|
ວົງການຕ່າງໆເຂດມົງໂກໄນບໍລິຈາກເງິນ 2 ລ້ານ 3 ແສນ 7 ໝື່ນຢວນໃຫ້ເຂດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: zl
ຕາມຂ່າວສານຊິນຮວາ:ນັກຂ່າວໄດ້ຊາບຈາກສະພາກາແດງເຂດມົງໂກໄນປົກຄອງຕົນເອງຂອງຈີນວ່າ,ນັບມາຮອດຕອບບ່າຍ 17 ໂມງຂອງວັນທີ 7 ມັງກອນ,ສະພາກາແດງດັ່ງກ່າວໄດ້ຮັບເງິນບໍລິຈາກ 2 ລ້ານ 3 ແສນ 7 ໝື່ນຢວນຈາກວົງການຕ່າງໆເຂດມົງໂກໄນເພື່ອເຂດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
ຜູ້ຮັບຜິດຊອບສະພາກາແດງເຂດມົງໂກໄນແນະນຳວ່າ,ກຸ່ມອີລີມົງໂກໄນໄດ້ບໍລິຈາກເງິນ 5 ແສນຢວນ,ນອກນັ້ນລ້ວນແມ່ນຮັບບໍລິຈາກຈາກເອກະຊົນບັນດາເຜົ່າທົ່ວເຂດມົງໂກໄນ.
|
|