ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-09 20:37:45    
ປະຊາ​ຄົມ​ໂລກ​ສືບ​ຕໍ່​ຕັ້ງ​ໜ້າ​ຊ່ອຍ​ເຫຼືອ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: q
ຕາມ​ຂ່າວCRI,ນັບ​ມາ​ຮອດ​ວັນ​ທີ8​ມັງກອນ,ປະຊາ​ຄົມ​ໂລກ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ວັນ​ທີ9​ມັງກອນ,ຢູ່​ໂກ​ລົມ​ໂບ ນະຄອນຫຼວງ​ສີ​ລັງກາ,ທ່ານ​ອານ​ນານ​ເລຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ໃຫ້​ການ​ຊ່ອຍ​ເຫຼືອ​ດ້ວຍ​ເງິນ​ສົດ​1​ຕື້​ໂດ​ລາ​ສະຫະລັດ​ແກ່​ປະ​ເທດ​ປະສົບ​ໄພ.ທ່ານ​ກ່າວ​ວ່າ,​ເງິນ​ສົດ​ກ້ອນ​ນີ້​ສຳ​ຄັນ​ທີ່​ສຸດ​ຕໍ່​ວຽກ​ງານ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ຂອງ​ບັນດາ​ປະ​ເທດ​ປະສົບ​ໄພ​ໃນ​6​ເດືອນ​ຂ້າງ​ໜ້າ.

ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ທີ່​ໂທລະພາບ​ອາ​ລາ​ບີ​ຊາ​ອູ​ດິດ​ປະ​ກາດ​ໃນ​ວັນ​ທີ8​ມັງ​ກອນ​ສະ​ແດງ​ໃຫ້​ເຫັນ​ວ່າ,ລັດຖະບານ​ແລະ​ຝ່າຍ​ພົນລະ​ເຮືອນ​ອາ​ລາ​ບີ​ຊາ​ອູ​ດິດ​ໄດ້ ​ບໍ​ລິ​ຈາກ​ເງິນ​ແລະ​ຊ່ອຍ​ເຫຼືອ​ແບບ​ມະ​ນຸດ​ສະ​ທຳ​ທີ່​ມີ​ຍອດ​ມູນ​ຄ່າ​ລື່ນ​ກາຍ110​ລ້ານ​ໂດ​ລາ​ສະ​ຫະ​ລັດ​ແກ່​ປະ​ເທດ​ປະສົບ​ໄພ​​.

ໃນ​ມື້​ດຽວ​ກັນ,​ວິທະຍຸ​ກະ​ຈາ​ຍສຽງ​ຂອງ​ດານ​ມາກ​ລາຍ​ງານ​ວ່າ, ​ເງິນ​ບໍລິ​ຈາກ​ທີ່​ຝ່າຍ​ພົນ​ລະ​ເຮືອນ​ບໍລິຈາກ​ນັ້ນ​ໄດ້​ບັນລຸ176​ລ້ານ​​ໂກຼນດານ​ມາກ(​ເທົ່າ​ກັບ​ປະມານ31​ລ້ານ​ໂດ​ລາ​ສະ​ຫະ​ລັດ).ນອກ​ນີ້,ລັດຖະບານ​ດານ​ມາກ​ຕົກລົງ​ຈະ​ເພີ່ມ​​ເງິນ​ຊ່ອຍ​ເຫຼືອ​ປະ​ເທດ​ປະສົບ​ໄພ​ໃຫ້​ບັນ​ລຸ​ຮອດ​420​ລ້ານ​ໂກຼນດານ​ມາກ(​ເທົ່າ​ກັບ​ປະມານ​75ລ້ານ​ໂດ​ລາ​ສະຫະລັດ).

ກະຊວງ​ການ​ຕ່າງປະ​ເທດ​ນອກ​ແວ​ອອກ​ຖ​ະ​ແຫຼ​ງການ​ວ່າ,ລັດຖະສະ​ພາ​ນອກ​ແວ​ໄດ້​ເຫັນ​ດີ​ໃຫ້​ລັດຖະບານ​ເບີກ​ເງິນ​ອີກ1​ຕື້​ໂກຼນນອກ​ແວ​(​ເທົ່າ​ກັບ​ປະມານ160​ລ້ານ​ໂດ​ລາ​ສະ​ຫະ​ລັດ)​ເພື່ອ​ໃຊ້​ເປັນ​​ເງິນ​ຊ່ອຍ​ເຫຼືອ​ເພີ່ມ​ຕື່ມ​​ໃຫ້​ປະ​ເທດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ,​ແລະ​ກ່າວ​ວ່າ​ຈະ​ມອບ416​ລ້ານ​ໂກຼນນອກ​ແວ(​ເທົ່າ​ກັບ​ປະມານ​68​ລ້ານ​ໂດ​ລາ​ສະ​ຫະ​ລັດ)​ໃນ​​ເງິນ​ກ້ອນ​ນີ້ໃຫ້​ສະຫະ​ປະຊາ​ຊາດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ເພື່ອ​ຊ່ອຍ​ເຫຼືອ​ສີ​ລັງ​ກາ​ແລະ​ອິນ​ໂດ​ເນ​ເຊຍ​ດຳ​ເນີນ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ.

ວັນ​ທີ8​ມັງກອນ,ລັດຖະບານ​ເຢຍລະ​ມັນ​ໄດ້​ສະ​ເໜີ​ແຜນການ​ກໍ່ສ້າງ​ລະບົບ​ເຕືອນ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ,ຈະ​ນຳ ​ໃຊ້​ເຄືອ​ຂ່າຍ​ສັງ​ເກດ​ຢັ່ງ​ແທກ​ແຜ່ນດິນ​ໄຫວ​ທົ່ວ​ໂລກ​ທີ່​ເຢຍ​ລະ​ມັນ​ມີ​ຢູ່​ໃນ​ປະ​ຈຸ​ບັນ,ສ້າງ​ຕັ້ງ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ຢ່າງ​ບັງ​ເກີດ​ຜົນ​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍກ່ອນ​ໝູ່​ພາຍ​ໃນ3​ປີ​ຂ້າງ​ໜ້າ.