ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-14 16:17:01    
ຄວາມ​ຊິນ​ເຄີຍ​ໃນ​ການ​ກິນ​ດື່ມ​ແນວ​ໃດ​ແດ່​ທີ່​ພາ​ໃຫ້​ຄົນ​ອ້ວນ​ງ່າຍ(ສຽງ)

cri

ຄົນ​ເຮົາ​ໃຜໆ​ກໍ​ມັກ​ງາມ,ສ່ວນ​ຫຼາຍ​ຢາກ​ໃຫ້​ຕົນ​ເອງ​ມີ​ຫຸ່ນ​ງາມ,ສະ​ນັ້ນ​,ຄວາມ​ອ້ວນ​ຈຶ່ງ​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ຄົນຮູ້​ສຶກລຳ​ຄານ,ທີ່​ຈິງ​ແລ້ວ ຄວາມ​ອ້ວນ​ແມ່ນ​ມີ​ຫຼາຍ​ປັດ​ໄຈ,​ແຕ່​ເວົ້າ​ສະ​ເພາະ​ຄວາມ​ອ້ວນ​ແບບ​ລ້ວນໆ​ແລ້ວ,ປັດ​ໄຈ​ດ້ານ​ອາຫານ​ການ​ກິນ ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຊິນ​ເຄີຍ​ໃນ​ດ້ານ​ອາຫານ​ການ​ກິນ​ທີ່​ບໍ່ດີ​ບາງ​ຢ່າງ​ແມ່ນ​ມູນ​ເຫດ​ສຳຄັນ​ຫນຶ່ງ​ທີ່​ພາ​ໃຫ້​ອ້ວນ​ພິ,ຄັນ​ຊັ້ນ​ກິນ​ແບບ​ໃດ,ຈຶ່ງ​ພາ​ໃຫ້​ຄົນ​ອ້ວນ​ເອົາ​ແທ້​ເອົາ​ວ່າ?


ຫນຶ່ງ​ແມ່ນ​ກິນ​ໄວ​ໂພດ.ຜູ່​ຕຸ້ຍ​ສ່ວນ​ຫຼາຍ​ກິນ​ເຂົ້າ​ແຊບ,ຫຼື​ກິນ​ຫຍັງ​ກໍ​ແຊບ,​ໃນ​ເວລາ​ກິນ​ຫຍັງ​ກໍ​ຕາມ,ມັກ​​ໂມ່ມ​ເອົາ​ໂມ່ມ​ເອົາ​ຫຍ້ຳ​ໃຫ້​​ແຫຼກ​ເທື່ອ​ກໍ​ກືນ​ລົງທ້ອງ​ແລ້ວ,ອາຫານ​ເຫຼົ່າ​ນີ້,ຈຶ່ງ​ບໍ່​ສາມາດ​ຕິດ​ຢູ່​ຝາ​ກະ​ເພາະ,ສະ​ນັ້ນ,ກິນ​ຫຼາຍ​ປານ​ໃດ,ບໍ່​ດົນ​ກໍ​ຫິວ​ອີກ.ພ້ອມ​ກັນ​ນັ້ນ,ຍ້ອນ​ວ່າ​ເວລາ​ຫຍ້ຳ​ອາຫານ​ສັ້ນ​ເກີນ​ໄປ,​ເສັ້ນ​ປະສາດ​ທ້ອງ​ເອິກ​ຍັງ​ຕື່ມ​ເຕັ້ນ​ຢູ່,ຍັງ​ພາ​ໃຫ້​ຢາກກິນ​ຢູ່​ພໍ​ປານ​ນັ້ນ,ນອກ​ນີ້,ຍ້ອນ​ວ່າ​ກິນ​ໄວ​ໂພດ,ທາດ​ຫວານ​ໃນ​ເລືອດ​ເຂັ້ມ​ຂຸ້ນ​ຂຶ້ນ,​ເມື່ອ​ສູນ​ຄວບ​ຄຸມ​ຄວາມ​ຢາກ​ໃນ​ສະຫມອງ​ສັ່ງ​ໃຫ້​ເຊົາ​ກິນ​ນັ້ນ,ພັດ​ໄດ້​ກິນ​ອາຫານ​ເຂົ້າ​​ໄປ​ຫຼາຍ​ໂພດ​ແລ້ວ.


ສອງ​ແມ່ນ​ມັກ​ກິນ​ຂອງ​ຈຸກ​ຈິກ​ຢູ່​ບໍ່​ເຊົາ.ຄົນ​ຕຸ້ຍ​ບາງ​ຄົນ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ​ແລະ​ຜູ່​ສາວ​ທີ່​ຕຸ້ຍ,​ເບິ່ງ​ຄື​ວ່າ​ອາຫານ​ສາມ​ຄາບ​ກໍ​ກິນ​ບໍ່​ຫຼາຍ​ປານ​ໃດ,​ແຕ່​ມັກ​ກິນ​ເຂົ້າຫນົມ​ມັກ​ກິນ​ຈຸກ​ຈິກ​ບໍ່​ເຫືອດ​ສົບ​ເຫືອດ​ປາກ,ຈົນ​ກາ​ໂລ​ລີ​ໃນ​ຮ່າງກາຍ​ເຫຼືອ​ເຟືອ​ເກີ​ນຄວາມ​ຕ້ອງການ.


ສາມ​ແມ່ນ​ບໍ່​ກິນ​ເຂົ້າ​ເຊົ້າຜູ່​ຍິງ​ສ່ວນ​ຫຼາຍ​ມັກ​ໃຊ້​ວິທີ​ອົດ​ອາຫານ​ເພື່ອລົດ​ຄວາມ​ອ້ວນ,ຄຶດ​ວ່າ​ໃຊ້​ວິທີ​ບໍ່​ກິນອາຫານ​ເຊົ້າ​ຫຼື​ກິນ​ຫນ້ອຍ ກໍ​ຈະ​ຈ່ອຍ​ລົງ​ໄດ້,​ແຕ່​ຜົນ​ສຸດ​ທ້າຍ​ພໍດີ​ກົງກັນຂ້າມ,ຍ້ອນ​ບໍ່​ກິນ​ເຂົ້າ​ເຊົ້າ​ຍາມ​ກິນ​ອາຫານ​ທ່ຽງ​ຈຶ່ງ​ຫິວ​ຫຼາຍ ຈຶ່​ງຊຸກຍູ້​ໃຫ​ເກ​ກະ​ເພາະ​ອາຫານ​ທີ່​ເປົ່າ​ຫວ່າງ​ຮັບ​ເອົາ​ອາຫານ​ທ່ຽງອັນ​ແຊບໆ​ໄດ້​ໄວ​ທີ່​ສຸດ,​ແລ້​ວກາຍ​ເປັນ​ໄຂມັນ,ດົນ​ຕາມ​ດົນ,ກໍ​ພາ​ໃຫ້​ຕຸ້ຍ​ຂຶ້ນ.


ສີ່​ແມ່ນ​ກິນ​ອາຫານ​ຄ່ຳ​ບໍ່​ຖືກຕ້ອງຍ້ອນ​ການ​ເວັນ​ມີ​ເວລາຈຳກັດ,ຫຼາຍ​ຄົນ​ມັກ​ກິນ​ອາຫານ​ເຊົ້າ​ແລະ​ອາຫານ​ທ່ຽງ​ແບບ​ງ່າຍດາຍ,​ເມື່ອ​ຮອດ​ແລງ​ມາ,ຫມົດ​ຄອບຄົວ​ຕ່າງ​ແລ້ວ​ວຽກ​ແລ້ວ​ການ,ພາກັນ​ກັບ​ເມືອ​​ເຮືອນ​ຢ່າງ​ພ້ອມ​ຫນ້າ​ພ້ອມ​ຕາ,ມີ​ເວລາ​ຄົວກິນ,ສະ​ນັ້ນ,ຈຶ່ງ​ແຕ່ງອາຫານ​ແຊບໆ,​ເຕັມ​ໂຕະ​ມີ​ທັງ​ປູ​ປາ​ເປັດ​ໄກ,​ແຕ່​ການຈັດ​ວາງ​ແບບ​ນີ້​ບໍ່​ຖືກ​ຫຼັກ​ວິທະຍາສາດ,​ເພາະວ່າ,​ເມື່ອ​ອາຫານ​ໃນ​ກະ​ເພາະ​ຍ່ອຍ​ແລ້ວ,ສ່ວນ​ຫນຶ່ງ​ຈະ​ເຂົ້າ​ໄປ​ໃນ​ເລືອດ​ກາຍ​ເປັນ​ໄຂມັນ​​ເລືອດ,​ເມື່ອ​ຮອດ​ຄ່ຳມາ,ປະລິມານ​ແອ​ງສຸລິນ​ໃນ​ເລືອດ​ຈະ​ສູງ​ຂຶ້ນ​ຮອດ​ລະດັບ​ສູງສຸດ​ໃນ​ຫມົດ​ມື້,​ແອ​ງສຸລິນ​ສາມາດ​ເຮັດ​ໃຫ້​ທາດ​ຫວານ​ໃນ​ເລືອດ​ກາຍ​ເປັນ​ໄຂມັນ​ຕິດ​ຢູ່​ຕາມ​ຝາ​ສາຍ​ເລືອດ​ແລະ​ທ້ອງ,ດົນ​ໄປ​ກໍ​ພາ​ໃຫ້​ຕຸ້ຍ​ຂຶ້ນ.


ຫ້າ​ແມ່ນ​ກິນ​ນ້ຳຕານ​ຫຼາຍ​ເກີນ​ໄປນ້ຳຕານ​ບໍ່​ພຽງ​ແຕ່​ຖືກ​ດູດ​ຮັບ​ເອົາ​ງ່າຍ​ທໍ່​ນັ້ນ ຫາກ​ຍັງ​ສາມາດ​ເພີ່ມ​ເຊື້ອ​ຫມັກ​ທີ່​ຊຸກຍູ້​ໃຫ້​ກາຍ​ເປັນ​ໄຂມັນ,ທັງ​ກະຕຸກ​ໃຫ້​ແອ​ງສຸລິນ​ຊືມອອກ,​ແອ​ງລຸ​ບິນ​ຊຸກຍູ້​ການ​ສັງ​ເຄາະ​​ເປັນ​ໄຂມັນ​ອີກ​ແລ້ວ​ເຮັດ​ໃຫ້​ໄຂມັນ​ທ້ອນ​ກັນ​ໄວ້.


ຫົກ​ແມ່ນ​ຮີ​ຂອງ​ກິນການ​ຮີ​ຂອງ​ກິນຈະ​ພາ​ໃຫ້ການ​ດູດ​ຮັບ​ທາດ​ບຳລຸງ​ບໍ່​ກ້ຳ​ເກິ່ງ​ກັນ,​ແລ້ວຂາດ​ທາດ​ບຳລຸງ​ບາງ​ຢ່າງ,ຕາມ​ທີ່​ໄດ້​ຮູ້​ໃນ​ປັດ​ປະຈັນ,ການ​ຂາດ​ວິຕາມິນ​ເບ​ກໍ​ຈະ​ພາ​ໃຫ້​ຕຸ້ຍ​ຂຶ້ນ,​ເພາະວ່າ​ວິຕາມິນ​ເບ​ສາມາດ​ເຮັດ​ໃຫ້​ໄຂມັນ​ກາຍ​ເປັນກາ​ໂລ​ລີ,ລະບົບ​ວິຕາມິນ​ເບ​ຕົ້ນຕໍ​ມີ​ວິຕາມິນ​ເບ 1 ​ເບ​2 ​ແລະ​ເບ 6 ​ເປັນ​ຕົ້ນ,ວິຕາມິນ​ເຫຼົ່າ​ນີ້​ມີ​ຢູ່​ຕາມ​ເຂົ້າກ້ອງ,​ເຂົ້າ​ເບຼ ຜັກ​ສົດ​ແລະ​ຫມາກ​ໄມ້​ສົດ​ຫຼາຍ​ຢ່າງ