ທ່ານທຽນຊານແມ່ນນັກສິນລະປະ ນັກເສບຕາບອດຜູ່ຫນຶ່ງໃນຄະນະສິນລະປະຄົນ ພິການຂອງຈີນເພງດວງຈັນພິມພາບປະທັບຫນ້າຫນອງແມ່ນເພງດ່ຽວດ້ວຍຊໍ,ແມ່ນ ທ່ານອາບິງ ນັກດົນຕີຕາບອດທີ່ມີຊື່ສຽງຂອງຈີນເປັນຜູ່ແຕ່ງໃນຊຸມປີ 3—4 ສິບໃນ ສັດຕະວັດນີ້,ທ່ານອາບິງນັກສິນລະປິນພື້ນເມືອງຍ້ອນເຈັບເປັນເລີຍຕາບອດຫມົດ ສອງເບື້ອງຍ້ອນຜ່ານຊີວິດອັນແສນທຸກແລະເສົ້າຫມອງ,ເພີ່ນຈິ່ງມັກນັ່ງສີຊໍອີ້ຢູ່ແຄມ ຫນອງຜູ່ດຽວ,ເພື່ອລະບາຍອາລົມອັນໂສກເສົ້າຄັ່ງແຄ້ນອອກຈາກດວງໃຈ. ທ່ານທຽນຊານແລະທ່ານອາບິງ ລ້ວນແຕ່ແມ່ນຄົນຕາບອດ,ອາດຈະມີປະສົບການ ທີ່ເຮັດໃຫ້ຄົນຊ້ຳໃຈຄືກັນຫຼາຍບໍ່ຢອກ,ແຕ່ທ່ານທຽນຊານເປັນຈັ່ງບຸນຈິ່ງໄດ້ດຳລົງ ຊີວິດຢູ່ປະເທດຈີນໃຫມ່,ເຖິງວ່າຈະເປັນຄົນຕາບອດ,ແຕ່ເມື່ອທຽບກັບທ່ານອາບິງ ແລ້ວ,ເພິ່ນແມ່ນມີຄວາມສຸກຫຼາຍກວ່າຫຼາຍ,ນັບມາຮອດປະຈຸບັນ,ເພິ່ນເຄີຍໄປຢ້ຽມ ຢາມ 10 ກວ່າປະເທດ,ເຄີຍຂຶ້ນໄປສະແດງຢູ່ບົນເວທີສິນລະປະຂອງອາເມລິກາ ແລະຜູ່ນຳຂອງລັດຈີນກໍເຄີຍພົບເພິ່ນຫຼາຍເທື່ອ,ເພິ່ນໄດ້ໃຊ້ດົນຕີຂອງຕົນ,ມ່ວນນຳ ຊີວິດ,ເພິ່ນເວົ້າວ່າ, ຕໍ່ຊີວິດກ່ອນອື່ນແມ່ນມີທ່າທີສຸກນິຍົມ,ຕໍ່ຄົນຕໍ່ວຽກຕ້ອງມີຈິດໃຈ ກວ້າງຂວາງ,ນອກນີ້ຕ້ອງຖະຫນອມຮັກເວລາທຸກນາທີທຸກວິນາທີ,ເພິ່ນເວົ້າວ່າປີນີ້ ເພິ່ນມີອາຍຸ 51 ແລ້ວ,ຕໍ່ໄປຍັງຈະມີອີກຈັກປີ,ເຈົ້າຂອງເອງກໍ່ບໍ່ຮູ້,ແຕ່ວ່າເວລາໃນປີ ຂ້າງຫນ້າຈະຕ້ອງຖະຫນອມມັນ,ເຮັດໃຫ້ຊີວິດຂອງຕົນຍິ່ງຈົບງາມກວ່າເກົ່າ.
ປີ 1949,ທ່ານທຽນຊານ ເກີດຢູ່ຄອບຄົວຊາວນາເຂດຊານເມືອງປັກກິ່ງ,ລາວແມ່ນ ລູກກົກໃນຄອບຄົວ,ພໍ່ແມ່ດີໃຈຫຼາຍ,ແຕ່ຫລັງຈາກສອງເດືອນ,ລາວເລີຍລົ້ມປ່ວຍ ຊ້ຳ,ພັດເຮັດໃຫ້ລາວສູນເສຍຄວາມສາມາດເບິ່ງໂລກດ້ວຍຕາຕົນເອງຕະຫຼອດໄປ. ເວລາທ່ານທຽນຊານອາຍຸ 11 ປີ,ລາວໄດ້ເຂົ້າຮຽນຢູ່ໂຮງຮຽນຄົນຕາບອດ,ໃນໂຮງ ຮຽນດັ່ງກ່າວມີຫມູ່ນັກຮຽນບາງຄົນສີຊໍເປັນ,ສຽງຊໍຊະນິດນີ້,ທ່ານທຽນຊານ ກໍມີແຕ່ ໄດ້ຍິນໃນວິທະຍຸທໍ່ນັ້ນ, ລາວຈິ່ງຄຶດຢາກຮຽນ, ດັ່ງນັ້ນພໍ່ຈິ່ງສະຫນອງໃຫ້ສົມປາຖະ ຫນາຂອງລາວ,ແລ້ວຊື້ຊໍອີ້ໃຫ້ລາວ,ຈ າກນັ້ນ, ຊໍອີ້ຈິ່ງກາຍເປັນຂອງປະເສີດຂອງ ລາວ, ຕໍ່ມາ, ລາວກໍ່ກາຍເປັນສະມາຊິກຜູ່ຫນຶ່ງຂອງຄະນະດົນຕີໃນໂຮງຮຽນເມື່ອ ຮອດຍາມອອກສະແດງ,ທ່ານທຽນຊານກໍຮູ້ສຶກຕື້ນຕັນໃຈຈົນຢູ່ຍາກ,ແຕ່ວ່າຄູ ໄດ້ຈັດໃຫ້ລາວໄປນັ່ງຢູ່ແຖວຫລັງ,ທ່ານທຽນຊານກໍ່ຮູ້ດີວ່າ,ນີ້ແມ່ນຍ້ອນສີມືລາວ, ຍັງບໍ່ທັນຫມູ່,ລາວບໍ່ຍອມໜຶ່ງຢູ່ແຖວຫລັງ,ລາວຢາກໜຶ່ງຢູ່ຫນ້າຫມູ່,ຈາກນັ້ນການສີ ຊໍຈິ່ງເປັນຄວາມສະແຫວງຂອງລາວ. ທ່ານທຽນຊານເວົ້າຕໍ່ນັກຂ່າວວ່າ,ຄວາມຫຍຸ້ງ ຍາກກວ່າຫມູ່ໃນການສີຊໍແມ່ນຈື່ນົດດົນຕີລາວເວົ້າວ່າ,ເພື່ອແກ້ໄຂບັນຫານີ້,ກ່ອນອື່ນ ຕ້ອງມີຄວາມອົດທົນ,ຕ້ອງຫັດໄປຫັດມາເລື້ອຍໆ.ເພງບົດຫນຶ່ງຍາວ 10 ນາທີ,ລາວ ຕ້ອງໃຊ້ເວລາຕັ້ງ 1 ເດືອນຈຶ່ງສາມາດແອບຮອດລະດັບສີຊໍໄດ້,ນອກນັ້ນ, ລາວຍັງ ຕ້ອງກ່າຍນົດເພງໃຫ້ເປັນນົດຂອງຄົນຕາບອດ,ເຈົ້າຂອງເອງເອົາມືລູບທັງລອງສີຊໍ ໄປນຳ.ຫລັງຈາກຮຽນຈົບແລ້ວ,ທ່ານທຽນຊານກໍ່ໄປເປັນກຳມະກອນ,ເປັນນັກເສບ ແລະອື່ນໆ,ແຕ່ມີວຽກຫນຶ່ງແມ່ນເຮັດໂດຍຕະຫຼອດຢູ່ບໍ່ຂາດຄືແອບສີຊໍອີ້,ລາວເຊື່ອ ວ່າ,ມີແຕ່ລາວສີຊໍມ່ວນທໍ່ນັ້ນ,ເວລາອອກສະແດງ,ລາວຈິ່ງນັ່ງຢູ່ແຖວຫນ້າຫມູ່ໄດ້,ຈັ່ງ ແມ່ນເກົ້າອົດເກົ້າເຍື້ອນ ຫາກຈະໄດ້ທ່ອງຄຳແທ້ໆ,ເມື່ອປີ 1984,ລາວກໍ່ໄດ້ກາຍ ເປັນຜູ່ສີຊໍເກັ່ງກວ່າຫມູ່ທີ່ໃຜໆກໍຮັບຮູ້ນຳກັນຫມົດ.
ເມື່ອປີ1992 ,ຄະນະສິນລະປະຄົນພິການຂອງຈີນໄດ້ຮັບເຊີນໄປເສະແດງຢູ່ຫໍສະ ຫະປະຊາຊາດທີ່ກຸ່ງວຽນ,ທ່ານທຽນຊານໄດ້ໃຊ້ຄັນຊໍແນວອ່ອນມາສີເປັນເພງນົກ ຂັນແມງຮ້ອງ.ສາຍຊໍຂອງລາວບໍ່ຕ່າງຫຍັງວິທີຫຼິ້ນມົນກົນຄາຖາ,ບຶດຫນຶ່ງໄດ້ຍິນ ສຽງລົມພັດໃບໄມ້ຢູ່ກາງປ່າ,ຝູງນົກນານາຊະນິດຮ້ອງແຈ້ວໆຈະແຈ້ງສົ່ງສຽງ,ບຶດ ຫນຶ່ງຄືຢູ່ກາງເດີ່ນບ້ານທີ່ມິດຊ້ອຍມ້ອຍ,ໄກ່ຜູ່ກົ່ງຄໍຂັນ,ໄກ່ແມ່ພວມໄຂ່ຢູ່ໃນລົກ, ບຶດຫນ່ຶງພັດຄືຢູ່ກາງທ່ົງທີ່ກວ້າງເອີດເຕີດ,ໄດ້ຍິນແຕ່ສຽງກົບສຽງຂຽດດັງແຊວໆ, ໃນເວລາລາວສີຊໍເປັນສຽງກົບສຽງຂຽດຮ້ອງຢູ່ນັ້ນ,ຜູ່ຊົມຫມົດໂຮງກໍພາກັນຕົບມື ຊົມເຊີຍຢ່າງຟົດຟື້ນ.
ເມື່ອສະແດງຫມົດແລ້ວ,ມີຜູ່ຊົມຫຼາຍຄົນຂຶ້ນມາເບ່ິງຊໍຂອງລາວຢູ່ເທິງເວທີ,ແລ້ວ ພາກັນຍ້ອງວ່າ,ເປັນຕາງຶດແທ້ໆ,ນັບມາຮອດປະຈຸບັນໄດ້ມີຜູ່ຊົມທີ່ມາຈາກ 10 ກວ່າປະເທດໄດ້ຊົມສຽງອັນໄພເລາະເພາະຫູທີ່ລາວໃຊ້ຄັນຊໍອ່ອນສີຊໍຂອງລາວ ເຮັດໃຫ້ຜູ່ຟັງໄດ້ຮັບຄວາມສຸກທາງດ້ານສິນລະປະກຳ.
ດົນຕີໄດ້ເຮັດໃຫ້ທ່ານທຽນຊານຜ່ານຜ່າຄວາມຫຍຸ້ງຍາກແລະດົນຕີກໍ່ເຮັດໃຫ້ຈິດ ໃຈຂອງລາວໄດ້ຮັບແສງສະຫວ່າງ.ລາວເວົ້າວ່າຍ້ອນຕາຂ້ອຍບໍ່ເຫັນຮຸ່ງມາຕັ້ງແຕ່ ນ້ອຍ,ຈິ່ງບໍ່ຮູ້ສີສັນຫຍັງຫມົດ,ແຕ່ວ່າຜ່ານຈາກດົນຕີໄດ້ເຮັດໃຫ້ຂ້ອຍຮູ້ຈັກຄວາມ ສວຍງາມຂອງໂລກແລະຄວາມດີຄວາມຮ້າຍຂອງອາລົມຄົນ,ລາວເວົ້າວ່າ,ພໍໄດ້ ຍິນສຽງດົນຕີ,ລາວກໍມີຄວາມເຊື່ອຫມັ້ນຢ່າງເຕັມປ່ຽມຕໍ່ຊີວິດແລະມີຄວາມຮັກແພງ ຢ່າງລົ້ນເຫຼືອຕໍ່ທຳມະຊາດ.
ດຽວນີ້,ເຄື່ອງເສບທີ່ລາວເສບເປັນນັ້ນກໍຫຼາຍຂຶ້ນຊັກໃຊ້,ຄືຈາກເຄື່ອງສາຍດັ້ງເດີມ ໄປຮອດເຄື່ອງເສບເອີລົບ.ມີບາງຄົນເວົ້າຢອກວ່າລາວເອງກໍ່ແມ່ນວົງດົນຕີຂະ ຫນາດນ້ອຍວົງຫນຶ່ງແລ້ວ,ລາວຍັງໄດ້ຈັດຕັ້ງຄະນະສິນລະປະຄົນພິການ 30 ກວ່ າຄົນ,ອອກໄປທ່ຽວສະແດງຢູ່ຕາມແຫ່ງຕ່າງໆທົ່ວປະເທດ,ເຮັດແນວນີ້ກໍເປັນການ ຊອກວຽກຫນຶ່ງໃຫ້ຄົນພິການເຮັດທັງສ້າງຄວາມເຊື່ອຫມັ້ນໃຫ້ຄົນພິການເອົາຊະນະ ຄວາມຫຍຸ້ງຍາກອິກດ້ວຍ.
|