ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 16:44:41    
ພັກ​ຝ່າຍ​ຕົ້ນ​ຕໍ​ຂອງ​ປາ​ເລັສ​ຕີນ​ເຫັນ​ດີ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ,​ເອຢິບ​ຮຽກ​ຮ້ອງ​ປາ​ເລສ​ປາ​ເລັສ​ຕີນ​ອິສ​ຣາ​ແອນ​ຈົ່ງ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ

cri Author: zl
ຕາມ​ຂ່າວ​CRI:​ວັນທີ 15 ມັງ​ກອນ,​ພາຍ​ຫຼັງ​ທ່ານ​ອັບ​ບາສ ປະທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ກ່າວ​ປາຖະກະ​ຖາ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ​,ພັກ​ຝ່າຍ​ຕົ້ນຕໍ​ຂອງ​ປາ​ເລັສ​ຕີນ​ພາກັນ​ສະ​ແດງ​ວ່າ​ຈະ​ເພີ່ມ​ທະວີ​ຄວາມ​ສາ​ມັກຄີ​ພາຍ​ໃນ.

ວັນ​ທີ 15 ມັງ​ກອນ,​ທ່ານ​ອາ​ບູ ຊາ​ມີ ອາ​ບູຈູຣີ ​ໂຄສົກ​ຂອງຂະ​ບວນຕໍ່​ຕ້ານ​ອິສລາມ​ປາ​ເລັສ​ຕີນ ຫຼືອົງ​ການ​ຮາ​ມັສ ​ຢູ່ທີ່​ກາຊາ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ປາຖະ​ກະຖາ​ຂຶ້ນ​ຮັບ​ຕຳ​ແໜ່​ງຂອງ​ທ່ານ​ອັບ​ບາສ.​ທ່ານ​ກ່າວ​ເນັ້ນວ່າ,​ໃນ​ສະ​ເພາະ​ໜ້າ​ນີ້,ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​​ສາມັກ​ຄີປະ​ຊາຊົນ​ປາ​ເລັສ​ຕີນ​ທັງ​ປວງ,​ສົນ​ທະນາ​ກັນ​ຕໍ່​ໄປ,ກຳ​ຈັດ​ຄວາມ​ເຫັນ​ຂັດ​ກັນ​ຢູ່ພາຍ​ໃນ,ຮັບ​ມື​ກັບ​ການ​ຮຸກ​ຮານ​ຂອງ​ອິສຣາ​ແອນ.

ມື້​ດຽວ​ກັນ,​ຜູ້ນຳ​ຂອງ​ອົງ​ການ​ສູ້ລົບ​ສັກ​ກາລະ​ບູຊາ​ອິສລາມ​ປາ​ເລັສ​ຕີນ​ຫຼືອົງ​ການ​ຈີ​ຮັດກໍ​ຮຽກຮ້ອງ​ທ່ານ​ອັບ​ບາສ​ຊຸກຍູ້​ບັນດາ​ຝ່າຍ​ຂອງ​ປາ​ເລັສ​ຕີນ​ສົນທະນາ​ກັນ​ ກ່ອນ​ໃຊ້​ມາດ​ຕະການ​ການ​ເມືອງ​ໃດໆ​ຕໍ່​ຝ່າຍ​ອິສຣາ​ແອນ.

ມື້​ດຽວ​ກັນ,​ລັດຖະ​ບານ​ເອຢິບ​ອອກ​ຖະ​ແຫຼງ​ການ,​ຫວັງ​ໃຫ້​ປາ​ເລັສ​ຕີນ​ອິສຣາ​ແອນ​ຈົ່ງ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັນ,​ເລີ່ມ​ຂະ​ບວນ​ວິວັດ​ເຈລະຈາ​ສັນຕິ​ພາບ​ຄືນ​ໃໝ່​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.