ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-13 09:28:40    
ຄະນະ​ສັງ​ເກດ​ການ​ຂອງ​ຈີນ​ໄດ້​ສຳ​ເລັດ​ພາ​ລະ​ກຳ​ຢ່າງ​ສະ​ດວກ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ

cri
CRIລາຍ​ງານ​ວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ລັດຖະບານ​ປາ​ເລັສຕິນປົ​ກຄອງ​ຕົນ​ເອງ,ວັນ​ທີ9​ມັງກອນ,ຄະນະ​ສັງ​ເກດ​ການຂອງຈີນ​ທີ່​ນຳ​ໂດຍ​ທ່ານ​ເອອັກ​ຄະ​ລັດຖະທູດ​ຢາ​ວຄ່ວງ​ອີ​ໄດ້​ຕິດຕາມ​ສັງ​ເກດການ​ເລືອກ​ຕັ້ງ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ,​ໄດ້​ສຳ​ເລັດ​ພາລະ​ກຳ​ເທື່ອ​ນີ້​ຢ່າງ​ສະ​ດວກ.ວັນ​ທີ11​ມັງກອນ,​ໃນ​ເວລາ​ທ່ານນາ​ບິນ​ຊາ​ອັດລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ພົບ​ປະ​ສະມາຊິກ​ຄະນະ​ສັງ​ເກດ​ການ​ຈີນນັ້ນ,ທ່ານ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ຄະນະ​ສັງ​ເກດ​ການ​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ພິ​ເສດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ປາ​ເລັສຕິນ.

ວັນ​ທີ11​ມັງກອນ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​CRI​ກ່ຽວ​ກັບ​ສະພາບ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ປາ​ເລັສຕິນ,ທ່ານ​ເອອັກຄະ​ລັດຖະທູດ​ຢາ​ວຄ່ວງ​ອີ ກ່າວ​ວ່າ,ທ່ານ​ເຫັນ​ວ່າການ​ເລືອກ​ຕັ້ງ​ເທື່ອ​ນີ້​ສຳ​ເລັດ​ຜົນ​ດີ​ສົມຄວນ.ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,ການ​ເລືອກ​ຕັ້ງທົ່ວ​ໄປ​ຈັດ​ຂຶ້ນ​ຢ່າງ​ສຳ​ເ​ລັດ​ຜົນ​ແມ່ນ​ແຍກ​ອອກ​ຈາກ​​ຄວາມ​ພະຍາຍາມ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາ​ຄົມ​ໂລກ​ບໍ່​ໄດ້.ທ່ານ​ຢາ​ວຄ່ວງ​ອີ ​ເວົ້າ​ວ່າ:

"ສິ່ງ​ປະ​ທັບ​ໃຈ​ທົ່ວ​ໄປ​ແມ່ນ​ການ​ເລືອກ​ຕັ້ງ​ຂອງ​ປາ​ເລັສຕິນ​ໄດ້​ຈັດ​ຂຶ້ນ​ຂ້ອນ​ຂ້າງ​ສະດວກ,ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​​ໃນ​ທ່າມກາງ​ບັນຍາກາດ​ປະຊາທິປະ​ໄຕ​ແລະທ່ຽງທຳ.ວຽກ​ງານການ​ຈັດ​ຕັ້ງ​ກໍ​ດີ​ສົມຄວນ.​ເທື່ອ​ນີ້,ນອກຈາກ​ຄະນະ​ສັງ​ເກດ​ການ​ຂອງຈີນ​ແລ້ວ,ຍັງ​ມີ​ຄະນະ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ,ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ໄດ້ມາ​ຕິດຕາມ ​ການ​ເລືອກ​ຕັ້ງ​ ​ເທື່ອ​ນີ້.​ເວົ້າ​ລວມ​ແລ້ວ,ການ​ເລືອກຕັ້ງ​​ເທື່ອນີ້​ແມ່ນດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ແລະ​ຂ້ອນ​ຂ້າງ​ສຳ​ເລັດ​ຜົນ."

ທ່ານ​​ເອກ​ອັກຄະ​ລັດຖະທູດຢາ​ວຄ່ວງ​ອີ ສະ​​ເໜີ​ໃຫ້​ຮູ້​ວ່າ,ຄະນະ​ສັງ​ເກີດ​ການ​ຈີນ​ລວມ6ຄົນ​ແມ່ນ​​ເດີນທາງ​ໄປ​ຮອດ​ລາມາ​ລາ​ໃນ​ວັນ​ທີ8​ມັງກອນ,​ໃນ​ໄລຍະ​ເລືອກ​ຕັ້ງ,ພວກ​​ເຂົາ​ເຈົ້າ​ໄດ້​ເລາະ​ສຳ​ຫຼວດຢູ່​ບ່ອນປ່ອນ​ບັດ​ເກືອບ20​ແຫ່ງ​ຢູ່​ແຖບ​ກາຊາ,ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ເຢລູຊາ​ເລ​ມຕາ​ເວັນ​ອອກ​ເປັນ​ຕົ້ນ.​ໄດ້​ສັງ​ເກດ​ຕະຫຼອດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສຕິນຢູ່​ກັບ​ທີ່,​ໄດ້​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຂອງ​ການ​ເລືອກ​ຕັ້ງ​ຢ່າງຮອບດ້ານ.ທ່ານ​ຢາວຄ່ວງ​ອີ ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ໄລຍະຈັດການ​ເລືອກ​ຕັ້ງທົ່ວ​ໄປ,ຄະນະ​ສັງ​ເກດ​ການ​ຈີນ​ຍັງ​ໄດ້​ຕິດ​ຕໍ່​ກັບຄະນະ​ສັງ​ເກດ​ການ​ສາກົນ​ອື່ນໆ​ຢ່າງ​ກວ້າງຂວາງ,ຄະນະ​ສັງ​ເກດ​ການ​ສາກົນ​ເຫຼົ່າ​ນີ້​ກໍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ເລືອກ​ຕັ້ງ​​​ເທື່ອນີ້.

ກ່ອນ​ຄະນະ​ສັງ​ເກດ​ການ​ຈີນ​ຈະ​ກັບ​ຄືນ​ປະ​ເທດ​ພາຍຫຼັງ​​ໄດ້ສຳ​ເລັດ​ໜ້າ​ທີ່​ຕິດຕາມສັງ​ເກດ​ການ​ເລືອ​ກຕັ້ງ,ທ່ານຊາ​ອັດລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ໄດ້​ພົບ​ປະ​ຄະນະ​ສັງ​ເກດ​ການ​ຈີນ​ໃນ​ວັນ​ທີ11​ມັງກອນ.ທ່ານ​ເອກອັກຄະ​ລັດຖະທູດ​ຢາ​ວຄ່ວງ​ອີສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ​ການ​ພົບ​ປະ,ທ່ານຊາ​ອັດໄດ້ຕາງໜ້າ​ຝ່າຍ​ປາ​ເລັສຕິນຂອບ​ໃຈ​ນຳ​ລັດຖະບານ​ຈີນທີ່ສະໜັບ​ສະໜູນ​ປະຊາຊົນ​ປາ​ເລັສຕິນ,ຍ້ອງຍໍຄະນະ​ສັງ​ເກດ​ການ​ຈີນ​ທີ່​ໄດ້​​ເສີມ​ຂະຫຍາຍ​ບົດ​ບາດ​ພິ​ເສດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສຕິນ,​ແລະ​ຊີ້​ອອກ​ວ່າ,ບັນຫາ​ຕາ​ເວັນ​ອອກ​ກາງ​ຄັນ​ບໍ່​ມີ​ຈີນ​ເຂົ້າ​ຮ່ວມ​ແມ່ນ​ບໍ່​ໄດ້.ຝ່າຍ​ປາ​ເລັສຕິນຫວັງ​ໃຫ້​ຈີນ​ເສີມ​ຂະຫຍາຍ​ບົດບາດ​ໃຫຍ່​ຫຼວງ​ກວ່າ​ເກົ່າ.

ທ່ານຊາ​ອັດຍັງ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ,ພາຍຫຼັງ​ທ່ານ​ອັບ​ບັສ​ປະທານ​ຄະນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍ​ປາ​ເ​ລັສຕິນໄດ້​ຮັບ​ໄຊຊະນະດ້ວຍ​ສຽງ​ສ່ວນ​ຫຼາຍ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລ້ວ​ບໍ່​ດົນ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນກໍ​ໄດ້​ຝາກ​ໂທລະ​ເລກອວຍ​ພອນ​ໂດຍ​ໄວ,ນີ້​ແມ່ນ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່ໝູ່​ຄະນະນຳ​ໃໝ່​ຂອງ​ປາ​ເລັສຕິນ,​ແລະ​ກໍ​ແມ່ນ​​ໃຫ້ກຳລັງ​ໃຈ​ແກ່​ປະຊາຊົນ​ປາ​ເລັສຕິນປົກ​ປ້ອງ​ສິດ​ປະ​ໂຫຍ​ດຂອງ​ຊາດ.

ໃນ​ການ​ພົບປະ,ທ່ານ​ເອກອັກຄະ​ລັດຖະທູດ​ຢາ​ວຄ່ວງ​ອີ ​ໄດ້​ກ່າວ​ເນັ້ນ​ຫຼາຍ​ເທື່ອ​ວ່າ,ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ການ​ເລືອກຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສຕິນ​ເທື່ອ​ນີ້,ລັດ​ຖະບານ​ຈີນ​ແຕ່ງ​ຄະນະ​ສັງ​ເກດ​ການ​ໄປ​ສັງ​ເກດ​ການ​ເລືອກຕັ້ງ​​ເທື່ອ​ນີ້​ຕົ້ນຕໍກໍ​ແມ່ນ​ເພື່ອ​ສະໜັບສະໜູນ​ປະຊາຊົນ​ປາ​ເລັສຕິນ.

ຕາມ​ໄດ້​ຊາບ,ຄະນະ​ສັງ​ເກດ​ການຂອງ​ຈີນ​ຕົກລົງ​ຈະ​ເດີນທາງ​ອອກ​ຈາກ​ປາ​ເລັສຕິນ​ໃນຕອນ​ຄ່ຳ​ວັນ​ທີ11​ມັງກອນ.