|
|
 |
| (GMT+08:00)
2005-01-07 20:51:11
|
|
ທະນາຄານພັດທະນາອາຊີຈະສະໜອງການຊ່ອຍເຫຼືອຍິ່ງຫຼາຍໃຫ້ແກ່ປະເທດປະສົບໄພຄື້ນທະເລຊູນາມີ
cri
Author: zl
ຕາມຂ່າວສານຊິນຮວາ:ວັນທີ 7 ມັງກອນ,ທະນາຄານພັດທະນາອາຊີອອກຖະແຫຼງການໂດຍກ່າວວ່າ,ທະນາຄານພັດທະນາອາຊີຈະສະໜອງເງິນກູ້ໄພ 500 ລ້ານໂດລາສະຫະລັດໃຫ້ແກ່ອິນໂດເນເຊຍ ສີລັງກາແລະມານດິວ ຊຶ່ງປະສົບໄພຄື້ນທະເລຊູນາມີ.
ທະນາຄານພັດທະນາອາຊີເວົ້າວ່າ, 500 ລ້ານໂດລາສະຫະລັດງວດນີ້ຈະສະໜອງໃຫ້ 3 ປະເທດດັ່ງກ່າວດ້ວຍຮູບແບບຊ່ອຍເຫຼືອລ້າແລະກອງທຶນດອກເບັ້ຍຕ່ຳພິເສດ.
ທະນາຄານພັດທະນາອາຊີເວົ້າວ່າ,ຈະຮັບປະກັນເງິນເຫຼົ່ານີ້ເບີກໃຫ້ໂຄງການຊ່ອຍເຫຼືອກ່ອນໝູ່ໂດຍໄວ,ຊ່ອຍເຫຼືອປະເທດປະສົບໄພດຳເນີນການສ້າງສາຄືນໃໝ່ຍາວນານຫຼັງໄພພິບັດ.ທະນາຄານພັດທະນາອາຊີຍັງຈະເບີກເງິນ 1 ລ້ານໂດລາສະຫະລັດ,ຄົ້ນຄວ້າໂຄງການກ່ຽວກັບການສ້າງຕັ້ງລະບົບເຕືອນໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
|
|
|