້​ເຕັກ​ນິກວິທະຍາສາດ​ຊີວິດ​ມາ​ບົ່ມ​ເພາະ​ແນວ​ພັນ​ກະສິກຳ. ​ໃຜໆ​ກໍ​ຮູ້​ກັນ​ແລ້ວ​ວ່າ,ຈີນ​ມີ​ປະຊາກອນ 1 ສ່ວນ 5 ຂອງ​ໂລກ,ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ແມ່ນ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ຕໍ່​ຈີນ. ​ແຕ່​ທີ່​ດິນ​ຂອງ​ຈີນ​ພຽງ​ແຕ່​ກວມ 7% ຂອງ​ໂລກ,​ເພື່ອ​ໄດ້​ເກັບ​ກ່ຽວ​ທັນ​ຍາ​ຫານ​ຍິ່ງຫຼາຍຈາກ​ທີ່​ດິນ​ອັນຈຳກັດ,​​ເລິ່ມແຕ່​ກາງຊຸມ​ປີ 80 ​ສະຕະວັດທີ 20,ຈີນ​ກໍ​ໄດ້​ດຳ​ເນີນ​ວຽກ​ງານ​ຜ່ານ​ຈາກ​ການຄົ້ນຄວ້າ​ພັນທຸ​ກຳມາ​ບົ່ມ​ເພາະ​ທັນ​ຍາ​ຫານ​ທີ່​ມີ​ຜົນ​ຜະລິດ​ສູງ​ແລະ​ຄຸນ​ນະພາ​ບດີ. ​ໃນ​ນັ້ນ ວຽກ​ງານ​ຄົ້ນຄວ້າ​ເຂົ້ານານ້ຳ​ໄດ້​ນຳ​ໜ້າ​ໂລກ​ແລ້ວ. ​ໃນ​ການຄົ້ນຄວ້າ​ລາຍ​ນີ້,ນັກວິທະຍາສາດ​ຈີນ​ໄດ້​ເອົາ​ພັນທຸ​ກຳ​ຂອງ​ເຂົ້ານາປ່າ​ກັບ​ເຂົ້ານາ​ທຳ​ມະ​ດາ​ມາ​ປະສົມ​ພັນ,​ແລ້ວ​ໄດ້​ບົ່ມ​ເພາະ​ເຂົ້ານານ້ຳ​ແນວ​ພັນ​ໃໝ່​ໄລຍະ​ທີ​ໜຶ່ງ,ປັດຈຸບັນ​ໄດ້​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ແລ້ວ. ຖ້າ​ປູກ​ເຂົ້າ​ແນວ​ພັນ​ໃໝ່​ຊະນິດ​ນີ້ ​ແຕ່ລະ​ເຮັກຕາ​ສາມາດ​ມີ​ຜົນ​ຜະລິດ​ຫຼາຍກວ່າ​ເຂົ້ານານ້ຳທຳ​ມະ​ດາ 0,75 ​ໂຕນ​ຮອດ 1,5 ​ໂຕນ,​​ຄຸນ​ນະພາ​ບຂອງ​ເຂົ້າກໍ​ໄດ້​ຍົກ​ສູງ​ຂຶ້ນອ່າວຫຼາຍ. ​ເພື່ອ​ຍົກ​ຜົນ​ຜະລິດ​ແລະ​ຄຸນ​ນະພາ​ບຂອງ​ເຂົ້ານານ້ຳ​ໃຫ້​ສູງ​ຂຶ້ນຕື່ມ​ອີກ,ປັດຈຸບັນ,​ເຂົ້ານາ​ປະສົມ​ພັນ​ໄລຍະ​ທີ​ສອງ​ທີ່​ນັກວິທະຍາສາດ​ຈີນ​ບົ່ມ​ເພາະ​ນັ້ນກໍ​ໄດ້​ເລີ່​ມທົດ​ລອງປູກ​ໃນ​ເນື້ອ​ທີ່​ແຄບ​ແລ້ວ,​ແລະ​ຈະ​​ເຜີຍ​ແຜ່​ຢ່າງກວ້າງຂວາງ​ໃນ​ໄວໆ​ນີ້. ທ່ານ​ດຣ.​ເສີນ​ຮາວ ຂອງ​ສະພາ​ບັນດິດ​ວິທະຍາ​ດສາດ​ສັງຄົມ​ຈີນ​ແນະນຳ​ວ່າ:

"​ໃນ​ປີ 2006 ​ຊຸບ​ເປີເຂົ້ານານ້ຳປະສົມ​ພັນ​​ໄລຍະ​ທີ​ສອງ​ຂອງ​ຈີນ​ກໍ​ຈະ​ປູກ​ໃນ​ເນື້ອ​ທີ່​ກວ້າງ,​ເມື່ອ​ຮອດ​ເວລາ​ນັ້ນ ຖ້າ​ພວກ​ເຮົາ​ຄິດ​ໄລ່​ຕາມ​​ເນື້ອ​ທີ່​ປູກ​ເຂົ້າ 6 ​ແສນ 6 ໝື່ນ​ເຮັກຕາ​ຕໍ່​ປີ​ແລ້ວ,ຜົນ​ຜະລິດ​ທັນ​ຍາ​ຫານ​ທີ່​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ​ສາມາດ​ລ້ຽງ​ຄົນ​ເພີ່ມຂຶ້ນ 30 ກວ່າ​ລ້ານ​ຄົນ."

ຕົວຢ່າງ​ທີ່​ໄດ້​ຍົກ​ເມື່ອ​ກີ້​ນີ້​ມີ​ແຕ່​ແມ່ນ​ພາກສ່ວນ​ໜ້ອຍ​ໃນ​ການ​ນຳ​ໃຊ້​ເຕັກນິກ​ວິທະຍາ​ສາດ​ຊີວິດ​ຂອງ​ຈີນ​ເທົ່າ​ນີ້. ພວກ​ເຮົາ​ມີ​ເຫດຜົນ​ເຊື່ອ​ວ່າ,ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ແລະ​ນຳ​ໃຊ້​ເຕັກນິກ​ວິທະຍາສາດ​ຊີວິດ,ຊີວິດ​ຂອງ​ຊາວ​ຈີນ​ຈະ​ຍິ່ງ​ດີງາມ​ກວ່າ​ເກົ່າ.