ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-07 20:58:38    
ບໍລິ​ສັດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ຈີນ​ສະ​ໜອງ​ການ​ບໍລິ​ການ​ຂ່າວ​​ກອບ​ກູ້​ດ່ວນ​ແກ່​ຜູ້​ໃຊ້​ມື​ຖື​ທີ່​ຢູ່​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ

cri Author: zl
ຕາມ​ຂ່າວ​ສານ​ຊິນ​ຮວາ:​ພາຍ​ຫຼັງ​ເກີດ​ໄພ​ແຜ່ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະ​ໝຸດ​ອິນ​ເດຍ​ເປັນ​ຕົ້ນ​ມາ,​ກຸ່ມ​ບໍລິ​ສັດ​ໂທລະ​ຄົມ​ເຄື່ອນ​ທີ່ຈີນ(​CNCC) ໄດ້​ເລີ່ມ​ປະຕິບັດ​ກົນ​​ໄກດ່ວນ​ທີ່​ກ່ຽວ​ຂ້ອງໃນ​ທັນ​ທີ,ສະ​ໜອງ​ຂ່າວ​ສານ​ກອບ​ກູ້​​ດ່ວນ​ແກ່​ຜູ້​ໃຊ້​ໂທ​ລະ​ສັບມື​ຖື​ທີ່ຢູ່​ປະ​ເທດ​ປະສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ເກືອບ 6 ພັນ​ຄົນ.

ວັນທີ 7 ມັງ​ກອນ,​ຜູ້​ຮັບ​ຜິດ​ຊອບ​ຂອງ​ບໍລິສັດ​ດັ່ງ​ກ່າວ​​ແນະນຳ​ວ່າ,​ແຕ່​ເກີດ​ໄພ​​ເປັນ​ຕົ້ນ​ມາ,​ພວກ​ເຂົາ​ເຈົ້າ​ຮຽບ​ຮຽງ​ລາຍ​ຊື່​​ຜູ້​ໃຊ້​ໂທ​ລະ​ຄົມ​ເຄື່ອນ​ທີ່​ຂອງ​ຈີນ​ທີ່ຢູ່​ປະ​ເທດ​ປະສົບ​ໄພ,ຕິດ​ຕໍ່​​ກັບ​ຂະ​ແໜງ​ການ​ຕ່າງ​ປະ​ເທດ,​ສົ່ງຂໍ້​ຄວາມ​ສັ້ນ​ກ່ຽວ​ກັບ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ຊະນິດ​ຕ່າງໆ​ໃຫ້​ຜູ້​ໃຊ້​,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້ຈັກ​ສະ​ພາບ​ໄພ​ພິບັດ​ຢ່າງ​ທັນ​ການ,​ຊ່ອຍ​ພວກ​ເຂົາ​ເຈົ້າ​ພົ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ.