ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-11 16:23:36    
ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຊ່ອຍ​ເຫລືອ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ໂດຍ​ໄວ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 10 ມັງກອນ ປະຊາ​ຄົມ​ໂລກ​ສືບ​ຕໍ່​ຊ່ອຍ​ເຫລືອ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ,ສະ​ຫະ​ປະຊາ​ຊາດ​ຮຽກ ຮ້ອງ​ບັນດາ​ປະ​ເທດ​ທີ່​ໃຫ້ການ​ຊ່ອຍ​ເຫລືອ​ປະຕິບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຊ່ອຍ​ເຫລືອ​ໂດຍ​ໄວ.

ວັນ​ທີ 10 ​ກ່ອນ​ທານ​ອານ​ນານ​ສິ້ນ​ສຸດ​ການ​ຢ້ຽມຢາມ​ມານ​ດີ​ວທີ່​ປະສົບ​ໄພ,ທ່ານ​ໄດ້​ຍ້ອງຍໍ​ປະ​ຊາ​ຊົນ​ມານ​ດີວທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ຊ່ອຍ​ເຫລືອ​ເຊິ່ງ​ກັນ​ແລະ​ກັນ​,​ຢູ່​ຕໍ່​ຫນ້າ​ກັບ​ໄພ​ພິ​ບັດ,​ແລະກ່າວ​ວ່າ​ນ້ຳ​ໃຈ​ແບບ​ນີ້​ໄດ້​ສະ​ຫນອງ​ສິ່ງ​ຄ້ຳ​ປະ​ກັນ​ໃຫ້​ແກ່​ການ​ສ້າງ​ສາ​ຄືນ​ໃຫມ່​ຫລັງ​ໄພ​ພິ​ບັດ.

ທ່ານ​ນາງ​​ເອລີ​ຊາ​ເບັດ.​ເບຍ​ສ໌ ​ໂຄ​ສົກ​ພະ​ແນກ​ປະ​ສານ​ວຽກ​ງານ​ມະ ນຸດ​ສະ​ທຳ​ສະຫະ​ປະຊາ​ຊາດ​ເວົ້າ​ຢູ່​ເຊີ​ແນວ​ວ່າ,ສະ​ຫະ​ປະຊາ​ຊາດ​ຄ່ອງ​ຄອຍ​ບັນດາ​ປະ​ເທດ​ທີ່​ໃຫ້​ການ​ຊ່ອຍ​ເຫລືອ​ຮັບ​ຮອງ​ແລະ​ບໍລິຈາກ​ເງິນຕາ​ມສັນຍາ​​ແທ້​ຈິງໃນ​ກອງ​ປະຊຸມ​ເຊີ​ແນວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມັງກອນ​ນີ້.