|
|
 |
| (GMT+08:00)
2005-01-07 16:45:02
|
 |
|
ປະຊາຄົມໂລກທະຍອຍກັນເພີ່ມການຊ່ອຍເຫືຼອຕໍ່ປະເທດປະສົບໄພຈາກຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: zl
ຕາມຂ່າວCRI:ວັນມີ 6 ມັງກອນ,ປະຊາຄົມໂລກທະຍອຍກັນເພີ່ມການຊ່ອຍເຫຼືອຕໍ່ປະເທດປະສົບໄພຈາກແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ,ເພື່ອຊ່ອຍເຫຼືອປະເທດປະສົບໄພສ້າງສາຄືນໃໝ່ຫຼັງໄພພິບັດດີກວ່າເກົ່າ.
ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນເວົ້າວ່າ, ໂດຍຕອບສະໜອງຄຳຮຽກຮ້ອງຂອງສະຫະປະຊາຊາດ, ລັດຖະບານຈີນ ຕົກລົງວ່າຈະສະໜອງການຊ່ອຍເຫຼືອທີ່ຕົກເປັນເງິນ 20 ລ້ານໂດລາສະຫະລັດແກ່ປະເທດປະສົບໄພອີກເທື່ອໜຶ່ງບົນພື້ນຖານຄຳໝັ້ນສັນຍາເກົ່າ.ລັດຖະບານຈີນຍັງຕົກລົງຍົກເວັ້ນໜີ້ສິນທີ່ລັດຖະບານສີລັງກາຕິດນຳຈີນທີ່ຈະຮອດເວລາກຳໝົດນັ້ນໃຫ້ໝົດ.
ອາເມລິກາ ສະຫະພາບເອີລົບແລະຍີ່ປຸ່ນສະແດງວ່າຈະເພີ່ມຕື່ມເງິນຊ່ອຍເຫຼືອ,ໃຊ້ເຂົ້າໃນການສ້າງສາຄືນໃໝ່ແລະສ້າງສາເສດຖະກິດຫຼັງໄພພິບັດຂອງບັນດາປະເທດທີ່ປະສົບໄພ.ອັງກິດແລະແຟນລັງກໍປະກາດຈະເພີ່ມຈຳນວນເງິນຊ່ອຍເຫຼືອມະນຸດສະທຳຕໍ່ປະເທດປະສົບໄພ.
ນອກນີ້ຂ່າວແຈ້ງວ່າ,ຢູ່ພາຍໃນປະເທດອາລາບີຊາອູດິດໄດ້ຈັດການເຄື່ອນໄຫວບໍລິຈາກເງິນແກ່ປະເທດແລະປະຊາຊົນທີ່ປະສົບໄພ,ມື້ທຳອິດກໍຮັບເງິນບໍລິຈາກໄດ້ 30 ລ້ານກວ່າໂດລາສະຫະລັດ.
ແອສປາຍຕົກລົງແຕ່ງກອງທະຫານແລະຈັດສົ່ງອຸປະກອນໄປເຂົ້າຮ່ວມການເຄື່ອນໄຫວກູ້ໄພຢູ່ປະເທດປະສົບໄພແຕ່ອາທິດໜ້າເປັນຕົ້ນໄປ.
ລັດຖະບານມາເຊໂດເນຍຕົກລົງສະໜອງຢາປີ່ນປົວທີ່ຕົກເປັນເງິນ 1 ລ້ານ 5 ແສນເງິນເອີໂລພ້ອມກັບພັດສະດຸຊ່ອຍເຫຼືອອື່ນໆ,ແລະແຕ່ງກອງປີ່ນປົວແລະກອງປ້ອງກັນພະຍາດໄປເຂົ້າຮ່ວມການເຄື່ອນໄຫວກອບກູ້ຢູ່ເຂດປະສົບໄພ.
|
|
|