ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-11 16:56:20    
ປາ​ເລັສຕິນກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ສືບ​ຕໍ່​ພາ​ລະ​ກິດ​ຂອງ​ຄົນ​ຮຸ່ນ​ກ່ອນ ​ເບີກ​ທາງ​ໃນ​ອະ​ນາ​ຄົດ

cri
CRIລາຍ​ງານ​ວ່າ,​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ9​ມັງ​ກອນ,​ທ່ານ​ອັບ​ບັສ ປະທານ​ຄະນະ​ບໍລິຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ຊຸດ​ປະ​ຈຸ​ບັນ​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ທ່າ​ແຮງ​​ເດັດ​ຖານ,​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຢ່າງ​ສະ​ດວກ.​ໃນ​ນາມເປັນ​ຜູ້​ສືບ​ທອດ​ແລະ​ຜູ້​ບຸກ​ເບີກ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ​ປາ​ເລັສຕິນ,​ເມື່ອ​ໄດ້​ຮັບ​ການເລືອກ​ຕັ້ງ​ແລ້ວ,ທ່ານ​ອັບ​ບັສ​ໄດ້​ກ່າວ​ໃນ​ທັນ​ທີ​ວ່າ: ທ່ານ​ຈະ​ພ້ອມ​ກັນ​ກັບ​ປະຊາຊົນ​ປາ​ເລັສຕິນ​ແລະ​ບັນດາ​ຝ່າຍ​ຂອງ​ປາ​ເລັສ​ຕິນ,​ສຸມ​ກຳ​ລັງ​ສ້າງ​ຕັ້ງ​ປະ​ເທ​ດປາ​ເລັສ​ຕິນ​ທີ່​ທຸກ​ຄົນ​ມີ​ຄວາມ​ປອດ​​ໄພ,ຕັ້ງ​ນະ​ຄອນ​ຫຼວງ​ຢູ່​ເຢ​ລູ​ຊາ​​ເລ​ມ,​ເປັນ​ເອ​ກະ​ລາດ​ແລະ​ມີ​ເສ​ລີ​ພາບ.

ປະຊາຊົນ​ປາ​ເລັສຕິນ​ໄດ້​ມີ​ຄວາມ​ຫ້າວຫັນ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕໍ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ນີ້,ຕົ້ນຕໍ​ແມ່ນ​ສະ​ແດງອອກໃຫ້​ເຫັນ​​ໃນ​ດ້ານ​ຕ່າງໆ​ເຊັ່ນ: ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ຈົດ​ທະ​ບຽນ​ໄດ້​ກວມ​ອັດຕາ​ສ່ວນ​ສູງ,​ແລະ ​ຜູ້​ປ່ອນ​ບັດ​ກໍ​ຫຼາຍ.ຕາມ​ສະຖິຕິ,​ອັດ​ຕາ​ປ່ອນ​ບັດ​​ເທື່ອ​ນີ້​ກວມ​65%,​ເຊິ່ງກາຍ​ຈຳນວນ​ເຄິ່ງ​ໜຶ່ງ​ທີ່​ກຳນົດ​ໃນຫຼັກການນັບ​ບັດ​ຂອງການ​ເລືອກ​ຕັ້ງ​ເທື່ອ​ນີ້​.ຕາມ​ຕົວ​ເລກ​ທີ່​ອົງການ​ຊົງ​ອິດ​ທິພົນ​ປະກາດ,ອັດຕາ​ໄດ້​ບັດ​ຂອງ​ທ່ານ​ອັບ​ບັສສູງ​ເຖິງ​66%​.ທ່ານ​ອັບ​ບັສ​ທີ່​ຖືກ​ຖື​ເປັນ​ຕົວ​​ແທນ​ຂອງ​ຝ່າຍ​ອ່ອນ​ໂຍນ​ຂອງ​ປາ​ເລັສຕິນ​ໄດ້​ຮັບ​ເລືອກ​ຕັ້ງ​ດ້ວຍ​ບັດ​ສ່ວນ​ຫຼາຍ​ເດັດ​ຖານ,ທັງ​ນີ້,ດ້ານ​ໜຶ່ງສະ​ແດງ​ໃຫ້​ເຫັນ​ວ່າ,ມວນ​ຊົນ​ປາ​ເລັສ​ຕິນ​ຮັບ​ຮູ້​ປີ​ຊາ​ສາມາດ​ຂອງ​ສ່ວນ​ຕົວ​ທ່ານ​ອັບ​ບັສ​​ແລະ​ຖານະ​ຂອງ​ທ່ານໃນ​ປະ​ຊາ​ຄົມ​ໂລກ,ອີກ​ດ້ານ​ໜຶ່ງ,​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ,​ເມື່ອ​ໄດ້​ຜ່ານປະສົບ​ການ​ປະ​ທະກັນ​ຢ່າງ​ນອງ​ເລືອດ​ເປັນ​ເວລາ​ເຄິ່ງ​ສະ​ຕະ​ວັດ​ກວ່າ​ແລ້ວ,​ຊາວ​ປາ​ເລັສຕິນນັບ​ມື້​ນັບ​ຫຼາຍ​ເລີ່​ມ​ເບື່ອ​ໜ່າຍ ​ສົງ​ຄາມ​ແລະ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​,ປາ​ຖະ​ໜາ​ສັນ​ຕິພາບ,​ປາ​ຖະ​ໜາ​ບັນ​ລຸ​ຄວາມ​ຝັນ​ສ້າງ​ຕັ້ງ​ປະ​ເທດ​ດ້ວຍ​ຮູບ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ນີ້​ຈັດ​ຂຶ້ນ​ຢ່າງ​ສະດວກ​ບໍ່​ພຽງ​ແຕ່​ແມ່ນ​​ເຫດການ​ໃຫຍ່​ຂອງ​ປະ​ຊາ​ຊົນ​ປາ​ເລັສຕິນ​ເທົ່າ​ນັ້ນ,​ແລະ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.ຜູ້​ສັງ​ເກດ​ການ800​ກວ່າ​ຄົນ​ຂອງ60​ກວ່າ​ປະ​ເທດ​ໄດ້​​ເດີນທາງ​ໄປ​ກວດ​ກາ​ການ​ເລືອກ​ຕັ້ງ​ຢູ່​ປາ​ເລັສຕິນ.ປະຊາ​ຄົມ​ໂລກ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ​ໄດ້​ຮັບ​ປະ​ກັນ​ລັກ​ສະ​ນະ​ຍຸດ​ຕິ​ທຳ,​ຄວາມ​​ໂປ່​ງ​ໃສ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ການ​ເລືອກ​ຕັ້ງ ​ເທື່ອ​ນີ້.

ຄົນ​ທັງຫຼາຍ​ເຫັນ​ວ່າ,ຊັ້ນ​ຜູ້ນຳ​ໃໝ່​ຂອງ​ປາ​ເລັສຕິນທີ່​ນຳ​ໂດຍ​ທ່ານ​ອັບ​ບັສ​ພວມ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ແລະ​ການທົດ​ສອບ​ທີ່​ລຳບາກ​ກາກ​ກຳ,​ໃນ​ນັ້ນ,​ລວມ​ທັງ​ບັນ​ຫາ​ເຮັດ​ແນວ​ໃດ,ດຳ​ເນີນ​ການ​ປະ​ຕິ​ຮູບ​ການ​ເມືອງ​ປະຊາທິປະ​ໄຕ​ພາຍ​ໃນ​ປາ​ເລັສ​ຕິນ,​ລົງ​ໂທດ​ການຊຸດ​ໂຊມ​ເປື່ອຍ​ເຍື່ອຍ,​ເຮັດ​ແນວ​ໃດ, ພັດທະນາ​ເສດຖ​ະກິດ,ຍົກ​ລະດັບ​ຊີວິດ​ການ​ເປັນຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ.​ເຮັດ​ແນວ​ໃດ,​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຝ່າຍ​ຫົວ​ຮຸນ​ແຮງ,ປົວ​ແປງ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ເຂດໃຫ້​ດີ​ຂຶ້ນ​ເປັນ​ຕົ້ນ.​ແນ່ນ​ອນ​ແລ້ວ,ການ​ທ້າ​ທາຍ​ທີ່​ຂ້ຽວຂາດ​ກວ່າ​ໝູ່​ຍັງ​ຄົງ​ແມ່ນ​​ເຮັດ​ແນວ​ໃດ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ກັບ​ອິສລະ​ແອນ​ໂດຍ​ໄວ​​ແລະ​ຈະ​ເຮັດ​​ແນວ​ໃດໃຫ້​ອຸດົມ​ການ​ສ້າງ​ຕັ້ງ​ປະ​ເທດ​ຂອງ​ປ​ະຊາ​ຊົນ​ປາ​ເລັສຕິນ​ບັນລຸ​ຜົນ​ເປັນ​ຈິງ​.​ເວົ້າ​ສຳລັບ​ທ່ານ​ອັບ​ບັສ​ແລ້ວ,​ຕ້ອງເຈ​ລະ​ຈາ,​ຍາດ​ແຍ່ງ​ປົກ​ປ້ອງ​ສິດ​ປະ​ໂຫຍດ​ອັນ​ຊອບ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນ​ປາ​ເລັສ​ຕິນ,​ທັງ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ​ສະຫຼາດ​ຫຼັກ​ແຫຼມ,​ທັງ​ນີ້​ຕ້ອງ​ການ​ໃຫ້​ມີ​ສະ​ຕິ​ປັນ​ຍາ​ແລະ​ເຕັກ​ນິກ​ການ​ເມືອງ​ອັນ​ຍອດ​ຢ້ຽມ.ຄົນ​ທັງ​ຫຼາຍ​​ໄດ້​ສັງ​ເກດ​ເຫັນ​ວ່າ,​ເຖິງ​ວ່າ​ໃນ​ໄລ​ຍະ​ມໍ່ໆ​ນີ້,ປາ​ເລັສ​ຕິນ​ແລະ​ອິດ​ສະລະ​ແອນ​ລ້ວນ​ແຕ່​​ໄດ້ສະ​ແດງ​ໃຫ້​ເຫັນ​ວິ​ແວວ​ປອງ​ດອງ​ກັນ​ບາງ​ຢ່າງ​ກໍ​ຕາມ,​ແຕ່​ໃນ​ບັນ​ຫາ​ສຳ​ຄັນ​ຕ່າງໆ​, ຫຼັກ​ໝັ້ນ​ຫຼັກ​ການ​ຂອງ​ສອງ​ຝ່າຍ​ຍັງ​ ​ໄກ​ກັນ​ຫຼາຍ.​ກໍ​ຄື​ກັບ​ທ່ານ​ວາງ​ຊື​ເຈ ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ​ໄດ້​ເວົ້າ​ນັ້ນ​ວ່າ,​ປາ​ເລັສ​ຕິນ​ກັບ​ອິດ​ສະ​ລະ​ແອນ​ມີ​ຫວັງ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ,​ແຕ່​ຍ້ອນ​ສອງ​ຝ່າຍ​ລ້ວນ​ແຕ່​ຖືກ​ກຳ​ລັງ​ຕໍ່​ຕ້ານ​ຢູ່​ພາຍ​ໃນ​ຖ່ວງ​ດຶງ,ຂະ​ບວນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຈິ່ງ​ຈະ​ຄົດ​ລ້ຽວ​ແລະ​ຍາວ​ໄກ.

ເວົ້າ​ລວມ​ແລ້ວ,ທ່ານ​ອັບ​ບັສ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ປາ​ເລັສຕິນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່.​ແຕ່​ເວົ້າ​ສຳລັບ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັສຕິນ​ແລະ​ອິດ​ສະລະ​ແອນ,​ແລະ​ເວົ້າ​ສຳລັບ​ອຸດົມ​ການ​ສ້າງ​ຕັ້ງ​ປະ​ເທດ​ຂອງ​ປາ​ເລັສຕິນ​ແລ້ວ,ຍັງ​ຈະ​ປະ​ເຊີນ​ກັບ​ປັດ​ໄຈ​ອັນບໍ່​ແນ່ນອນ​ຕ່າງໆ​ບົນ​ເສັ້ນ​ທາງ​ກ້າວ​ເດີນ.