|
ພັດສະດຸກູ້ໄພງວດທີສອງຂອງຮົງກົງຖືກສົ່ງໄປອິນໂດເນເຊຍ
cri
Author: zl
ຕາມຂ່າວສານຊິນຮວາ:ຫຼັງຈາກພັດສະດຸກູ້ໄພງວດທີໜຶ່ງຂອງຮົງກົງຖືກສົ່ງໄປຮອດພູເກັດຂອງໄທໃນວັນທີ 1 ມັງກອນແລ້ວ,ວັນທີ 7 ມັງກອນ,ອົງການປົກຄອງເຂດພິເສດຮົງກົງໄດ້ຈັດສົ່ງພັດສະດຸກູ້ໄພງວດທີສອງໄປຢາກາກຕາຂອງອິນໂດເນເຊຍ,ສະໜອງການຊ່ອຍເຫຼືອແກ່ຜູ້ປະສົບໄພຈາກຄື້ນທະເລຊູນາມີ.
ໂດບຕອບສະໜອງຄຳຮຽກຮ້ອງໂດຍກົງຈາກລັດຖະບານອິນໂດເນເຊຍ,ພັດສະດຸງວດນີ້ຕົນຕໍລວມທັງນ້ຳດື່ມແກ້ວ,ຕູບຜ້າເຕັນ,ຜ້າຫົ່ມແລະໄຟສາຍເປັນຕົ້ນ,ໜັກ 76 ໂຕນ,ຄາດວ່າຈະສົ່ງໄປຮອດຢາກາກຕາໃນຕອນຮຸ່ງເຊົ້າວັນທີ 8 ມັງກອນ.
ອົງການປົກຄອງເຂດພິເສດຮົງກົງຍັງຕິດຕໍ່ກັບກົງສູນຂອງລັດຖະບານມານດິວແລະສີລັງກາປະຈຳຮົງກົງ,ຊອກຮູ້ຄວາມຮຽກຮ້ອງຕ້ອງການ,ເພື່ອທຳການຈັດວາງທີ່ເປັນໄປໄດ້ຊ່ອຍເຫຼືອຜູ້ປະສົບໄພໂດຍໄວເທົ່າທີ່ຈະໄວໄດ້.
|
|