ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-13 09:23:07    
ນັກຮຽນ​ຢູ່​ເຂດ​ປະສົບ​ໄພ​ເລີ່ມ​ເຂົ້າຮຽນ​ໃຫມ່

cri
​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ມະຫາ​ສະຫມຸດ​ອິນ​ເດຍ​ໄດ້​ສ້າງ​ຊາກ​ສະຫລັກ​ຫັກ​ພັງຢ່າງ​ຫຼວງຫຼາຍ​ໄວ້​ໃຫ້​ແກ່​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້,ປະຈຸ​ບັນ,ມື້​ໄຂ​ສົກ​ຮຽນ​ຂອງ​ໂຮງຮຽນ​ໄດ້​ມາ​ຮອດ​ແລ້ວ,​ແຕ່​ໂຮງຮຽນ​ທີ່​ເດັກນ້ອຍ​ທັງຫລາຍ​ເຄີຍ​ຄຸ້ນ​ເຄີຍ​ແລະ​ມັກ​ນັ້ນພັດ​ປ່ຽນ​ໂສມ​ຫນ້າ​ໄປ​ຫມົດ.ຕໍ່​ໄປ​ແມ່ນ​ບົດ​ແຈ້ງ​ຂ່າວ​ທີ່​ນັກ​ຂ່າວ​ສຳນັກຂ່າວສານ​ຊິນ​ຮວາ​ລາຍ​ງານ​ຈາກ​ບາງກອກ.

ວັນ​ທີ 10 ມັງກອນ,ນັກຮຽນ​ຂອງ​ບ້ານ​ນ້ຳ​ເຄັມ​ອຳ​ເພີ​ຕະກົ່ວ​ປ່າ​ຈັງຫວັດ​ພັງ​ງາ​ທີ່​ປະສົບ​ໄພ​ຮ້າຍ​​ແຮງ​ກວ່າ​ຫມູ່​ຢູ່​ພາກ​ໃຕ້​ຂອງ​​ໄທ​ໄດ້​​ໄຂ​ສົກຮຽກ​ຄືນ​​ໃຫມ່​ຢ່າງ​ເປັນ​ທາງ​ການ.ຕອນທ່ຽງ ວັນທີ 10 ມັງ​ກອນ​,ນັກ​ຂ່າວ​ໄດ້​ໄປ​ຮອດ​ໂຮງ​ຮຽນ​ຫລັງ​ຫນຶ່ງ​ທີ່​ຫ່າງ​ຈາກ​ບ້ານ​ນ້ຳເ​ຄັມ 2,5 ​ກິ​ໂລ​ແມັດ.ພໍ​ຍ່າງ​ເຂົ້າ​ປະ​ຕູ​ໂຮງ​ຮຽນ​ກໍ​ໄດ້​ເຫັນ​ນັກ​ຮຽນ 40 ​ກວ່າ​ຄົນ​ທີ່​ອາ​ຍຸ​ຕ່າງ​ກັນ​ໄດ້​ລຽນ​ກັນ​ເປັນ​ຫລາຍ​ແຖວ,​ເພື່ອ​ກຽມ​ຮັບ​ເງິນ​ສົງ​ເຄາະ.

ຢູ່​ຫ້ອງ​ການ​ຫນຶ່ງ​ຂອງ​ໂຮງ​ຮຽນ​,ຄົນ​ເຢຍ​ລະ​ມັນ​ຜູ້​ຫນຶ່ງ​ທີ່​ແຂນ​ຖືກ​ບາດ​ເຈັບ​ຈາກ​ຄຶ້ນ ທະ​ເລ​ຊູ​ນາ​ມີ​ພວມ​ບັນ​ຊາ​ເພື່ອນ​ຂອງ​ທ່ານ​ແຈກ​ເງິນ​ສົງ​ເຄາະ​ໃຫ້​ນັກ​ຮຽນ​ທັງ​ຫລາຍ.ທ່ານ​ເວົ້າ​ວ່າ​,"ບາດ​ເຈັບ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ເປັນ​ຫຍັງ​.ຜູ້​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໄພ​ພິ​ບັດຢ່າງ​ແທ້​ຈິງ​ນັ້ນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​.ຊາວ​ປະ​ມົງ​ບາງ​ຄົນ​ໄດ້​ເສຍ​ເຮືອ​ຫາ​ປາ​ທີ່​ອາ​ໄສ​​ໃນ​ການ​ທຳ​ມາ​ຫາ​ກິນ, ລູກ​ເສຍ​ພໍ່​ເສຍ​ແມ່,ມີ​ຄົນ​ຈຳນວນ​ບໍ່​ຫນ້​ອຍ​ໄຮ້​ທີ່​ເພິ່ງ​ພາ​ອາ​ໄສ."

ຕາມ​ຮູ້​ວ່າ,ຄູ​ແລະ​ນັກຮຽນ​ຫລາຍໆ​ຄົນ​ຂອງ​ໂຮງຮຽນ​ຫລັງ​ນີ້​ລ້ວນ​ແຕ່​ໄດ້​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ຄຶ້ນ​ທະ​ເລ.​ໃນ​ນັກຮຽນ 600 ກວ່າ​ຄົນ​ຂອງ​ທົ່ວ​ໂຮງຮຽນ,ມີປະມານ 50 ຄົນ​​​ໄດ້ກຳພ້າ​ພໍ່​ຫລື​ແມ່,​ໃນ​ນັ້ນຍັງ​ມີ 9 ຄົນ​ໄດ້​ກາຍ​ເປັນ​ເດັກ​​ກຳພອຍ.ຜູ້​ທີ່​ອາຍຸ​ນ້ອຍ​ກວ່າ​ຫມູ່​ໃນຫມູ່​ພວກ​ເຂົາ​ເຈົ້າມີ​ພຽງ​ບໍ່​ເທົ່າ​ໃດ​ຂວບ ພວມ​ຮຽນ​ຢູ່​ຫ້ອງ​ກຽມ​ປະຖົມ,ຜູ້​​ໃຫຍ່ກ​ວ່າ​ຫມູ່​ພວມ​ຮຽນຢູ່​ມັດທະຍົມ​ຕົ້ນປີທີສອງ.ຫລາຍ​ບໍລິ​ສັດ​ທ່ອງ​ທ່ຽວ​ຂອງ​ສິງກະ​ໂປ ມາ​ເລ​ເຊຍ​ແລະ​ພູ​ເກັດ​ຂອງ​ໄທ​ໄດ້​ຈັດການ​ເຄື່ອນ​ໄຫວ​ບໍລິຈາກ​ໂດຍ​ສະ​ເພາະ​ເພື່ອ​ເລື່ອງ​ນີ້,ຫ້າງ​ຫາ​ເງິນ​ໄດ້​ລວມສອງ​ແສນ​ບາດ,​ແຈກ​ໃຫ້​ເດັກນ້ອຍ​ທີ່​ປະສົບ​ໄພ​ຂອງ​ໂຮງຮຽນ​ຫລັງ​ນີ້.ນາງ​ຢາງ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ຫລັງ​ຫນຶ່ງ​ຢູ່​ພູ​ເກັດ​ກ່າວ​ວ່າ,​ເງິນ​ທີ່​ພວກ​ເຂົາ​ເຈົ້າຫ້າງ​ຫາ​ໄດ້​ນັ້ນບໍ່​ຫລາຍ,​ແຕ່​ນ້ຳ​ໃຈຢູ່​ໃນ​ນັ້ນ​ແມ່ນ​ເອົາ​ເງິນ​ຄຳ​ມາ​ຊັ່ງຊາ​ບໍ່​ໄດ້.

ນັກ​ຂ່າວ​ໄດ້​ເຫັນ​ວ່າ,ພາຍຫລັງ​ໄດ້​ຮັບ​ເງິນ​ບໍລິຈາກ​ແລ້ວ,ນັກຮຽນ​ຜູ້ຍິງມັດທະຍົມປີທີສອງ​ຜູ້​ຫນຶ່ງ​ມີ​ນ້ຳຕາ​ເຕັມ​ເບົ້າ,ຄູ​ສອນ​​ລູບ​ຫົວ​ນາງ,ປອບ​ໃຈນາງ​ຢູ່​ເລື້ອຍໆ,​ໃຫ້​ນາງ​ຈົ່ງ​​ເຮັດ​ໃຈເຂັ້ມ​​ແຂງ​.ຄູບ​ອກນັກ​ຂ່າວ​ວ່າ,ລັດຖະບານ​ໄທ​ໄດ້​ຈັດຕັ້ງຈິດຕະ​ແພດ​ມາ​ໃຫ້​ຄຳ​ປຶກສາ​ດ້ານ​ຈິດຕະສາດ​ແກ່​ເດັກນ້ອຍ​ທີ່​ກຳພ້າ​ພໍ່​ແມ່​ຢູ່​ໂຮງຮຽນ​ຫລາຍ​ເທື່ອ​ແລ້ວ.

ປະຈຸ​ບັນ,ລັດຖະ​ບານ​ໄທ​ພວມ​ປຸກ​ເຮືອນ​ໃຫ້​ແກ່​ເດັກນ້ອຍ​ທັງຫລາຍ​ທີ່​ກຳພ້າ​ພໍ່​ແມ່.ສົມ​ເດັດ​ພູມິ​ພົນ ອະດຸນ​ຍະ​ເດດ ​ເຈົ້າຊີວິດ​ໄທ​ກໍ່​ຊົງ​ໄດ້​ເຂົ້າຮ່ວມ​ການ​ບໍລິຈາກ,​ແລະ​ຊົງ​ຮຽກຮ້ອງ​ໃຫ້​ສ້າງ​ໂຮງຮຽນ​ເດັກ​ກຳພ້າ​ກຳພອຍ​ສອງ​ຫລັງ​ເພື່ອ​ຊ່ອຍ​ໃຫ້​ເດັກກຳພ້າ​ກຳພອຍ​ເຂົ້າ​ໂຮງຮຽນ​ຕະຫລອດ​ຮອດ​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ.