ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-15 20:47:46    
ອິສ​ຣາ​ແອນ​ປະ​ກາດ​ຢຸດ​ຕິ​ການ​ພົວ​ພັນ​ກັບ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ,​ຝ່າຍ​ປາ​ເລັສ​ຕີນ​ກ່າວ​ປະ​ນາມ

cri Author: zl
ຕາມ​ຂ່າວ​CRI:​ຕອນ​ຄ່ຳ​ວັນ​ທີ 14 ມັງກອນ,​ໂຄສົກ​ຂອງ​ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະມົນ​ຕີອິສ​ຣາ​ແອນ​ປະກາດ​ວ່າ, ອິສຣາ​ແອນ​ຈະຢຸດ​ຕິ​ທຸກ​ການ​ພົວພັນ​ກັບ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ,​ຈົນກະ​ທັ້ງ​ອາດ​ຈະ​ຍົກ​ເລີກ​ແຜນ​ການ​ພົບ​ປະ​ທ່ານ​ອັບ​ບາສປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ,ຈົນ​ກວ່າ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ສຳ​ເລັດ​ການ​ສຳ​ຫຼວດ​ເຫດ​ການ​ຜູ້​ປະກອບ​ອາວຸດ​ປາ​ເລັສ​ຕີນ​ຫຼອນ​ໂຈມ​ຕີ​ສະຖານີ​ກວດ​ກາ​ຂອງ​ທະຫານ​ອິສຣາ​ແອນ​ຢ່າງ​ເຖິງ​ຖອງ.

ວັນ​ທີ 13 ມັງກອນ, ສະຖານີ​ກວດກາ​ແຫ່ງ​ໜຶ່ງ​ຂອງ​ທະຫານ​ອິສຣາ​ແອນ​​ຖືກຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຫຼອນ​ໂຈມ​ຕີ​​ແບບສະຫຼະ​ຊີບ,ຄົນ​ອິສຣາ​ແອນ 6 ຄົນ​ເສຍ​ຊີວິດ.ອົງການ​ອາ ອັກ​ຊາ ມາດຣິສ ບຼີ​ເກັດ​ສ໌ ​ແລະ​ອົງການ​ຮາ​ມັສກ່າວ​ວ່າ​ຮັບຜິດຊອບ​ຕໍ່​ເລື່ອງ​ນີ້.

ວັນ​ທີ 14 ມັງກອນ,ທ່ານ​ເອ​ເລ​ຄັດ ລັດຖະມົນຕີ​ກະຊວງວຽກງານການ​ເຈ​ລະ​ຈາຂອງ​ປາ​ເລັສຕີນ​ໄດ້​ກ່າວ​ປະນາມການປະຕິກິລິຍາ​ຂອງ​ຝ່າຍ​ອິສຣາ​ແອນ.ທ່ານ​ເວົ້າວ່າ,ການ​ຕັດ​ການ​ພົວພັນ​ບໍ່​ສາມາດ​ເຮັດ​ໃຫ້​ປາ​ເລັສຕີນ​ອິສຣາ​ແອນ​ພົ້ນອອກ​ຈາກ​ວົງໝູນ​ທີ່​ໃຊ້​ກຳລັງ​ຮຸນ​ແຮງຕ້ານ​ກັບ​ກຳລັງຮຸນ​ແຮງ. ​​ໃນ​ຂະນະກ່າວ​ປະນາມ​ເຫດການ​ຫຼອນ​ໂຈມ​ຕີດັ່ງກ່າວ,ທ່ານ​ອັບ​ບາສກໍກ່າວ​ປະນາມ​ທະຫານ​ອິສລະ​ແອນສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເຂດ​ປາ​ເລັສຕີນ​ປົກຄອງຕົນ​ເອງ​ໃນ​ຫວ່າງ​ມໍ່ໆ​ນີ້, ຊາວ​ປາ​ເລັສຕີນ​​ເສຍ​ຊີ​ວິດແລະບາດ​ເຈັບຍ້ອນ.

ມື້​ດຽວ​ກັນ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ລູຊຳ​ບັວກ ປະ​ເທດ​ປະທານ​ຝຽນ​ຂອງ​ສະຫະພາບ​ເອີ​ລົບ​ຕ່າງ​ໄດ້​ອອກ​ຖະ​ແຫຼ​ງການ,ກ່າວ​ປະນາມ​​ເຫດການ​ຫຼອນ​ໂຈມ​ຕີສະຖານີ​ກວດກາ​ຂອງ​ທະຫານ​ອິາຣາ​ແອນຢ່າງ​ຮຸນ​ແຮງ,ທວງ​ໃຫ້​ປາ​ເລັສຕີນ​ອິສຣາ​ແອນ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ.

ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາພັດ​ກ່າວ​ວ່າ,ທ່ານ​ອັບ​ບາສ​ຕ້ອງ​ຄວບ​ຄຸມການ​ເຄື່ອນ​ໄຫວດ້ວຍ​ກຳລັງ​ຮຸນ​ແຮງຂອງ​ຝ່າຍ​ປາ​ເລັສຕີນ.ທ່ານ​ຫວັງວ່າ​ອິສຣາ​ແອນຢຸດຕິການພົວພັນ​ທັງ​ໝົດ​ກັບປາ​ເລັສຕີນ​ນັ້ນ​ແມ່ນ​ມາດ​ຕະການ​ຊົ່າວຄາວ.