ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-14 15:53:45    
ຫໍ​ດາລາສາດ​ປັກ​ກິ່ງ(ສຽງ)

cri

ຫໍ​ດາລາສາດ​ປັກ​ກິ່ງ​ແມ່ນ​ຫໍ​ດາ​ລາ​ສາດທີ່​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ,​ ​ຫວ່າງ​ບໍ່​ດົນມາ​ນີ້,ຫໍ​​ໃຫມ່​ທີ່​ມີ​ເນື້ອ​ທີ່​ກໍ່ສ້າງ 3 ພັນ​ແມັດ​ຕາຫລັງ​ຫນື່ງ​​ໄດ້​ເປີດ​ໃຫ້​ຄົນ​ເຂົ້າຊົມ,​ໃນ​ລາຍການ​ພາກ​ນີ້​ເຮົາຈະ​ພາ​ທ່ານ​ໄປຊົມ​ສະ​ເຫ​ນ່ຂອງ​ຫໍ​ດາລາສາດ​ປັກ​ກິ່ງ.


ຫໍ​ດາລາສາດ​ປັກ​ກິ່ງຕັ້ງຢູ່​​ເຂດເທດສະ​ບາ​ນສິວິ​ໄລ​​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ປັກ​ກິ່ງ,​ເມື່ອ​ຍ່າງ​ເຂົ້າ​ປະຕູ​ໃຫຍ່​ຂອງຫໍ​ດາລາສາດ, ​ສິ່ງກໍ່​ສ້າງທີ່​ໃຫ​ມ່ອ່ຽມ​ແລະ​ສວຍ​ງາມ​ຫລັງ​ຫນຶ່ງກໍ່​ຕ້ອງ​ເຂົ້າສາຍຕາ​ຜ່ານ​ຈາກ ​ກຳ​ແພງ​ແກ້ວ​ອັນ​ມະຫືມາ​ສາມາດ​ແນມ​ເຫັນ​ຮູບບານ​ກົມໆ​ອັນ​ມະຫືມາ​ແລະ​ຮູບ​​ແປກ​ປະຫຼາດອື່ນໆ​ຫຼາຍອັນ,ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ທີ່​ກວ້າງ​ໃຫຍ່, ​ເລິກ​ລັບ​ແລະ​ອັດສະຈັນ​ຂອງ​ຈັກກະວານ,ນີ້​ກໍ​ແມ່ນ​ຫໍ​​ໃຫ​ມ່ຂອງ​ຫໍ​ດາລາສາດ​ຂອງ​ປັກ​ກິ່ງທີ່​ຫາ​ກໍ່​​ເປີດ​ປະຕູ​ໃຫ້​ມວນ​ຊົນ​ເຂົ້າຊົມໃນ​ຫວ່າງ​ບໍ່​ດົນ​ນີ້.


ທ່ານ​ແຊນ​​​ເດີ​ສ໌ ​ແມ່ນຊ່າງ​ອອກ​ແບບ​ທີ່​ມາ​ຈາກ​ລອນ​ດອນ,ທ່ານ​ພວມ​ທ່ຽວ​ຢູ່​ປັກ​ກິ່ງ
ຫໍ​ດາລາສາດ​ໃຫມ່​ຍ້ອນ​ຖືກຮູບ​ນອກອງທີ່​ມີ​ເອກະລັກ​ພິ​ເສດ​​ດູດ​ດຶງ​​ທ່ານ​ຈິ່ງມາ​ທ່ຽວຊົມ​ມາ​​ເບິ່ງ,ທ່ານ​​ໄດ້ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ວ່າ ຂ້າພະ​ເຈົ້າ​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວຢູ່​ຈີນ,ມື້ວານ​ນີ້,ພວກ​ເຮົາ​ໄດ້​ຜ່ານກາຍ​ສິ່ງ​ກໍ່ສ້າງ​ຫລັງ​ນີ້​​ຍ້ອນຕິດ​ໃຈ​ຫຼາຍ,ມື້ນີ້,ກໍ່​​ເລີຍມາ​ທ່ຽວ,ນີ້​ແມ່ນສິ່ງ​ກໍ່​ສ້າງ​ຫລັງ​ຫນຶ່ງ​ທີ່​ຍິ່ງ​ໃຫຍ່​ແລະ​ສວຍ​ງາມທີ່​ສຸດ, ສິ່ງທີ່​ມີ​ຊື່​ສຽງດົງດັງ​ກວ່າ​ຫມູ່​ໃນ​ຫໍ​ດາລາສາດ​ໃຫມ່​  ​ປັກ​ກິ່ງແມ່ນ​​ໂຮງ​ລະຄອນຈັກກະວານດີ​ຈີຕອນ,​ໂຮງ​ລະຄອນ​ນີ້​ໄດ້​ຕິດຕັ້ງລະບົບ​ສາຍ​ດ້ວຍ​ດີ​ຈີຕອນ​ທີ່ກ້າວຫນ້າ​ກວ່າ​ຫມູ່​ໃນ​ໂລກ,ທ່ານ​ຈູ​ຈິ້ນ ຜູ່​ອຳນວຍ​ການ​ຂອງ​ຫໍ​ດາລາສາດ​ປັກ​ກິ່ງ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,ອຸປະກອນດັ່ງກ່າວ​ນີ້​ບໍ່​ວ່າ​ແມ່ນ​ລະບົບ​ຄອມ​ພິວ​ເຕີ​ຫຼືວ່າ​​ແມ່ນລະບົບ​​ເຄື່ອງສາຍ​ຮູບ​ເງົາ​ລ້ວນ​ແຕ່​ເປັນ​ຕົວ​ແທນ​ລະດັບ​ເຕັກນິກ​ສູງ​ກວ່າ​ຫມູ່​ໃນ​ປະຈຸ​ບັນ​,​ເຕັກນິກ​ສອງ​ຊະນິດ​ນີ້ປະສົມ​ປະສານກັນ​ສາມາດ​ເກີດມີ​ປະສິດທິ​ຜົນ​ທີ່​ຄົນ​ທັງຫຼາຍບໍ່​ເຄີຍ​ເຫັນ​ ​ໃນ​ເມື່ອ​ກ່ອນ​.


ຮູບ​ເງົາ​ທີ່​ສາຍ​ໃນ​ມື້ນັ້ນ​ແມ່ນ​ເລື່ອງ:ຊອກ​ຫາ​ຊີວິດ,ຄຽງ​ຄູ່​ກັບ​ສຽງ​​ອັດສະ​ຈັນທີ່​ມາ​ຈາກຈັກກະວານ,ຜູ່​ຊົມ​ກໍ​​​ໄດ້ເລີ່​ມທ່ຽວອະວະກາດຈຳລອງ​ໃນ​ໂຮງ​ລະຄອນ​ທີ່​​ເປັນຮູບ​ມົນ,​ເພດານ​ແລ​ະຝາ​​ໄດ້ປະກອບ​​ເປັນຫນ້າ​ຈໍ​ອັນ​ມະຫຶມາ,​ປະກອບ​ເປັນ​ໂລກຈັກກະວານອັນ​ກວ້າງ​ໃຫຍ່​ຢ່າງ​ບໍ່​ສຸດ​ສ້ຽງ,ຄື​ດັ່ງ​ວ່າແສງຫມູ່​ດາວ​ພວມ​ ເຫຼື້ອມຍິບຍັບ​ຢູ່​ຂ້າງ​ຕົນ,ຫນ່ວຍ​ພິພົບ​ກໍ່ຫມູນວຽນຢູ່​ຕໍ່ຫນ້າ,ຄົນ​ທັງຫຼາຍທ່ຽວ​ຢູ່​​ໃນ​ໂລກ​ຈັກກະວານ,ຍ່າງ​ຢູ່ລະຫວ່າງູ​ຝູງ​ດາວ,ຈົນ​​ກະທັ້ງປີນຂຶ້ນດາວອັງຄານ, ດິນຊາຍ​ແລະ​ຫີນຜາ​​ພັດ​ມາ​ໃສ່​ຫນ້າ…….ທ່ານ​ແຊນ​​ເດີ​ສ໌ຊາວ​ອັງກິດ​ ​ເມື່ອເບິ່ງ​ຮູບ​ເງົາ​ແລ້ວ​​ໄດ້ເວົ້າຢ່າງ​ມີ​ຄວາມຮູ້ສຶກ​ເລິກ​ເຊິ່ງ​ໃນ​ໃຈ​ວ່າເຖິງ​ວ່າ​ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈພາສາ​ຈີນ​ໃນ​ຮູບ​ເງົາ,​ແຕ່​ວ່າ​ຜ່ານ​ຮູບ​ພາບ​ສວຍງາມ​​ເຫຼົ່ານັ້ນຂ້າພະ​ເຈົ້າ​ເຂົ້າ​ໃຈ​​ໄດ້ຫມົດ​ທຸກຢ່າງ,ຮູ້ສຶກ​ວ່າຄົນ​ເຮົາ​ແມ່ນ​ນ້ອຍ​ທີ່​ສຸດ​ໃນ​​ໂລກ​ຈັກກະວານອັນ​ກວ້າງ​ໃຫຍ່​ຂອງ​ຫໍ​ດາລາສາດ,ນີ້​ແມ່ນ​ຫໍ​ດາລາສາດ​ໃຫມ່​,ສະນັ້ນ, ຈິ່ງວິ​ເສດ​ຫຼາຍກວ່າຫໍ​ດາລາສາດ​​ເກົ່າ​ອື່ນ​ໆ​ໃນ​ໂລກ.


ພາຍ​ໃນ​ຫໍ​ດາລາສາດ​ໃຫມ່​ຍັງ​ມີ​ໂຮງ​ລະຄອນ​ສອງ​ຫ້ອງທີ່​ສາຍຮູບ​ເງົາ​​ສາມມິຕິ​ໄດ້​,​ໃນ​ໂຮງ​ລະຄອນ​ມີ​ອຸປະກອນ​ພິ​ເສດ​ຈຳນວນນຶ່ງ​ສາມາດ​ໃຫ້​ຜູ່ຊົມສຳຜັດການທ່ອງທ່ຽວຜະ​ຈົນ​​ໄພ​ໃນ​ອະວະກາດຢ່າງ​ຕື່ນ​ເຕັ້ນນັ້ນ​ເລິກ​​ເຊິ່ງກວ່າ​ເກົ່າ​ໃນທ່າມກາງປະສິດທິຜົນການ​ເບິ່ງ​ແລະ​ຟັງ​ຢ່າງ​ຈູງ​ໃຈ​ທີ່​ສຸດ,ຕົວຢ່າງ​ຄື:​ໃນ​ໂຮງ​ລະຄອນ​​ແຫ່ງ​ຫນຶ່ງມີ​ຕັ່ງນັ່ງ​ທີ່​ແກວ່ງ​ໄກວ​ແລະຫມູນວຽນ​​ໄດ້,ທັງ​ເຮັດໃຫ້​ຜູ່​ຊົມ​  ຮູ້ສຶກ​ໄດ້​​ຂຶ້ນໆ​ລົງໆ​ຢ່າງ​ທຳ​ມະ​ຊາດ,​ສ່ວນ​ຢູ່​ໂຮງ​ລະຄອນ​ອີກ​ແຫ່ງຫນຶ່ງ​ຢູ່​ຕິດຕັ້ງ​​ເບື້ອງ​ຫລັງ​ຕັ່ງ​ຂອງ​ຜູ່ຊົມ​ໃນໂຮງລະຄອນ​ອີກ​ຫລັງ​ຫນຶ່ງຕິດ​​ເຄື່ອງ​ປະ​ສິດທິ​ຄຸນ​ພິ​ເສດ​ເຊັ່ນ:ພົ່ນນ້ຳ  ພົ່ນລົມ​ເປັນຕົ້ນ.​ ​ໄດ້ສ້າງ​ບັນຍາກາດທີ່​ມີ​ເອກະລັກ​ພິ​​ເສດ


ນອກ​ນັ້ນ,​ໃນ​ໂຮງ​ລະຄອນ​ຍັງ​ໄດ້​ຕິດຕັ້ງ​ອຸປະກອນ​ຕ່າງໆ​ເຊັ່ນ:​ເຄື່ອງຖາມ​ຕອບ​ ເປັນຕົ້ນ.​ໃນ​ຂະນະ​ທີ່ຊົມ​​ຮູບ​ເງົາ​ນັ້ນ,ຜູ່​ຊົມ​ຍັງ​ຕອບ​ບັນຫາ​ໄດ້.


ທ່ານ​ຈູຈິ້ນ​ສະ​ເຫນີ​​ໃຫ້​ຮູ້​ວ່າ:​ໃນ​ໂຮງສາຍ​ຮູບ​ເງົາ​ທັນ​ສະ​ໄຫມ​ຈຳນວນ​ຫນຶ່ງ​ກໍ​ມີ​ອຸປະ ກອນສາຍຮູບ​ເງົາ​ສາມ​ມິ​ຕິ​ເຫຼົ່ານີ້​,​ສ່ວນ​ຫໍ​ດາລາສາດ​ໃຊ້​ອຸປະກອນ​ເຫຼົ່ານີ້​ຕົ້ນຕໍ​ແມ່​ນຫວັງ​ຜ່ານ​​ເຕັກນິກ​ສູງ​ໃຫ້​ເກີດມີປະສິດທິ​ຜົນ​ແທ້ຈິງ,​ແລ້ວ​ດູດ​ດຶງ​​ໃຫ້ຄົນ​ທັງຫຼາຍສົນ​ໃຈ​ນຳດາລາສາດ.


ລາຍການ​ດາລາສາດ​ທີ່​ສະ​ແດງ​ດ້ວຍ​ເຕັກນິກ​ສູງ​​ນັ້ນ​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ຜູ່​ຊົມຈົນ​ເຖິງ​ຂັ້ນ​ເມື່ອຮອດ​ວັນ​ບຸນ,ບ່ອນ​ຂາຍ​ປີ້​ຂອງຫໍ​ດາລາສາດ​ປັກກິ່ງຕ້ອງ​ລຽນ​ແຖວ​ຍາວ,​ແຕ່​ລະມື້ມີ​ຜູ່​ຊົມ 4ພັນ ຫາ 5 ພັນ​​ເທື່ອ​ຄົນ​ມາ​ເບິ່ງມາ​ຊົມ.


ນອກຈາກ​ຮູບ​ເງົາ​ໃນ​ໂຮງ​ລະຄອນ​ແລ້ວ,ຍັງ​ມີ​ງານ​ວາງສະ​ແດງ​​ໃນ​ດ້ານລະບົບສຸລິ​ຍະ​ຈັກກະວານ,​ ລະບົບດວງ​ດາວ​ແລະປະຫວັດ​ດາລາ​ສາດ​ຈີນ​ເປັນຕົ້ນງານ​ວາງສະ​ແດງ​ເຫຼົ່ານີ້​ກໍ​ດູດ​ດຶງ​ຄົນ​ຄື​ກັນ.ໃນ​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ຫໍ​ໃຫ​ມ່ແມ່ນ​ຫໍ​ດາລາສາດ​ເກົ່າ​.ແບບ​ແຜນານ​ກໍ່ສ້າງ​ຂອງ​ມັນ​ສະຫງ່າງາມ​ແລະ​ກະທັດ​ຮັດ, ຕ່າງ​ຕາບ​ຈູ​ນ​ກັນ​ກັບ​ຫໍ​ໃຫມ່​ທີ່ທັນສະ​ໄຫມ,ຫໍ​ເກົ່າມີ​ຫ້ອງ​ສາຍ​ດາລາສາດ​ທີ່​ບັນ​ຈຸ​ໄ​ດ້ 600 ກວ່າ​ທີ່​ນັ່ງ,​ແຕ່ລະມື້ສາຍຮູບ​ເງົາ​ທີ່​ສະ​ເຫ​ນີຄວາມ​ຮູ້​ດາລາສາດ​ຕ່າງໆ​​ແບບຫມູນ​ວຽນ.ຍັງ​ມີ​ງານ​ວາງສະ​ແດງ​​ເຜີຍ​ແຜ່​ດາລາ​ສາດ ງານວາງສະ​ແດງ​ບຸກຄົນດາລາສາດ​ຂອງ​ໂລກ​ເປັນຕົ້ນ,ຫໍ​ດາລາສາດ​ເກົ່າ​ທີ່​ມີ​ປະຫວັດ​ເກືອບ 50 ປີ​ ​ເຄີຍ​ຕ້ອນຮັບ​ແ​ລະ​ມີ​ຜົນສະທ້ອນຕໍ່ຫຼາຍ​ເຊັ່ນ​ຄົນ,ຈົນ​ຮອດ​ປ​ະຈຸ​ບັນນີ້​ຍັງ​ຄົງ​ມີສະ​ເຫ​ນ່.ຢູ່ພາຍຫລັງ​ຫໍ​ດາລາສາດ​ໃຫມ່​ສ້າງ​ສຳ​ເລັດ​ແລ້ວ,​ແຕ່​ລະມື້,​ໃນ​ຂະນະ​ທີ່​ຄົນ​ທັງຫຼາຍມາຊົມ​ຫໍ​ໃຫມ່​ ນັ້ນກໍ່,ມາ​ຊົມ​ຫໍເກົ່າຄື​ກັນ.ນອກຈາກ​ຫໍ​ເກົ່າ ຫໍ​ໃຫມ່​ແລ້ວ,ຫໍ​ດາລາສາດ​ປັກ​ກິ່ງ​ຍັງ​ມີ​​ແທ່ນ​ສັງ​ເກດ​ດາລາສາດ​ບູຮານ​ຫລັງ​ຫນຶ່ງ,​ແ​ຫ່ງນີ້​ໄດ້​ວາງສະ​ແດງ​ເຄື່ອງສັງ​ເກດ​


ດາລາສາດ​ທີ່​ຊາວ​ຈີນ​ຜະລິດ​ເອງເມື່ອ 300 ກວ່າ​ປີ​ກ່ອນ,​ໄດ້​ສະ​ແດງ​​ໃຫ້​ເຫັນຜົນສຳ​ເລັດ​ອັນ​ສະຫງ່າ​ລາສີ​ແຫ່ງ​ການຄົ້ນຄວ້າ​ດາລາ​ສາດ​ໃນ​ສະ​ໄຫມ​ບູຮານ​ຈີນ,ນອກ​ນີ້,ຫໍ​ດາລາສາດ​ປັກ​ກິ່ງ​ຍັງ​ມີ​ກ້ອງສ່ອງ​ດາວ​ວິຊາ​ການຫຼາຍ​ເຄື່ອງ,​ໃນ​ເວລາ​ມີ​ປະກົດ​ການ​ທ້ອງຟ້າ​ພິ​ເສດ​ນັ້ນ,ສາມາດ​ໃຫ້​ຜູ່ນິຍົມ​​ດາລາສາດໃຊ້​ມາ​ສັງ​ເກດ​ດາວ​ໄດ້.


ໄປ​ຫໍດາລາສາດ​ປັກ​ກິ່ງ​​ເບິ່ງ​ຮູບ​ເງົາ​ ​ແລະ​ຊົມງານ​ວາງສະ​ແດງ ຊອກ​ຮູ້​ແລະ​ຮ່ຳຮຽນ​ຄວາມ​ຮູ້​ດາລາສາດ​ຫຼາຍ​ກວ່າ​ເກົ່າ​ໄດ້​ກາຍ​ເ​ປັນ​ຮູບ​ການ​ຫນຶ່ງ​ທີ່​ຊາວ​ປັກ​ກິ່ງ​ຮັບ​ຮູ້​ຊີວິດ​ການ​ເປັນ​ຢູ່​ໃຫມ່​ດ້ານ​ວິທະ​ຍາ​ສາດ​ໃນ​ສະ​ເພາະ​ຫນ້ານ​ນີ້.​