|
|
 |
| (GMT+08:00)
2005-01-12 15:12:14
|
 |
|
ສະຫະປະຊາຊາດສືບຕໍ່ດຳເນີນວຽກງານຊ່ອຍເຫືຼອປະເທດທີ່ປະສົບໄພຄຶ້ນທະເລຊູນາມີ
cri
ຕາມຂ່າວcri: ວັນທີ 11 ມັງກອນ,ສະຫະປະຊາຊາດແລະອົງການທີ່ກ່ຽວຂ້ອງຂອງເຂົາສືບຕໍ່ໃຫ້ການຊ່ອຍເຫືຼອປະເທດທີ່ປະສົບໄພຄຶ້ນທະເລຊູນາມີ,ແລະຂ້ຽວເລັ່ງຈັດຕັ້ງປະຕິ ບັດເງິນບໍລິຈາກທີ່ປະຊາຄົມໂລກໃຫ້ຄຳຫມັ້ນສັນຍາ.
ອົງການຟາວຂອງສະຫະປະຊາຊາດອອກປະກາດແຈ້ງການຂຽນວ່າ,ປະເທດທີ່ປະສົບໄພຄຶ້ນທະເລຊູນາມີອາດຈະປະກົດມີສະພາບການທີ່ການສະຫນອງສະບຽງອາຫານຝືດເຄືອງ. ອົງການດັ່ງກ່າວຮຽກຮ້ອງປະຊາຄົມໂລກໃຫ້ການຊ່ອຍເຫືຼອມະນຸດສະທຳ 26 ລ້ານໂດລາສະຫະລັດໂດຍດ່ວນ,ຊ່ອຍໄທເມືອງຢູ່ເຂດປະສົບໄພຮ້າຍແຮງແກ້ໄຂບັນຫາສະບຽງອາຫານ.
ອົງການຢູເນັສໂກສະຫະປະຊາຊາດອອກປະກາດແຈ້ງຂ່າວຂຽນວ່າ,ກອງປະຊຸມສາກົນກ່ຽວກັບການພັດທະນາແບບຍືນຍົງຂອງປະເທດເກາະດອນນ້ອຍທີ່ພວມພັດທະນາພວມຈັດຂຶ້ນຢູ່ໂມລີເຊີດ.ທ່ານໂຄອີຊີໂຣ ມາຈູອູຣາ ຜູ້ອຳນວຍການໃຫຍ່ອົງການຢູເນັສໂກຈະປະກາດຍຸດທະສາດທົ່ວໂລກກ່ຽວກັບການສ້າງລະບົບເຕືອນໄພຄຶ້ນທະເລໃນກອງປະຊຸມ.
ກອງປະຊຸມສາກົນກ່ຽວກັບການກູ້ໄພຄຶ້ນທະເລຊູນາມີສະຫະປະຊາຊາດທີ່ພວມຈັດຂຶ້ນຢູ່ເຊີແນວໃນວັນທີ 11 ມັງກອນໄດ້ເຈາະຈົງຫາລືບັນຫາກ່ຽວກັບບັນດາປະເທດປະຕິບັດຕາມຄຳຫມັ້ນສັນຍາບໍລິຈາກເງິນແລະດຳເນີນການກອບກູ້ແລະການສ້າງສາຄືນໃຫມ່ຢ່າງບັງເກີດຜົນໃຕ້ການປະສານງານຂອງສະຫະປະຊາຊາດແລະບັນຫາອື່ນໆ.ທ່ານເອກລານ ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດຊອບວຽກງານກອບກູ້ມະນຸດສະທຳໄດ້ນັ່ງເປັນປະທານຂອງກອງປະຊຸມ.ທ່ານປະກາດວ່າ,ຜູ້ແທນບັນດາປະເທດທີ່ຮ່ວມປະຊຸມໄດ້ຮັບປະກັນວ່າ,ຈະສັ່ງເງິນຊ່ອຍເຫືຼອບໍລິຈາກ 717 ລ້ານໂດລາສະຫະລັດໃຫ້ປະເທດທີ່ປະສົບໄພພາຍໃນບໍ່ເທົ່າໃດມື້ຂ້າງຫນ້າ.
|
|
|