ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-10 09:52:48    
ກິລາ​ຈີນ​ປີ 2004 ມີ​ສະ​ເໜຫຼາຍ(ສຽງ)

cri Author: lm

ຕາມ​ຂ່າວ​CRI: ປີ 2004 ຫາ​ກໍ່​ຜ່ານ​ພົ້ນ​ໄປ. ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນສຳ​ເລັ​ດຢ່າງ​ໃຫຍ່ຫຼວງ​ໃນ​ງານ​ກິລາ​ໂອ​ລິ​ມປິກ, ພ້ອມ​ກັນນັ້ນມີ​ງານ​ແຂ່ງຂັນ​ໂລດ​​ໂຜນ​ງວດ​ໜຶ່ງ​ຄື ການ​ແຂ່ງຂັນ​ລົດ​ສູດ​ໜຶ່ງ​ແລະ​ການ​ແຂ່ງຂັນ​ບານ​ບ້ວງ NBA ​ເປັນຕົ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ, ​​ເປັນ​ອາ​ຫານ​ຕາ​ຂອງແຟນກິລາ​ທັງຫຼາຍ, ກິລາ​ຈີນ​​ໃນ​ປີ 2004 ​ເຮັດ​ໃຫ້​ຄົນ​ລືມ​ໄດ້​ຍາກ. ​ໃນ​ລາຍ​ການ​ພາກ​ນີ້ ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສ​ຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ກິລາ​ຈີນ​ປີ 2004 ມີ​ສະ​ເໜ​ຫຼາຍ. ຂໍ​​ໃຫ້​ທ່ານ​ພ້ອມ​ກັນ​ກັບ​ພວກ​ເຮົາ​ຫວນ​ຄືນ​ກິລາ​ຈີນ​ປີ 2004.

ປີ 2004 ​ແມ່ນ​ປີ​ໜຶ່ງ​ທີ່​ກິລາ​ຈີນ​ໄດ້ຮັບຜົນ​ສຳ​ເລັດ​ຫຼາຍ. ​ໃນ​ນັ້ນ ຄະນະ​ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​​ແຕນ, ນີ້​ແມ່ນ​ຈຸດ​ຮຸ່ງ​ຈຸດ​ໜຶ່ງ​ໃນ​ທົ່ວ​ປີ 2004.

​ໃນ​ງານ​ກິລາ​ໂອ​ລິ​ມປິກອາ​ແຕນທີ່​ຈັດ​ຂຶ້ນ​ໃນ​ເດືອນສິງຫາ, ຄະນະ​ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນ​ງານ​ດີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນຄື ຊິງ​ໄດ້ຫຼຽນຄຳ​ 32 ຫຼຽນ, ຈຳນວນຫຼຽນຄຳ​ລື່ນ​ກາຍ​ຣັດ​ເຊຍ ປະ​ເທດ​ກິ​ລາ​ແຂງ​ແຮງ​ດັ້ງ​ເດີມ​ເປັນຄັ້ງທຳ​ອິດ, ໜ້ອຍ​ກວ່າ​ອາ​ເມ​ລິ​ກາ​ທີ່​ຢູ່​ອັນ​ດັບ​ໜຶ່ງ​​ໃນ​ຕາ​ລາງ​ຫຼຽນ​ຄຳ​ພຽງ 3 ຫຼຽນ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ ​ໃນ​ງານ​ກິລາ​ໂອ​ລິ​ມ​ປິກ​ຄັ້ງ​ນີ້, ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ຈາກ​ລາຍການ​ແຂ່ງຂັນ​ຍິ່ງຫຼາຍ, ນອກຈາກ​ລາຍການ​ແຂ່ງຂັນ​ຄື​ໂດດ​ນ້ຳ ປິງ​ປອງ​ແລະ​ຍິງ​ເປົ້າ​ເປັນຕົ້ນຍັງ​ມີ​ທ່າ​ແຮງ​ຢູ່​ຄື​ເກົ່າ​ແລ້ວ, ຄະນະ​ນັກ​ກິລາ​ຈີນ​ຍັງ​ມີ​ການ​ບຸກ​ທະລຸ​​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ​ໃນ​ລາຍການ​ອ່ອນ​ແອ​ຄື​ແລ່ນ​ແລະ​ລານ ການ​ຊ່ວງ​ເຮືອ​ກາ​ໂນ  ​ແລະ​ເທັນ​ນິສ​ເປັນ​ຕົ້ນ​ອີກ​ດ້ວຍ. ​ໃນ​ການ​ແຂ່ງຂັນ 110 ​ແມັດ​ຂ້າມ​ຮົ້ວ​ເພດ​ຊາຍ​ຮອບ​ຊິງ​ຊະ​ນະ​ເລີດ, ທ້າວ​ລິວ​ສຽງ ນັກ​ກິລາ​​ແລ່ນຂ້າມ​ຮົ້ວຈີນທີ່​ອາຍຸ 21 ປີ​ຊິງ​ໄດ້ຫຼຽນຄຳ​, ​ເປັນຫຼຽນຄຳ​ໂອ​ລິ​ມ​ປິກ​ຫຼຽນ​ທຳ​ອິດ​ຂອງ​ຊາວ​ອາຊີ​ໃນ​ລາຍການ​ແຂ່ງຂັນ​ແລ່ນ​ໄວ​ປະ​ເພດ​ແລ່ນ​ແລະ​ລານ, ຜົນ​ການ​ແຂ່ງ​ຂັນ​ແມ່ນ 12 ວິ​ນາ​ທີ 91 ສະ​ເໝີ​ກັບ​ສະຖິຕິ​ໂລກ​ຂອງ​ລາຍການນີ້. ທ້າວ​ລິວ​ສຽງ​​ເລີຍ​ກາຍ​ເປັນ​ບຸກ​ຄົນ​ກະ​ເດື່ອງ​ບ້ານ​ກະ​ເດື່ອງ​ເມືອງບົນ​ເວທີ​ກິລາ​ຈີນ​ປີ 2004; ​ໃນ​ລາຍ​ການ​ແຂ່ງ​ຂັນ​ຊວງ​ເຮືອ​ກາ​ໂນ​ພາຍ​ສອງ​ຄົນ​ເພດ​ຊາຍ 500 ​ແມັດ, ທ້າວ​ເມິງ​ກວນ​ລຽງ​ແລະ​ທ້າວ​ຢາງ​ເວີນ​ຈຸນ​ຊິງ​ໄດ້​ຫຼຽນ​ຄຳ ​ເປັນ​ຫຼຽນ​ຄຳ​ຫຼຽນທຳ​ອິດ​ຂອງ​ຈີນ​ໃນລາຍການ​ແຂ່ງຂັນ​ໜ້ານ້ຳຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​; ນາງ​ລີ​ຖິງ​ກັບ​ນາງ​ຊຸນ​ຖຽນຖຽນຊິງ​ໄດ້ຫຼຽນຄຳ​ໃນ​ການ​​ແຂ່ງຂັນ​ເທັນ​ນິສຕີ​ຄູ່​ເພດ​ຍິງ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​​ແຕນ. ​ເມື່ອ​ເວົ້າ​ເຖິງ​ງານ​ກິລາ​ໂອ​ລິ​ມປິກ​ອາ​​ແຕນ, ທ່ານ​ຢວນ​ເວີຍ​ໝິນ ປະ​ທານ​ຄະ​ນະ​ກຳ​ມະການ​​ໂອ​ລິ​ມປິກ​ຈີນ​ເວົ້າວ່າ:

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້ ພວກ​ເຮົາ​ມີ​ຈຸດ​ພິ​ເສດເດັ່ນ​ດັ່ງ​ລຸ່ມ​ນີ້: ໜຶ່ງ ​ໃນ​ຕາ​ລາງ​ຫຼຽນ​ຄຳ ຄະນະ​ນັກ​ກິລາ​ພວກຂ້າພະ​ເຈົ້າພຽງ​ຖັດຈາກ​ອາ​ເມ​ລິ​ກາ ​ເປັນ​ທີ​ສອງ; ສອງ ຈຳ​ນວນ​ຫຼຽນ​ຄຳ ຍອດຈຳນວນຫຼຽນ​​ສາມ​ຊະນິດ​ແລະ​ຈຳນວນ​ນັກ​ກິລາ​ທີ່​ເຂົ້າ​ໃນ​ຖັນ​ແຖວ​ຈາກ​ທີ​ໜຶ່ງ​ຫາ​ທີ 8 ​ໄດ້​ລື່ນ​ກາຍ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງກ່ອນ​ຢ່າງຮອບດ້ານ; ສາມ ​ໃນ​ລາຍ​ການ​ພື້ນ​ຖານ​ຄື​ແລ່ນ​ແລະ​ລານ​ແລະ​ການ​ລອຍນ້ຳ ລາຍການ​ແຂ່ງຂັນປະ​ເພດ​ບານ​ ​ລວມໝູ່​ແລະ​ລາຍ​ການ​ລະ​ດັບ​ຫຼ້າ​ຫຼັງ ຊິງ​ໄດ້ຫຼຽນຄຳ​ໃນ​ບາງລາຍການ​, ​ໄດ້​ຮັບ​ຜົນງານ​ບຸກ​ທະ​ລຸ​ທີ່​ໜ້າ​ຊື່ນ​ຊົມ; ສີ່ ​ນັກ​ກິ​ລາ​ໜຸ່ມ​ໄດ້​ຮັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​.

ນ​ອກຈາກ​ຊິງ​ໄດ້ຫຼຽນໃນ​ງານ​ກິລາ​ໂອ​ລິ​ມປິກອາ​ແຕນ​ແລ້ວ, ກິລາ​ຈີນ​ໃນ​ປີ 2004 ກໍ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງ​ໃນ "ສະໜາມ​ແຂ່ງຂັນ" ດ້ານ​ອື່ນ. ​ໃນ​ປີ 2004 , ງານ​ແຂ່ງຂັນ​ໂລດ​ໂຜນ​ລະດັບ​ໂລກຫຼາຍປະ​ເພດ​ໄດ້​ຈັດ​ຂຶ້ນຫຼືກຳນົດ​ຈະຈັດ​ຂຶ້ນຢູ່​ຈີນ. ວັນ​ທີ 26 ກັນຍາ, ງານ​ແຂ່ງ​ຂັນ​ລົດ​ສູດ​ໜຶ່ງ​ນັດຊິງ​ຊະນະ​ເລີດ​ໂລກ​ຢູ່​ຈີນ​ໄດ້​ຈັດ​ຂຶ້ນຢູ່​ສະໜາມ​ແຂ່ງລົດ​ສາກົນ​ຊຽງ​ໄຮ້​ເປັນຄັ້ງທຳ​ອິດ. ​ແຕ່​ປີ 2004 ​ເປັນຕົ້ນ​ໄປ ຊຽງ​ໄຮ້​ຈະ​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງຂັນ​ລົດ​ສູດ​ໜຶ່ງ​ນັດ​ຊິງ​ຊະນະ​ເລີດ​ໂລກຢູ່​ຈີນ 7 ປີ​ລຽນຕິດ. ​ການ​ໃຫ້​ຊຽງ​ໄຮ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນ​ລົດ​ສູດ​ໜຶ່ງ​ຊິງ​ຊະ​ນະ​ເລີດ​ໂລກ​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ແຟນ​ລົດ​ຂອງ​ຈີນ​ໄດ້​​ມີ​ໂອ​ກາດ​ສຳຜັດ​ກັບ​ດາລາ​ແຂ່ງ​ລົດ​ຄື ມີ​ແຊນ ຊູ​ມາ​ເກີ​ແລະ​ຣະ​ແບນ ບາຣີ​ແຊ​ໂລ​ເປັນຕົ້ນຢ່າງ​ໃກ້ຊິດ​ເປັນ​ຄັ້ງ​ທຳ​ອິດ​ທໍ່​ນັ້ນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະ​ເໜ​ມະ​ຫາ​ນະຄອນ​ຊຽງ​ໄຮ້​ ພ້ອມ​ຄວາມ​ສາມາດ​ແລະ​ຄຸນ​ທາດ​ຂອງ​ຊາວ​ຈີນ​ທີ່​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງຂັນ​ລະດັບ​ໂລກ​ຂະໜາດ​ໃຫຍ່​​ໄປສູ່ທົ່ວ​ໂລກອີກ​ດ້ວຍ.

ທ່ານ​ເບີນີ ​ແອັກ​ແຄຼສ​ຕອນ ປະທານສະພາ​ບໍລິຫານ​ຂອງ​ບໍລິສັດ​ຄຸ້ມ​ຄອງ​ການ​ແຂ່ງ​ລົດ​ສູດ​ໜຶ່ງ​ກ່າວ​ວ່າ, ຊຽງ​ໄຮ້​ໄດ້​ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນລົດ​ສູດ​ໜຶ່ງ, ​ແມ່ນ​ຍ້ອນ​ວ່າ​ງານ​ແຂ່ງ​ຂັນ​ດັ່ງກ່າວຈະເສຍ​ຕະຫຼາດຈີນ​ທີ່​ມີ​ປະຊາກອນ​ຫຼວງຫຼາຍ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານນີ້​ບໍ່​ໄດ້, ຍັງ​ຍ້ອນວ່າ​ນັກທຸລະກິດ​ທີ່ອຸປະຖຳ​ຂະ​ບວນລົດ​ສູດ​ໜຶ່ງ​ຫຼາຍ​ບໍ​ລິ​ສັດ​ຢາກ​ເຂົ້າ​ຕະຫຼາດຈີນ​ມາ​ແຕ່​ດົນ​ແລ້ວ.

ຍ້ອນ​ເຫດຜົນ​ເຊັ່ນດຽວ​ກັນ, ອົງການ​ການ​ກິລາ​ສາກົນ​ປະ​ເພດ​ດ່ຽວ​ອື່ນໆ​ກໍ​ຊິງ​ກັນ​ເຂົ້າ​ສູ່​ຕະ​ຫຼາດຈີນ ​ເຊັ່ນ ​ເດືອນ​ກໍລະກົດ​ປີ 2004, ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ອາຊີ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ​ເປັນ​ຄັ້ງທຳ​ອິດ; ​ເດືອນ​ຕຸລາ, NBA ​ໄດ້​ຈັດການ​ແຂ່ງຂັນ​ຮອບ​ກ່ອນ​ລະດູ​ການ​ແຂ່ງ​ຂັນ​ສອງ​ນັດ​ຢູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ້; ​ກາງເດືອນ​ທັນວາ, ສະ​ຫະ​ພັນ​ຫຼິ້ນສະ​ເກດສາກົນ​ໄດ້​ໃຫ້​ປັກ​ກິ່ງ​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນ​ຮອບ​ຊິງ​ຊະນະ​ເລີດ​ຂອງ​ງານ​ແຂ່ງ​ຂັນ​ຫຼິ້ນ​ສະ​ເກດ​ແບບ​ລວດລາຍຊິງ​ລາງວັນ​ໃຫຍ່ເປັນຄັ້ງທຳ​ອິດ; ​ໃນ​ປີ 2004 ວົງ​ການ​ກິລາ​ຂອງ​ຈີນ​ຍັງ​ໄດ້​​ເຊັນ​ສັນຍາ​ຫຼາຍສະບັບກ່ຽວ​ກັບຈີນ​ເປັ​ນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນ​ສຳ​ຄັນ​ຫຼາຍ​ເທື່ອ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ, ​ແຕ່​ປີ 2005 ຫາ​ປີ 2007, ງານ​ແຂ່ງຂັນ​ເທັນ​ນິສ​ມາສ​ເຕີ​ຂັບ ATP ທີ່​ມີ​ລະດັບ​ສູງ​ສຸດ​ໃນກິລາເທັນ​ນິສ​ເພດ​ຊາຍ​ຂອງ​ໂລກ​ໃນ​ປະຈຸ​ບັນຈະ​ຈັດ​ຂຶ້ນຢູ່​ນະຄອນ​ຊຽງ​ໄຮ້​ 3 ປີ​ລຽນຕິດ. ປີ 2005 ,ຈີນ​ຍັງ​ຈະຈັດ​ງານ​ແຂ່ງ​ຂັນ​ກອຟ​ລະ​ດັບ​ໂລກ 4 ຄັ້ງ​ພາຍ​ໃນ​ປີ​ດຽວ.

ຈີນ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນສາກົນລະດັບ​ສູງ​ຢ່າງ​ເນື່ອງນິດ, ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ວົງ​ການ​ກິລາ​ຈີນ​ກັບ​ວົງ​ການ​ກິລາ​ໂລກ, ພ້ອມ​ກັນນັ້ນ ກໍ​ໄດ້​ສະ​ແດງ​ຄວາມ​ສາມາດ​ບໍລິ​ໂພ​ກອັນ​ມະຫາສານ​ໃນ​ຕະຫຼາດກິລາ​ຈີນຕໍ່​ໂລກ​ອີກ​ດ້ວຍ. ທ່ານ​ລີ​ຢົງ ຮອງ​ເລຂາ​ສະມາຄົມ​ກອຟຈີນ​ກ່າວ​ວ່າ, ການ​ເປັນ​ເຈົ້າພາບຈັດ​ງານ​ແຂ່ງຂັນ​ລະດັບ​ໂລກ​ຈະ​ຊ່ອຍ​ໃຫ້​ວົງ​ການ​ກິລາ​ຈີນ​ເຊື່ອມ​ໂຍງ​ເຂົ້າ​ໃນ​ວົງ​ການ​ກິລາ​ໂລກດີກ​ວ່າ​ເກົ່າ. ທ່ານ​ເວົ້າ​ວ່າ:

ການຈັດ​ງານ​ແຂ່ງ​ຂັນ​ເຫຼົ່ານີ້ ກ່ອນ​ອື່ນ​ ມີ​ຜົນ​ດີ​ຕໍ່​ການ​ເຜີຍ​ແຜ່​ແລະ​ຊຸກ​ຍູ້​ການ​ກິລາ​ເຫຼົ່ານີ້, ​ເຊີນ​ນັກ​ກິລາ​ລະດັບ​ຍອດ​ຢ້ຽມ​ໃນ​ໂລກ​ມາ​​ເຂົ້າຮ່ວມ​ການ​​ແຂ່ງຂັນ​ຢູ່ຈີນ, ຈະ​ເສີມ​ຂະ​ຫຍາຍ​ບົດບາດ​ໃນ​ການ​ເຜີຍ​ແຜ່​ແລະ​ຊຸກ​ຍູ້​ການ​ກິລາ. ສອງ ການ​ກໍ່ສ້າງ​ຂອງ​ສະ​ໜາມ​ກິ​ລາ​ບາງ​ແຫ່ງ​ແລະ​ຜູ່​ຊົມ​ຢ່າງຫຼວງຫຼາຍ, ກໍ​ໃຫ້​ທົ່ວ​ໂລກ​ຮັບ​ຮູ້​ສະພາບການ​ພັດ​ທະ​ນາ​ໃນ​ຂອງ​ຈີນ​ປະ​ຈຸ​ບັນ​.

ການ​ກິລາ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ປີ 2004, ​ເຮັດ​ໃຫ້​ຊາວ​ຈີນ​ຢ່າງຫຼວງຫຼາຍຮູ້ສຶກ​ເພິ່ງພໍ​ໃຈ​ແລະ​ພາກພູມ​ໃຈ. ທ້າວ​ໄຊ​ເຟີຍ ​ແຟນກິລາ​ຈີນ​ຜູ່​ໜຶ່ງ​ກ່າວ​ວ່າ, ​ເມື່ອ​ທຽບ​ກັບ​ນັກ​ກິລາ​ຈີນ​ທີ່​ຊິງ​ໄດ້ຜົນ​ງານດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ຢູ່​ພາຍ​ໃນ​ປະ​ເທດ​ກໍ​ໄດ້​ຊົມ​ງານ​ແຂ່ງຂັນ​ສາກົນ​ລະດັບ​ສູງຫຼາຍປານ​ນີ້​ກໍ​ໃຫ້​​ເພິ່ນຮູ້ສຶກ​ດີ​ໃຈ​ເຊັ່ນ​ດຽວ​ກັນ. ​ເພິ່ນເວົ້າວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ​ປີ 2004 ​ແມ່ນ​ປີ​ກິລາຂອງຈີນ, ນັກ​ກິລາ​ຈີນ​ຊິງ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງຂັນ​ສາກົນຫຼາຍຄັ້ງ ຕົວ​ຢ່າງ​ຄຶ ງານກິລາ​ໂອ​ລິ​ມປິກ​ອາ​ແຕນ​ເປັນຕົ້ນ, ທັງ​ນີ້​ເຮັດ​ໃຫ້ຊາວ​ຈີນ​ເຮົາ​ຮູ້ສຶກ​ຊື່ນ​ຊົມທີ່​ສຸດ. ​ແລະ​ໃນ​ປີ 2004 ຈີນ​ຍັງ​ໄດ້​​ເປັນ​ເຈົ້າພາບຈັດ​ງານ​ກິ​ລາ​ສາ​ກົນຫຼາຍ​ເທື່ອ, ຕົວຢ່າງ​ຄື ງານ​ແຂ່ງຂັນ​ລົດ​ສູດ​ໜຶ່ງ​ໄດ້​ມາຈັດ​ຢູ່​ຈີນ​ເປັນຄັ້ງ​ທຳ​ອິດ, NBA ​ໄດ້​ມາ​ຈັດ​ຢູ່​ຈີນ​ເປັນຄັ້ງທຳ​ອິດ, ທັງ​ນີ້​ເຮັດ​ໃຫ້​ຈີນ​ກັບ​ວົງ​ການ​ການ​ກິ​ລາ​ສາ​ກົນ​ມີ​ຄວາມ​ໃກ້​ຊິດ​ກັນ​ຍິ່ງ​ຫຼາຍ, ທັງ​ເຮັດ​ໃຫ້​ຈີນ​ຕິດ​ຕໍ່​ກັບ​ໂລກ​ນັບ​ມື້​ນັບ​ແໜ້ນ​ແຟ້ນ.