ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-12 16:18:08    
ອິນ​ໂດ​ເນ​ເຊຍ​ໃນ​ສອງ​ອາ​ທິດ​ປາຍ​ຫຼັງ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ

cri Author: zl
ໄພແຜ່ນດິນ​ໄຫວ​ແລະຄື້ນທະ​ເລ​ຊູ​ນາ​ມີມະຫາ​ສະໝຸດ​ອິນ​ເດຍ​ໄດ້​ຜ່ານ​ໄປ​ສອງ​ອາທິດ​ປາຍ​ແລ້ວ, ວັນ​ທີ 8 ມັງກອນ,​ ນັກ​ຂ່າວ​ຕ່າງປະ​ເທດ​ຫຼາຍ​ຄົນ ຊຶ່ງ​ລວມທັງ​ນັກ​ຂ່າວ​ຊິນ​ຮວາ ​ໄດ້​ຂີ່ຍົນຂົນ​ສົ່ງຂອງ​ສິງ​ກະ​​ໂປ​​, ​ບິນໄປ​ອິນ​ໂດ​ເນ​ເຊຍ​ທີ່​ປະສົບ​ໄພ​ຮ້າຍ​ແຮງກວ່າ​ເພິ່ນເທື່ອ​ນີ້,ນັກ​ຂ່າວທຸກ​ຄົນ​ໃຜ​ກໍຮູ້ສຶກ​ຢ່າງ​ເລິກ​ເຊິ່ງວ່າ,ຄື້ນທະ​ເລ​ໄດ້​ນຳ​ເອົາຄວາມ​ເສຍ​ຫາຍ​ແລະ​ຄວາມ​​ເຈັບຊ້ຳມາ​ໃຫ້​ແຫ່ງ​ນີ້ ຈົນ​ສະ​ເທືອ​ນຈິດ​ສະ​ເທືອ​ນ​ໃຈ​ຄົນ​ຢ່າງ​ພິລຶກ.

​​ໃນ​ເວລາ​ນັກ​ຂ່າວ​ເບິ່ງ​ລົງ​ມາ​ຈາກຍົນ​ ໄດ້​ເຫັນເມືອງ​ມີ​ລາ​ອູ​ແຂວງ​ອາ​ເຊ​ ​ອິນ​ໂດ​ເນ​ເຊຍ​ທີ່​ຕັ້ງຢູ່​​ຝັ່ງ​ກົງກັນຂ້າມ​ກັບເມືອງບານ​ດາ​​ອາ​ເຊ,​ເຫັນຫາດຊາຍທະ​ເລ​ທີ່​ຍາວ 250 ກິ​​ໂລ​ແມັດ​ແຕ່​ບານ​ດາ​ອາ​ເຊ​ຮອດມີ​ລາ​ອູ,ປະກົດ​ມີ​ສະພາບ​ທີ່​​ເປັນຕາ​ຢ້ານແລະບໍ່​ໜ້າ​ເຊື່ອ​ເລີຍ.ຄື້ນທະ​ເລ​ຊູ​ນາ​ມີ​​ໄດ້​ລ້າງຜານທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ແຫ່ງ​ນັ້ນໃນ​ເວລາ​ພັບ​ຕາດຽວ,ຕົວ​ເມືອງ​ແລະ​ໝູ່ບ້ານທັງ​ໝົດ​ຖືກ​ຄື້ນທະ​ເລ​ກະທົບ​ທຳລາຍ​ຈົນ​ແປນ​ບໍ່​ມົ້ມຈັກ​ບ່ອນ.ສະຖານ​ທີ່​ພັກຜ່ອນ​ທີ່​ຄົນ​ທັງຫຼາຍ​ຖື​ເປັນສະຫວັນ​ເມືອງ​ຄົນ​ໃນ​ເມື່ອ​ກ່ອນ ຈົນ​ຊອກ​ບໍ່​ເຫັນ​ຮ່ອງຮອຍ​ເລີຍ,​ເຫຼືອ​ແຕ່​ຊາກ​ເຮືອນຫຼືໂບດຫຼັງໜຶ່ງ​ສອງຫຼັງ​​​​ເທົ່ານັ້ນ.ຝ່າຍ​ທີ່​ກ່ຽວຂ້ອງ​ຄາດ​ຄະ​ເນ​ວ່າ,ຖ້າ​ສ້າງສາ​ຄືນ​ໃໝ່​ທັງ​ໝົດ​ ຕ້ອງການ​ເວລາ​ຫຼາຍ​ປີ.

​​ໃນ​ເວລາ​ນັກ​ຂ່າວ​ຍ່າງຢູ່​ຕາມຖະໜົນ​ຫົນທາງ​ເມືອງ​ບານ​ດາ​ອາ​ເຊທີ່​ປະສົບ​ໄພ​ໜັກໜ່ວງ​ທີ່​ສຸດນັ້ນ,​ໄດ້​ເຫັນຄຸ້ມ​ຖະໜົນ​ການ​ຄ້າ​ທີ່​ສີ​ວິ​ໄລ​ຮຸ່ງ​ເຮືອງ​ໃນ​ເມື່ອ​ກ່ອນ ​ຍັງ​ເຫຼືອ​ແຕ່​ຊາກ​ສະ​ຫຼັກຫັກ​ພັງ,​ເກີບ ປຶ້ມ​ຮຽນ ໝໍ້​ຂາງ​ ຊາມ​ແລະຖັງ​ແກັສຢາຍ​ຊະຊາຍ; ຮ້ານ​ຄ້າ​​ເປັນ​ຫຼັງໆ ​ກໍ​​ກາຍ​ເປັນ​ໂໝ້ງ​ມືດ​ທີ່​ເປັນຕາ​ຢ້ານ. ມີ​ແຕ່​ປ້າຍ​ໂຄສະນາ​ຂອງຮ້ານ​​ເສີມ​ສວຍຮ້ານ​ໜຶ່ງ ​ຍັງ​​ແຂວນ​​ໄວ້ຢູ່​ບ່ອນເກົ່າຢ່າງ​ເປັນຕາ​ງຶດ, ຮູບຍິງ​ສາວຢູ່​ເທິງ​ປ້າຍ,ຈັ່ງ​ແມ່ນ​ປະຈັກ​ຕາພິ​ເສດ​ໃນ​ກອງຊາກ​ເຮືອນທີ່​ເພພັງ.

ຮາວ​ເຫຼັກ​ຂອງ​ຂົວ​ຢູ່​ກາງ​ເມືອງ​ຖືກ​ນ້ຳຊຸ​ຈົນ​ຄົດ,ຢູ່​ສົ້ນໜຶ່ງ​ຂອງ​ຂົວ,ມີ​ເຮືອ​ຫາ​ປາ​ໃຫຍ່​ສອງ​ລຳ​,ທ້ອງ​ເຮືອ​ຖືກ​ຕຳ​ຈົນແຕກຍະ​ອອກ​ຄ້າງຢູ່​​ສອງ​ຟາກທາງ.​ຢູ່ໃຕ້​ຂົວ,ມີ​ລົດ​ທະຫານ​ສອງ​ສາມ​ຄັນ​ຈອດ​ຢູ່,ພວກທະຫານ​ອິນ​ໂດ​ເນ​ເຊຍ​ພວມ​ຂົນ​ເອົາ​ສົບ​ທີ່​​ໃສ່​ໃນ​ຖົງ​ຢາງ​ຂຶ້ນ​ລົດ.ຄົນ​ຢູ່​ແຫ່ງ​ນັ້ນ​ເວົ້າວ່າ,ຢ່າງ​ໜ້ອຍຍັງມີ​ສົບ 1 ​ສ່ວນ​ 3 ຖືກ​ເຕັງ​ຢູ່​ກ້ອງ​ຊາກ​ເຮືອນທີ່​ຫັກ​ພັງ.​​ຍາມຝົນຕົກ​,ຫົນທາງ​ຢູ່​ລະຫວ່າງ​ຊາກເຮືອນ​ເຕັມ​ໄປ​​ແຕ່ຂີ້ຕົມ,​ຍ່າງໄປ​ມາກໍຍາ​ກ,​ໃນ​ເວລາ​ຟ້າແດດ,​​ພັດ​ມີແມງວັນບິນ​ໄປ​ບິນມາ​ຢູ່​ວື່ໆ.

ຜູ້​ປະສົບ​ໄພ​ຫຼາ​ຍຄົນ​ບອກ​ນັກ​ຂ່າວ​ວ່າ,ດຽວ​ນີ້,​ເລື່ອງ​ທີ່​ພວກ​ເຂົາ​ເຈົ້າເປັນ​ຫ່ວງທີ່​ສຸດ ກໍ​ແມ່ນ​ຂາດ​ນ້ຳ​ກິນ​ແລະ​ຢາ​ປົວພະຍາດ, ​ແລະ​ຢາກ​​ໃຫ້ສ້າງສາບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນຄືນ​ໃໝ່ໂດຍ​ໄວ.

ຢືນ​ຢູ່​ເທິງ​ຂົວ​​ແນມ​ເບິ່ງ​ທາງ​ໄກ,​ເຫັນ​​ທະຫານ​ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ເຜົາ​ຊາກ​ເຮືອນ​ທີ່​ຫັກ​ພັງ​ຢ່າງ​ມີ​ແຜນ​ການ​ແລ້ວ​.ຢູ່​ເດີ່ນ​ບ້ານ​ແຫ່ງ​ໜຶ່ງ,​ກອງ​ກອບ​ກູ້​ຂອງ​ອົສ​ຕຼາ​ລີ​ທີ່​ປະ​ຈຳ​ຢູ່​ໃນ​ເມືອງ,​ກຳ​ລັງ​ກັ່ນ​ເອົາ​ນ້ຳສ​ະອ​າດ​ສຳ​ລັບ​ກິນ​.

ນາຍ​ທະຫານ​ສອງ​ຄົນ​ຂອງ​ກອງ​ກອບ​ກູ້​ສິງ​ກະ​ໂປ​ແນະນຳ​ໃຫ້​ນັກ​ຂ່າວ​ຊາບ​ວ່າ,ຜູ້​ກອບ​ກູ້​ຂອງ​ສິງກະ​ໂປຢູ່​ອິນ​ໂດ​ເນ​ເຊຍ​ດຽວ​ນີ້​ມີ​ປະມານ 900 ຄົນ,​ໃນ​ນັ້ນ ມີ 700 ຄົນ​ເຮັດ​ວຽກ​ຢູ່​​ເຂດ​ມີ​ລາ​ອູ.ຍ້ອນ​ຖະໜົນ​ຫົນທາງ​​ເພ​ຫຼາຍ, ການ​ຄົມມະນາຄົມທາງບົກຢູ່​ເຂດ​ມີ​ລາ​ອູ​​ໄດ້​ຂາດ​ສະບັ້ນ​ໄປ.ສິງກະ​ໂປ​ໄດ້​​ເປີດ​ການ​ຂົນ​ສົ່ງ​ທາງ​ອາກາດ​ແລະທາງທະ​ເລ,​ເພື່ອ​ຂົນ​ສົ່ງ​ພັດສະດຸ​ຊ່ອຍ​ເຫຼືອ​​ໄປ​ໃຫ້ເຂດ​ມີ​ລາ​ອູ.ຝ່າຍ​ທະຫານ​ສິງກະ​ໂປ​ຍັງຕັ້ງໂຮງໝໍ​ສະໜາມ​ແຫ່ງ​ໜຶ່ງຢູ່​ມີ​ໂລ​ອູ,​​ແລະເລີ່​ມ​ເຮັດ​ວຽກ​​ໃນວັນ​ທີ 3 ມັງກອນ,​​ແຕ່​ລະ​ມື້​ ຕ້ອງ​ປົວ​ໃຫ້​ຜູ້​ບາດ​ເຈັບ​ປະ​ມານ 150 ຮອດ 200 ຄົນ.​ທະ​ຫານ​ຊ່າງ​ສິງ​ກະ​ໂປ​ໄດ້​ສ້າງ​ບ່ອນ​ທຽບ​ທ່າ​​ 2 ​ແຫ່ງ​ແລ້ວ,​ໄດ້​ແປງ​ບ່ອນ​ໃຫ້​ຍົນ​ເຮ​ລີ​ກົບ​ລົງ​ຈອດ 7 ​ແຫ່ງ,​ເປີດ​ກວ້າງ​​ທາງ​ແລ່ນ​​ໃຫ້​ຍົນ​ເຮ​ລີ​ກົບ​ລົງ​ຈອດ​,ທັງ​ພະ​ຍາ​ຍາມ​ສ້າງ​ຖະ​ໜົນ​ຫົນ​ທາງ​ຢູ່​ໃນ​ເມືອງ​ມີ​ລາ​ອູ​ຄືນ​ໃໝ່.​ພວກ​ເຂົາ​ເຈົ້າ​ຍັງ​​ໄດ້ມອບ​​ເຄື່ອງ​ຕອງ​ນ້ຳ​ໃຫ້​ເຂດ​ມີ​ລາ​ອູ.

​ໃນ​ຂະນະ​ທີ່​ປະຊາ​ຄົມ​ໂລກ​ໃຫ້ການ​ສະໜັບສະໜູນ​ຊ່ອຍ​ເຫຼືອ​ຢ່າງ​ແຂງ​ແຮງ​ນັ້ນ,​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ຂອງ​ອິນ​ໂດ​ເນ​ເຊຍ​ກໍ​ເລີ່ມ​ສ້າງ​ສາ​ບ້ານ​ເມືອງ​ຂອງ​ຕົນ​ຄືນ​ໃໝ່​​ແລ້ວ.​ບໍ່​ວ່າ​ຈະ​ແມ່ນ​ຢູ່​ບານ​ດາ​ອາ​​ເຊ​ຫຼື​ວ່າ​ຢູ່​ມີ​ລາ​ອູ,ກໍ​ຈະ​ໄດ້​ເຫັນ​ທະ​ຫານ​ອິນ​ໂດ​ເນ​ເຊຍ​ລາດ​ຕະ​ເວນ​ຢູ່.​ຢູ່​ໃສ​ກໍ​ມີຜູ້​ກອບ​ກູ້​ທີ່​ນຸ່ງ​ຊຸດ​ສີ​ແສດ​ພວມ​ເຮັດ​ວຽກ​ຢູ່​,ລົດ​ດຸດ​ດິນ​ຂະ​ໜາດ​ໃຫຍ່​ກໍ​ຂຸ້ນ​ຂ້ຽວ​ຂົນ​ເອົາ​ຂີ້​ເຫຍື້ອ​ແລະ​ຂອງ​​ເປ​ເພ​ທີ່​ກອງ​ປານ​ພູ​,​ສາ​ມັນ​ຊົນ​ກໍ​​ເລີ່ມ​ສ້ອມ​ແປງ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ຕົນ​ແລ້ວ.

​​​ເຖິງ​ວ່າໄພພິບັດບໍ່ປານີ​,ຂໍແຕ່​ມະນຸດ​ເຮົາ​ມີ​ຄວາມ​ຮັກ​ແພງ​ຊຶ່ງ​ກັນ​ແລະກັນ.ພວກ​ເຮົາ​ເຊື່ອ​ວ່າ,ພາຍ​ໃຕ້​ການ​ສະໜັບສະໜູນ​ຊ່ອຍ​ເຫຼືອຢ່າງ​​ແຂງ​ແຮງ​ຂອງ​ປະຊາ​ຄົມ​ໂລກ​,ປະຊາຊົນ​​ເຂດ​ປະສົບ​ໄພ​ອິນ​ໂດ​ເນ​ເຊຍ​ຍ່ອມຈະສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​,ລຸກ​ຢືນ​​ຂຶ້ນ​ຢ່າງ​ກ້າ​ຫານ​ທົນ​ທານ,​ສ້າງ​ສາ​ບ້ານ​ເມືອງ​ທີ່​ແຕກ​ສະ​ຫຼາຍ​ຂອງ​ຕົນ​ຄືນ​ໃໝ່​ໄດ້.