|
ອິນໂດເນເຊຍສ້ອມແປງເດີ່ນຍົນຂອງເມືອງແອມລາໂບທີ່ຖືກທຳລາຍຍ້ອນແຜ່ນດິນໄຫວແລະຄື້ນທະເລຊູນາມີ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ9ມັງກອນ,ສື່ມວນຊົນອິນໂດເນເຊຍລາຍງານວ່າ,ອິນໂດເນເຊຍໄດ້ເລີ່ມສ້ອມແປງເດີ່ນຍົນຂອງເມືອງແອມລາໂບທາງພາກຕາເວນຕົກແຂວງອາເຊທີ່ຖືກທຳລາຍຢ່າງໜັກໜ່ວງຍ້ອນແຜ່ນດິນໄຫວແລະຄື້ນທະເລຊູນາມີ.ກະວ່າ,ເດີ່ນຍົນແຫ່ງນີ້ສາມາດຟື້ນຟູການທຸລະກິດເປັນປົກກະຕິໃນໄວໆນີ້ໄດ້.
ຜູ້ບັນຊາກອງທະຫານລັດຖະບານອິນໂດເນເຊຍປະຈຳເມືອງແອມລາໂບກ່າວວ່າ,ກິດຈະການສ້ອມແປງເດີ່ນຍົນລວມທັງການສ້າງລານແລ່ນໃຫ້ກວ້າງອອກ,ປົວແປງລະບົບລາດາແລະລະບົບສື່ສານເປັນຕົ້ນ.
ເມືອງແອມລາໂບຕັ້ງຢູ່ ພາກຕາເວັນຕົກແຂວງອາເຊ,ເປັນເຂດປະສົບໄພຢ່າງໜັກໜ່ວງຈາກແຜ່ນດິນໄຫວແລະຄື້ນທະເລຊູນາມີ.ອຸປະກອນສ່ວນໃຫຍ່ຂອງເດີ່ນຍົນເມືອງແອມລາໂບຖືກທຳລາຍ,ອັນໄດ້ກະທົບກະເທືອນຢ່າງໜັກໜ່ວງຕໍ່ວຽກງານຂົນສົ່ງພັດສະດຸກູ້ໄພ.
|
|