|
|
 |
| (GMT+08:00)
2005-01-07 22:54:18
|
 |
|
ສະຫະພາບເອີລົບຈັດກອງປະຊຸມລັດຖະມົນຕີສະໄໝວິສາມັນກ່ຽວກັບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: zl
ຕາມຂ່າວcri:ຕອນບ່າຍວັນທີ 7 ມັງກອນ,ຢູ່ບຼູແຊນ,ລັດຖະມົນຕີກະຊວງການຕ່າງປະເທດ,ກະຊວງຮ່ວມມືພັດທະນາແລະກະຊວງສາທາລະນະສຸກຂອງ 25 ປະເທດສະມາຊິກສະຫະພາບເອີລົບໄດ້ຈັດກອງປະຊຸມສະໄໝວິສາມັນ,ຫາລືບັນຫາຊ່ອຍເຫຼືອປະເທດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
ກອງປະຊຸມຈະຮັບຟັງບົດລາຍງານສະພາບເຂດປະສົບໄພຂອງທ່ານມີເຊວ ກຳມະການຄະນະກຳມະການສະຫະພາບເອີລົບທີ່ຮັບຜິດຊອບການພັດທະນາແລະຊ່ອຍເຫຼືອມະນຸດສະທຳທີ່ຫາກໍ່ກັບຈາກການຢ້ຽມຢາມເຂດປະສົບໄພ.ບົນພື້ນຖານຂໍ້ມູນຂ່າວສານທີ່ຄະນະກຳມາທິການສະຫະພາບເອີລົບແລະສະຫະປະຊາຊາດສະໜອງໃຫ້,ລັດຖະມົນຕີບັນດາປະເທດທີ່ຮ່ວມປະຊຸມຈະຕີລາຄາຄວາມຮຽກຮ້ອງຕ້ອງການຂອງປະເທດປະສົບໄພແລະມາດຕະການກູ້ໄພດ່ວນຂອງສະຫະພາບເອີລົບ,ຫາລືແຜນການຊ່ອຍເຫຼືອໄລຍະກາງແລະໄລຍະໄກຂອງສະຫະພາບເອີລົບ.ກອງປະຊຸມຍັງຈະກະກຽມແກ່ກອງປະຊຸມປະເທດບໍລິຈາກທີ່ຈະຈັດຂຶ້ນຢູ່ເຊີແນວໃນວັນທີ 11 ມັງກອນ.
ຕາມຂ່າວແຈ້ງວ່າ,ບັນດາລັດຖະມົນຕີສະຫະພາບເອີລົບຍັງຈະຫາລືບັນຫາຕ່າງໆເຊັ່ນ ຫຼຸດແລະຍົກເວັ້ນໜີ້ສິນຂອງປະເທດປະສົບໄພ,ສະໜອງການສະໜັບສະໜູນໃຫ້ແກ່ການສ້າງກົນໄກເຕືອນໄພຄື້ນທະເລຊູນາມີຢູ່ເຂດມະຫາສະໝຸດອິນເດຍແລະສ້າງຕັ້ງກອງປະຕິກິລິຍາໄວສະຫະພາບເອີລົບຕໍ່ໄພພິບັດ.
|
|
|