|
ທ່ານອານນານຫວັງວ່າຄື້ນທະເລຊູນາມີຄົງເຮັດໃຫ້ປະຊາຄົມໂລກສາມັກຄີເຂົ້າເປັນຈິດໜຶ່ງໃຈດຽວກັນພ້ອມກັນພັດທະນາ
cri
Author: q
ຕາມຂ່າວCRI,ວັນທີ13ມັງກອນ,ຢູ່ປອກລຸຍອິສ ນະຄອນຫຼວງໂມລິສ,ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ,ທ່ານຫວັງວ່າໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍຄົງເຮັດໃຫ້ປະຊາຄົມໂລກສາມັກຄີເຂົ້າກັນ,ພ້ອມກັນທຳຄວາມພະຍາຍາມ,ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ສັນຕິພາບແລະການພັດທະນາຂອງໂລກ.
ທ່ານອານນານແມ່ນກ່າວຄວາມນີ້ໃນກອງປະຊຸມສາກົນກ່ຽວກັບການພັດທະນາແບບຍືນຍົງຂອງປະເທດເກາະດອນນ້ອຍທີ່ພວມພັດທະນາຂອງອົງການສະຫະປະຊາຊາດ,ທ່ານກ່າວວ່າ"ຂ້າພະເຈົ້າຫວັງວ່າ,ພາຍຫຼັງໄພຄື້ນທະເລຊູນາມີເທື່ອນີ້ແລ້ວ,ຕໍ່ໄປພາຍໜ້າ,ປະຊາຄົມໂລກຈົ່ງຖອດຖອນບົດຮຽນ,ສາມັກຄີກ່ອນເກີດໄພພິບັດ,ພ້ອມກັນທຳຄວາມພະຍາຍາມ,ເຮັດໃຫ້ຄວາມຫຍຸ້ງຍາກລຳບາກຂອງມວນມະນຸດສິ້ນສຸດລົງ,ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ສັນຕິພາບແລະການພັດທະນາຂອງໂລກ."
ທ່ານອານນານຍັງຮຽກຮ້ອງອີກເທື່ອໜຶ່ງໃຫ້ສ້າງຕັ້ງລະບົບເຕືອນໄພທົ່ວໂລກ,ທ່ານເວົ້າວ່າ:"ອົງການສະຫະປະຊາຊາຊາດຈະສືບຕໍ່ຫາບແບກໜ້າທີ່ຮັບຜິດຊອບ,ຈັດເອົາບັນຫາທີ່ປະເທດເກາະດອນນ້ອຍທີ່ພວມພັດທະນາເອົາໃຈໃສ່ນັ້ນເຂົ້າໃນວາລະປະຊຸມສາກົນແລະພິຈາລະນາກ່ອນໝູ່."
|
|