ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-15 17:15:06    
ວົງ​ການ​ຕ່າງໆ​​ໃນ​ສັງ​ຄົມ​ຈີນ​ສືບ​ຕໍ່​ບໍ​ລິ​ຈາກ​ເງິນ​ໃຫ້​ເຂດ​ປະ​ສົບ​ໄພ​ຈາກ​ຄື້ນ​ທະ​ເລ​ຊູ​ນາ​ມີ​ຢ່າງ​ຫ້າວ​ຫັນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ14​ມັງກອນ,ນັກ​ຂ່າວ​ໄດ້​ຊາ​ບຈາກ​ສະຫະພັນ​ ​ກຸສົນ​ຈີນ​ວ່າ,​ຕັ້ງ​ແຕ່​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ເກີດ​ຂຶ້ນ​ມາ​ນີ້,ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຈີນ​ຕ່າງ​ໄດ້​ຊ່ອຍ​​ເຂດ​ປະສົບ​ໄພ​ຕາມ​ຄວາມ​ສາມາດ​ຂອງ​ໃຜລາວ,ຄວາມ​ຫ້າວຫັນ​ໃນ​ການ​ບໍລິຈາກ​ເງິນ​ບໍ່​ໄດ້​ຫຼຸດ​ລົງ​ຈັກ​​ເມັດ.

ຕາມສະ​ເໜີ​ວ່າ,ວົງ​ການ ​ງີ້ວ​ປັກ​ກິ່ງ​ຂອງ​ຈີນຈະຈັດ​ງານ​ຄອນ​ເສີດກຸສົນ​ໃນ​ຕອນ​ຄ່ຳ​ວັນ​ທີ18​ມັງກອນ,​ເພື່ອ​ຮັບ​ບໍລິຈາກເງິນ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ວັນ​ທີ14​ມັງກອນ,ປະທານ​ກຳມະບານCRIພວກ​ເຮົາ​ກໍ​ໄດ້​ຂໍ​ຜ່ານ​ຈາກ​ທ່ານ​ອິນດຼາ​ແນນ​ດາ.​ອັບ​ແຊັກ​ຄຼາ ປະທານ​ສະມາຄົມ​ຜູ້​ຟັງ​ພາສາສິງຫົນທີ່​ມາຢ້ຽມຢາມCRI,ມອບ​ເງິນ​ບໍລິຈາກ​ຂອງ​ພະນັກງານ​CRIລວມ2ໝື່ນ8​ພັນ​ຢວນ​ໃຫ້​ຜູ້​ຟັງ​ສີລັງກາ​ທີ່​ປະສົບ​ໄພ.

ນອກ​ນີ້,​ແວບ​ໄຊ​ກຸສົນ​ຈີນກໍ​​ໄດ້​ຮັບ​ເງິນ​ບໍລິຈາກ17​ພັນ​ຢວນຈາກ​ປະຊາກອນ​ເນັດ​ໃນ​ມື້​​ຈັດ​ໜ້າ​ແວ​ບ​ໄຊ ​ບໍລິຈາກ.

ຕາມ​ສະຖິຕິ​ເບື້ອງ​ຕົ້ນ,ປະຈຸ​ບັນ,ນັບ​ລວມ​ແລ້ວ,​​ເອກ​ະຊົນ​ຢູ່​ເຂດ​ໃນ​ຈີນ​ໄດ້​ບໍລິຈາກ​ເງິນ​220ລ້ານ​ຢວນ​ແລ້ວ,ສະພາກາ​ແດງ​ມາ​ກາວ​ກໍ​ໄດ້​ຮັບ​ເງິນ​ບໍລິຈາກ​ຂອງ​ວົງ​ການ​ຕ່າງໆ​ມາ​ກາວ25​ລ້ານ​ກວ່າ​ປາ​ຕາ​ກາ​ເງິນ​ມາ​ກາວ.