|
ສະມາຊິກກອງຊ່ອຍກອບກູ້ສາກົນຈີນງວດທີສອງເດີນທາງໄປຮອດບັນດາອາເຊ
cri
Author: zl
ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ 11 ມັງກອນ ເວລາທ້ອງຖິ່ນ, ສະມາຊິກກອງຊ່ອຍກອບກູ້ສາກົນຈີນງວດທີສອງເດີນທາງໄປຮອດບັນດາອາເຊ ເທດສະບານແຂວງອາເຊອິນໂດເນເຊຍ.
ຕາມໄດ້ຊາບ,ກອງຊ່ອຍກອບກູ້ດັ່ງກ່າວລວມມີສະມາຊິກ 35 ຄົນ,ໃນນັ້ນລວມທັງນາຍໝໍແລະນາງພະຍາບານ,ໃນໝູ່ສະມາຊິກກອງຊ່ອຍກອບກູ້ງວດທຳອິດ,ຍັງມີ 4 ຄົນເຮັດວຽກຕໍ່ຢູ່ບັນດາອາເຊ.ພາຍຫຼັງໄດ້ມອບຮັບວຽກງານເປັນເວລາສັ້ນແລ້ວ,ສະມາຊິກກອງຊ່ອຍກອບກູ້ກໍຂ້ຽວຄືນທຳການກະກຽມທຸກສິ່ງທຸກຢ່າງ,ເພື່ອດຳເນີນວຽກງານຢູ່ເຂດປະສົບໄພໂດຍໄວເທົ່າທີ່ຈະໄວໄດ້.
|
|