ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-11 08:26:11    
ເພ​ງຊົນ​ເຜົ່າ​ທີ່​ແຕ່ງ​ໂດ​ຍທ່ານລິວ​ລິນ​ແລະ​ທ່ານ​ວາງ​ຈືຊິນ

cri Author: huachunmei
ທີ່​ນີ້, ວິ​ທະ​ຍຸ​ສາກົ​ນ​ແຫ່ງ​ປະ​ເທດ​ຈີນ. ສະ​ບາຍ​ດີ,​ ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ສົມ​ບູນ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ​ນັດ​ພັບ​ໃນ​ວັນ​ອາ​ທິດ. ​ທ່ານ​ຜູ່​ຟັງ, ​ທ່ານ​ເຄີຍ​ໄດ້​ຍິນ​ຊື່​ທ່ານ​ລິວ​ລິນ​ແລະ​ທ່ານ​ວາງ​ຈື​ຊິນ​ບໍ່, ​ພວກ​ເພິ່ນ​ທັງ​ສອງ​ຜ່​ໜຶ່ງູ​ແມ່ນ​ນັກ​ແຕ່ງ​ເນື້ອ​​ເພງ ຜູ່​ໜຶ່ງ​ແມ່ນ​ນັກ​ແຕ່ງ​ນົດ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ​ແຕ່​ຊຸມ​ປີ 80 ສະ​ຕະ​ວັດ​ທີ່​ແລ້ວ​ເປັນ​ຕົ້ນ​ມາ, ​ພວກ​ເພິ່ນ​ໄດ້​ຮ່ວມ​ມື​ກັນ​ແຕ່ງ​ດົນ​ຕີ​ຊົມ​ເຜົ່າ​ປະ​ມວນ​ໜຶ່ງ, ​ໂດຍ​ຖື​ເພງ​ພື້ນ​ເມືອງ ນິ​ທານ​ພື້ນ​ເມືອງ​ແລະ​ກາບ​ກອນ​ບູ​ຮານ​ຂອງ​ຈີນ​ເປັນ​ເນື້ອ​ເລື່ອງ, ​ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ຜູ່​ຊ່ຽວ​ຊານ​ແລະ​ຜູ່​ຟັງ​ອັນ​ໄພ​ສານ. ​ໃນ​ລາຍ​ການ​ມື້​ນີ້, ​ຂ້າ​ພະ​ເຈົ້າ​ຈະ​ສ​ະ​ເໜີ​ເພງ​ຊົນ​ເຜົ່າ​ທີ່​ແຕ່ງ​ໂດຍ​ທ່ານ​ລິວ​ລິນ​ແລະ​ທ່ານ​ວາງ​ຈື​ຊິນ​ສູ່​ທ່ານ​ຟັງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​"ຈ່າວ​ຈິ່ນ​ຊູ​ຊ້າຍ" ​ແປ​ວ່າ"ນາງ​ວາງ​ຈ່າວ​ຈິ່ນ​ອອກ​ເມືອງ". ນີ້​ແມ່ນ​ນິ​ທານ​ປະ​ຫວັດ​ສາດ​ທີ່​ໄດ້​ເລົ່າ​ລື​ກັນ​ມາ​ຢູ່​ຈີນ​ເປັນ​ເວ​ລາ​ຍາວ​ນານ: ​ເມື່ອ 2000 ກວ່າ​ປີ​ກ່ອນ, ​ລາ​ຊະ​ວົງ​ຮ້ານ​ຊົງ​ນູຂົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ພາກ​ເໜືອ​ໄດ້​ເກີດ​ສົງ​ຄາມ​ຢ່າງ​ເນື່ອງ​ນິດ, ​ປະ​ຊາ​ຊົນ​ຕົກ​ທຸກ​ໄດ້​ຍາກ, ​ໝົດ​ທາງ​ທຳ​ມາ​ຫາ​ກິນ. ​ນາງ​ວາງ​ຈ່າວ​ຈິ່ນ​ຜູ່​ສາວ​ທຳ​ມະ​ດາ​ສາ​ມັນ​ຜູ່​ໜຶ່ງ, ​ຍິນ​ດີ​ແຕ່ງ​ດອງ​ກັບ​ເຈົ້າ​ເຜົ່າ​ຊົງ​ນູ​ດ້ວຍ​ຄວາມ​ສະ​ໝັກ​ໃຈ, ​ແລ້ວ​ໄດ້​ນຳ​ເອົາ​ສັນ​ຕິ​ພາບ​ມາ​ໃຫ້​ຊີວິດ​ສາມັນ​ຊົນ. ​ເພງ​ນີ້​ໄດ້​ຍ້ອງ​ຍໍ​ສໍ​ລະ​ເສີນ​ນາງ​ວາງ​ຈ່າວ​ຈິ່ນ​ທີ່​ມີນ້ຳ​ໃຈ​ອັນ​ສູງ​ສົ່ງ​ທີ່​ບໍ່​ເສຍ​ດາຍ​ສະ​ຫຼະ​ຄວາມ​ສຸກ​ຂອງ​ຕົນ, ​ເພື່ອ​ປະ​ເທດ​ຊາດ​ແລະ​ເພື່ອນ​ປະ​ຊາ​ຊົນ.

ທ່ານ​ລິວ​ລິນ​ກັບ​ທ່ານ​ວາງ​ຈື​ຊິນ​ໄດ້​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ທີ່​ສຸດ​ໃນ 30 ກວ່າ​ປີ​ມານ​ນີ້, ​ພວກ​ເພິ່ນ​ໄດ້​ແຕ່ງ​ເພງ​ທີ່​ດີ​ເລີດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ​ເມື່ອ​ຊຸມ​ປີ 80 ສະ​ຕະ​ວັດ​ທີ 20, ​ເພງ​ພື້ນ​ເມືອງ​ທີ່​ຊື່​ວ່າ​"ນາງ​ເມິ້ງ​ຈຽງ​ນີ"​ໄດ້​ເຮັດ​ໃຫ້​ສອງ​ຄົນ​ພວກ​ເພິ່ນ​ມີ​ຄວາມ​ຄຶດ​ທີ່​ຢາກ​ແຕ່ງ​ເພງ​ຊົນ​ເຜົ່າ​ປະ​ມວນ​ໜຶ່ງ. ​ພວກ​ທ່ານ​ໄດ້​ເພີ່ມ​ເນື້ອ​ໃນ​ໃສ່​ເພງ​ພື້ນ​ເມືອງ​ເພງ​ນີ້, ​ເນື້ອ​ເພງ​ກໍ​ຄ່ອງ​ກັນ​ທີ່​ສຸດ, ​ເໝືອນ​ດັ່ງ​ກາບ​ກອນ​ມີ​ຄວາມ​ໝາຍ, ​ນິ​ທານ​ທີ່​ເລົ່າ​ໃນ​ເພງ​ກໍ​ຍິ່ງ​ຄົບ​ຖ້ວນ​ສົມ​ບູນ​ກວ່າ​ເກົ່າ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​"ນາງ​ເມິ້ງ​ຈຽງ​ນີ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເຜິງ​ລີ​ຢວນ ນັກ​ຮ້ອງ​ທີ່​ມີ​ຊື່ສ​ຽງຂອງ​ຈີນ. ​ເພງ​ນີ້​ໄດ້​ບັນ​ລະ​ລາຍ​ເລື່ອງ​ໃນ​ລາ​ຊະ​ວົງ​ສິນ​ເມື່ອ​ກ່ອນ ຄິດ​ຕະ​ສັງ​ກາດ 3 ສະ​ຕະ​ວັດ, ຜົວ​ຂອງ​ນາງ​ເມິ້ງ​ຈຽງ​ນີ​ຖືກ​ເກນ​ໄປ​ສ້າງ​ກຳ​ແພງ​ເມືອງ​ຈີນ. ນາງ​ເມິ້ງ​ຈຽງ​ນີ​ຄຶດ​ຮອດ​​ແລະ​ເປັນ​ຫ່ວງ​ນຳ​ຜົວ, ​ໄດ້​ອົດ​ທຸກ​ທົນ​ຍາກ​ເດີນ​ທາງ​​ໄກ​ແສນ​ໄກ​ເພື່ອ​ສົ່ງ​ເສື້ອ​ນວມ​ກັບ​ໜາວ​ໄປ​ໃຫ້​ຜົວ, ​ແຕ່​ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າ, ຜົວ​ໄດ້​ຕາຍ​ຢູ່​ຕີນ​ກຳ​​ແພງ​ເມືອງ​ຈີນ​ແຕ່​ດົນ​ແລ້ວ​ຍ້ອນ​ອິດ​ເມື່ອນ​ໂພດ. ​ນາງ​ເມິ້ງ​ຈຽງ​ນີ​ຮ້ອງ​ໄຫ້​ຢ່າງ​ເສົ້າ​ສະ​ຫຼົດ​ໃຈ​ທີ່​ສຸດ, ​ຈົນ​ກຳ​ແພງ​ພັງ​ລົງ 400 ກິ​ໂລ​ແມັດ.

1  2