ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-15 18:04:17    
ອີຣັກ​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງບໍ່​ຂາດ​ສາຍ ​ ​ແນ​ໃສ່​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​​ໃນ​ທ້າຍ​​ເດືອນ​ນີ້

cri Author: lm

ຕາມ​ຂ່າວCRI: ຄຽງ​ຄູ່​ກັບ​ການ​ເລືອກ​ຕັ້ງທົ່ວ​ໄປ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້​ມໍ່​ຈະ​ມາ​ເຖິງ, ຢູ່ອີຣັກ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​​ບໍ່​ຂາດສາຍ, ກອງ​ປະ​ກອບ​ອາວຸດ​ໄດ້​​ແນ​ປາຍ​ຫອກ​​ໃສ່​ກອງ​ທະຫານ​ອາ​ເມ​ລິ​ກາປະຈຳອີ​ຣັກ​ແລະ​ຜູ່​ຈັດ​ຕັ້ງ​ແລະ​ສະ​ໜັບ​ສະໜູນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຕື່ມ​ອີກ.

ວັນ​ທີ 14 ມັງກອນ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ວ່າ, ທະ​ຫານ​ອາ​ເມ​ລິ​ກາ 3 ຄົນ​​ໄດ້​ເສຍ​ຊີວິດ​ໃນ​ເຫດການຫຼອນ​ໂຈມ​ຕີ​ສອງ​ລາຍ​ທີ່​ເກີດ​ຂຶ້ນ​ພາຍ​ໃນ 24 ຊົ່ວ​ໂມງ.

​ໃນ​ມື້​ດຽວ​ກັນ ກະຊວງ​ພາຍ​ໃນ​ອີຣັກກ່າວ​ວ່າ, ຕອນ​ຄ່ຳ​ວັນ​ທີ 13 ມັງກອນ ທ່ານ​ ອັບ​ແດ​ວ ​ອູ​ໄບດີ ສະມາຊິກ​ຄະນະ​ກຳມະການ​ເລືອກ​ຕັ້ງ​ເຂດ​ແບກ​ແດດ​ຖືກ​ຜູ່​ປະກອບ​ອາວຸດ​ລອບ​ສັງ​ຫານ. ທ່ານ​ແມ່ນ​ຜູ່​ຈັດຕັ້ງການ​ເລືອກ​ຕັ້ງຜູ່​ທີ 8 ທີ່​ຖືກຫຼອນ​ໂຈມ​ຕີຕາ​ຍຈົນ​ຮອດ​ປະຈຸ​ບັນ.

ນອກ​ນີ້ ວັນ​ທີ 14 ມັງກອນ ສື່​ມວນ​ຊົນ​ລາຍ​ງານວ່າ, ວັນ​ທີ 13 ມັງກອນ ​ເຈົ້າໜ້າ​ທີ່ 3 ຄົນ​ຂອງ​ພັກ​ປະຊາທິປະ​ໄຕ​ຄຸດ​ດິສ ​ເຊິ່ງພັກ​ຝ່າຍ​ສຳຄັນ​ຂອງ​ເຜົ່າ​ຄຸດ​ດິສອີຣັກ​ທີ່​ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກໍ​ຖືກ​ຫຼອນ​ໂຈມ​ຕີຕາ​ຍ.