ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 15:58:38    
ທະ​ຫານ​ອາ​ເມ​ລິ​ກາ 9 ຄົນ​ຖືກ​ຍິງ​ຕີ​ຕາຍ​ຢູ່​ອີ​ຣັກ

cri Author: sayvanny

ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 6 ມັງ​ກອນ ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ອອກ​ຖະ​ແຫລງ​ການ​ວ່າ, ​ໃນ​ມື້​ດຽວ​ກັນ, ​ໃນ​ເຫດ​ການ​ຫລອນ​ໂຈມ​ຕີ​ສອງ​ລາຍ​ທີ່​ເກີດ​ຂຶ້ນ​ຢູ່​ອີ​ຣັກ, ມີ​ທະ​ຫານ​ອາ​ເມ​ລິ​ກາ 9 ຄົນ​ຖືກ​ຍິງ​ຕາຍ.

ຖະ​ແຫລງ​ການ​ຂຽນ​ວ່າ, ຕອນ​ບ່າຍ​ວັນ​ທີ 6 ທະ​ຫານ​ອາ​ເມ​ລິ​ກາ 7 ຄົນ​ທີ່​ພວມ​ປະ​ຕິ​ບັດ​ຫນ້າ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ແບກ​ແດດ​ໄດ້​ຖືກ​ລູກ​ລະ​ເບີດ​ຢູ່​ຂ້າງ​ທາງ, ​7 ຄົນ​ນີ້​ບໍ່​ມີ​ຜູ່​ລອດ​ຕາຍ​ຈັກ​ຄົນ.

​ໃນ​ເຫດ​ການ​ຫລອນ​ໂຈມ​ຕີ​ອີກ​ລາຍ​ຫນຶ່ງ​ແມ່ນ​ເກີດ​ຂຶ້ນ​ຢູ່​ແຂວງ​ອັນ​ບາ​ທີ່​ມີ​ພວກ​ປະ​ກອບ​ອາ​ວຸດ​ຕ້ານ​ອາ​ເມ​ລິ​ກາ​ເຄື່ອນ​ໄຫວ​ຫລາຍ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ.ທະ​ຫານ​ເຮືອ​ສູ້​ລົບ​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ສອງ​ຄົນ​ຖືກ​ຍິງ​ຕາຍ​ໃນ​ເວລາ​ປະ​ຕິ​ບັດ​ຫນ້າ​ທີ່.