|
ຕາມຂ່າວສານຊິນຮວາ: ຕອນຄຳວັນທີ13ມັງກອນເຈົ້າໜ້າທີ່ຜູ່ໜຶ່ງຂອງອົງການອະນາໄມໂລກເວົ້າວ່າ, ເຖິງແມ່ນວ່າປະຈຸບັນຜູ່ເປັນໂຣກອະຫິວາແລະພະຍາດໄຂ້ຍຸງຢູ່ເຂດປະສົບໄພແຂວງອາເຊຂອງອິນໂດເນເຊຍໄດ້ເພີ່ມຂຶ້ນກໍຕາມ, ແຕ່ບໍ່ມີຫຼັກຖານຢັ້ງຢືນໃຫ້ເຫັນວ່າຈະມີພະຍາດຕິດແປດແຜ່ລາມອອກ.ອົງການອະນາໄມໂລກພວມຕິດຕາມຢ່າງໃກ້ຊິດແລະພະຍາຍາມຄວບຄຸມພະຍາດຕິດແປດຢູ່ເຂດປະສົບໄພ.
ເຈົ້າໜ້າທີ່ຜູ່ນີ້ທີ່ພວມຊີ້ນຳວຽກງານປິ່ນປົວກອບກູ້ແລະປ້ອງກັນພະຍາດຢູ່ເຂດປະສົບໄພອາເຊເວົ້າວ່າ,ປະຈຸບັນວຽກງານຈຸດໜັກຂອງອົງການອະນາໄມໂລກຢູ່ເຂດປະສົບໄພອິນໂດເນເຊຍແມ່ນສ້າງລະບົບຕິດຕາມຄວບຄຸມແລະລາຍງານພະຍາດຕິດແປດໂດຍໄວ.
ທ່ານເວົ້າວ່າ,ໄພຮ້າຍທີ່ແຝງຢູ່ໃນດ້ານສາທາລະນະສຸກໃນປະຈຸບັນແມ່ນຊົນນະບົດສອກຫຼີກແລະສູນຊາວອົບພະຍົບ.
|