ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 16:22:06    
ດາວ​ທຽມ​ເຟິງຢຸນເລກ​ສອງ C ​ຂອງ​ຈີນ​ສາ​ມາດ​ສະ​ໜອງ​ຂໍ້​ມູນ​ອຸ​ຕຸ​ນິ​ຍົມ​ໃຫ້​ແກ່​ປະ​ເທດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເມື່ອ​ໄດ້​ລອງ​ຢັ່ງ​ແທກຢູ່​ໂຄຈອນ​ເປັນ​ເວລາ 3 ​ເດືອນ, ປະຈຸ​ບັນ ດາວ​ທຽມເຟິງຢຸນເລກ​ສອງ​ C ​ເຊິ່ງ​ເປັນ​ດາວ​ທຽມ​ອຸຕຸ​ນິຍົມ​ທີ່​ໝູນ​ເດີນ​ຕາມ​ໂຄ​ຈອນ​ສະ​ຖິດ​ຂອງ​ໜ່ວຍ​ໂລກທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ​ໄດ້​ໝູນ​ເດີນ​​ເປັນ​ປົກກະ​ຕິ, ມັນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້ການ​ພະຍາກອນ​ອາກາດ​ຂອງ​ຈີນ​ຍິ່ງຖືກຕ້ອງກວ່າ​ເກົ່າ​ທໍ່​ນັ້ນ, ຫາກ​ຍັງ​ສາ​ມາດ​ສະ​ໜອງ​ຂໍ້​ມູນ​ອຸຕຸນິຍົມຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ມະຫາ​ສະໝຸດ​ອິນ​ເດ​ຍ​ອີກ​ດ້ວຍ.

ວັນ​ທີ 15 ມັງກອນ ຢູ່​ທີ່​ຊຽງ​ໄຮ້, ທ່ານ​ສິຈຽນ​ມິນ ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ສູນ​ອຸຕຸ​ນິ​ຍົມ​ດາວທຽມ​ແຫ່​ງຊາດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ດາວ​ທຽມເຟິງຢຸນ​ເລກ​ສອງ​​ C ​ແມ່ນ​ຈີນ​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ​ໃນ​ເດືອນ​ຕຸລາ​ປີ​ກາຍ, ຂອບ​ເຂດ​ຢັ່ງ​ແທກ​ຂອງ​ມັນ​ບໍ່ພຽງ​ແຕ່​ກວມແຜ່ນດິນ​​ໃຫຍ່ຈີນ​ທໍ່​ນັ້ນ ກໍ່​ກວມພາກພື້ນອັນ​ກວ້າງຂວາງ​ເຊິ່ງລວມ​ທັງ​ມະຫາ​ສະ​ໝຸດ​ອິນ​ເດຍ.

ດາວ​ທຽມ​ດັ່ງກ່າວ​ໝູນ​​ເດີນ​ຢ່າງ​​ເປັນປົກກະຕິ, ຈະ​ເປັນ​ການ​ຊ່ອຍ​ເຫຼືອ​ແກ່​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພພິບັດແລະ​ການ​ຄາດ​ຄະ​ເນ​ອາກາດ​ໃນ​ອະນາຄົດຂອງ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​.