ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 15:35:57    
ທ່ານ​ອັບບາສ​ເອີ້​ນທ່ານຊາ​ລົງ​ເປັນ​ຄູ່​ເຈລະຈາ​ສັນຕິພາບ,ກອງ​ທະຫານ​ອິສຣາ​ແອນ​ຖອນ​ອອກ​ຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ຊົ່ວຄາວ

cri Author: li
ຕາມ​ຂ່າວ CRI:ວັນ​ທີ 6 ມັງກອນ ທ່ານ​ອັບ​ບາສ ປະທານ​ຄະນະ​ບໍລິຫານ​ງານອົງການ​ປົດ​ປ່ອຍ​ປາ​ເລັສຕີນ​ເອີ້ນ​ທ່ານ​ຊາ​ລົງ ນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ເປັນ​ຄູ່​ເຈລະຈາ​ສັນຕິພາບ.

​ໃນ​ງານ​ຊຸມນຸມ​ແຂ່ງຂັນ​ເລືອກ​ຕັ້ງກ່ອນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ ທ່ານ​ອັບ​ບາສ​ເວົ້ວ່າ,ທ່ານ​ຫວັງ​ໃຫ້​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ກັບ​ທ່ານ​ຊາ​ລົງ​ພາຍ​ໃນ​ຂອບ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ພາຍຫຼັງການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ​ສິ້ນສຸດ​ລົງ. ທ່ານ​ອັບ​ບາສ​ເວົ້າອີກ​ເທື່ອ​ໜຶ່ງ​ວ່າ,ທ່ານ​ບໍ່​ສະໜັບສະໜູນ​ການ​ຕໍ່ຕ້ານ​ການ​ຍຶດຄອງ​ຂອງ​ອິສຣາ​ແອນ​ດ້ວຍ​ກຳລັງ​ຮຸນ​ແຮງ. ຄຳ​ປາ​ໄສ​ຂອງ​ທ່ານ​ອັບ​ບາສ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຝ່າຍ​ອິສຣາ​ແອນ.

​ໃນ​ມື້​ດຽວ​ກັນ,​ໃນ​ເວລາ​ທ່ານ​ຊາ​ໂລມ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອິສຣາ​ແອນ​ເຈລະຈາ​ກັບ​ທ່ານ​ຈີ​ມີ ຄາ​ເທີ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ໄປ​ຢາມ​ນັ້ນ ທ່ານ​ຊາ​ໂລມ​ກ່າວ​ວ່າ,ປັດຈຸບັນ ກອງ​ທະຫານ​ອິສຣາ​ແອນ​ພວມ​ຖອນ​ອອກ​ຈາກ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ກະທົບກະ​ເທືອ​ນ​ເຖິງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ 9 ມັງກອນ.