|
ເງິນຊ່ອຍເຫຼືອເຂດປະສົບໄພຄື້ນທະເລຊູນາມີມະຫາສະມຸດອິນເດຍທີ່ຝ່າຍພົນລະເຮືອນເຂດໃນຈີນບໍລິຈາກນັ້ນໄດ້ລື່ນກາຍ150ລ້ານຢວນ
cri
Author: mengmeng
ຕາມຂ່າວສານຊິນຮວາ, ກະຊວງການປົກຄອງແລະປະຊາສົງເຄາະຈີນລາຍງານວ່າ, ນັບມາຮອດຕອນບ່າຍ4ໂມງຂອງວັນທີ10ມັງກອນ, ນັບລວມແລ້ວ, ເງິນຊ່ອຍເຫຼືອເຂດປະສົບໄພຄື້ນທະເລຊູນາມີມະຫາສະມຸດອິນເດຍທີ່ຝ່າຍພົນລະເຣືອນຈີນບໍລິຈາກນັ້ນໄດ້ລື່ນກາຍ150ລ້ານຢວນແລ້ວ.
ຕາມແນະນຳວ່າ, ສະຫະພັນສະພາກາແດງຈີນແລະສະພາກາແດງທ້ອງຖິ່ນຕ່າງໆຂອງຈີນລວມໄດ້ຮັບເອົາເງິນບໍລິຈາກ55ລ້ານກວ່າຢວນ, ສະມາຄົມກຸສົນຈີນແລະສະມາຄົມກຸສົນທ້ອງຖິ່ນຕ່າງໆລວມໄດ້ຮັບເງິນບໍລິຈາກ98ລ້ານກວ່າຢວນ.
|
|