ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-14 20:35:04    
ທ່ານ​ອັບ​ບັສ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri Author: q
ຕາມ​ຂ່າວ​ສານ​ຊິນ​ຮວາ,ວັນ​ທີ13​ມັງກອນ,ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຜູ້​ໃໝ່​ກ່າ​ວວ່າ,ຊາວ​ປາ​ເລັສຕິນຈະ​ປະຕິບັດ​ຕາມ​ໜ້າ​ທີ່​ຮັບຜິດຊອບ,ຊຸກ​ຍູ້​ການ​ປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ເມື່ອ​​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ9​ມັງກອນ​ແລ້ວ,ທ່ານ​ອັບ​ບັສ​ໄດ້​ຮຽກ​ຮ້ອງ​​ໃຫ້ຝ່າຍ​ປະກອບ​ອາວຸດ​ປາ​ເລັສຕິນຢຸດ​ຍິງ​ເພື່ອ​ສະ​ແຫວ​ງ​​ການແກ້​ໄຂ​ບັນຫາ​ປາ​ເລັສຕິ​ນອິດ​ສະລະ​ແອນ​ໂດຍ​ສັນຕິ.ທ່ານ​ເຫັນ​ວ່າ,ອິດ​ສະລະ​ແອນ​ຫາ​ກໍ່​ສ້າງ​ຕັ້ງລັດຖະບານ​ຊຸດ​ໃໝ່ທີ່​ມີ​ພັກ​ກຳມະກອນ​ເຂົ້າ​ຮ່ວມ,ນີ້​ເວົ້າ​ສຳລັບ​ການ​ຊຸກ​ຍູ້​​ແຜນການ​​ເສັ້ນທາງ​ສັນຕິພາບ​ແລ້ວ​ແມ່ນ​ປັດ​ໄຈ​ທີ່​ມີ​ຜົນ​ດີ.

ພາຍຫຼັງ​ທ່ານ​ອັບ​ບັສ​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາ​ດປາ​ເລັສຕິນ​ແລ້ວ,ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລະ​ແອນ​ໄດ້​ກ່າວ​ວ່າ​ຫວັງ​ໃຫ້​ຈັດການ​ພົບ​ປະກັບ​ທ່ານ​ອັບ​ບັສ​ໂດຍ​ໄວ.