ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-10 20:35:24    
ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ​ປາ​ເລ​ສຕິນ​ເຫັນ​ວ່າການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລ​ສຕິນ​ແມ່ນ​ທ່ຽງ​ທຳ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ10​ມັງກອນ, ທ່ານຮານ​ນາ ນັດ​ເຊີປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ​ປາ​ເລ​ສຕິນປະກາດ​ວ່າ, ການ​ເລືອກຕັ້ງ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປ​າ​ເລ​ສຕິນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ9ມັງກອນ​ແມ່ນ​ທ່ຽງ​ທຳ.

ວັນ​ທີ10​ມັງກອນ, ຢູ່​ລາມາ​ລາ, ທ່ານຮານ​ນາ ນັດ​ເຊີ​ໄດ້​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ, ​ໃນ​ໄລຍະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ, ບໍ່​ໄດ້​ມີ​ຄວາມ​ຜິດພາດ​ໃຫຍ່​ຫຼວງ​ຫຼື​ການ​ກະທຳ​ຜິດ​ລະບຽບ​ການ​ແນວ​ໃດ​ເກີດ​ຂຶ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່ຊອບ​ກົດໝາຍ​ຂອງປາ​ເລ​ສຕິນ​ເກືອບ70%​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ.

ວັນ​ທີ10​ມັງກອນ, ຜູ້ນຳ​ຂອງ​ອົງການ​ຮາ​ມາສ​ແລະ​ອົງການ​ຈີ​ຮາດປາ​ເລ​ສຕິນ​ກໍ​ເວົ້າ​ວ່າ, ພວກ​ເຂົາ​ເຈົ້າ​ຍິນ​ດີ​ຕິດ​ຕໍ່​ກັບ​ຜູ້ນຳ​ປາ​ເລ​ສຕິນທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່.