|
ຕາມຂ່າວCRI: ວັນທີ 16 ມັງກອນ, ທ່ານສົງສວນ ໂຄສົກກະຊວງການຄ້າຈີນກ່າວວ່າ, ລັດຖະບານຈີນໄດ້ເອົາໃຈໃສ່ນຳບັນຫາຄວາມປອດໄພຂອງອາຫານເຄື່ອງກິນໂດຍຕະຫຼອດ, ສະເພາະຢ່າງຍິ່ງໃນເວລາສຸກເສີນທີ່ກູ້ໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ, ລັດຖະບານແລະປະຊາຊົນຈີນເດັດຂາດບໍ່ສະໜອງອາຫານເຄື່ອງກິນທີ່ກາຍເວລາກຳນົດໃຫ້ປະຊາຊົນປະສົບໄພ.
ທ່ານສົງສວນຊີ້ອອກວ່າ, ຝ່າຍຈີນໄດ້ສົນໃຈວ່າ ຢູ່ອິນໂດເນເຊຍມີສື່ລາຍງານວ່າອາຫານກູ້ໄພທີ່ຈີນສະໜອງໃຫ້ອິນໂດເນເຊຍນັ້ນ "ແມ່ນອາຫານທີ່ກາຍເວລາກຳນົດ, ກິນບໍ່ໄດ້". ທ່ານອະທິບາຍວ່າ, ຕາມຂໍ້ກຳນົດທີ່ລະບຸໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພຂອງອາຫານຈີນ, ເຄື່ອງຫຸ້ມຫໍ່ອາຫານຕ້ອງພີມວັນເດືອນປີຜະລິດແລະເວລາກຳນົດການໃຊ້ຢ່າງປອດໄພ, ເວລາກຳນົດຢູ່ເທິງເຄື່ອງຫຸ້ມຫໍ່ທີ່ສື່ດັ່ງກ່າວລາຍງານນັ້ນແມ່ນວັນຜະລິດ.
ທ່ານສົງສວນຍັງໄດ້ກ່າວປະນາມການກະທຳຕັ້ງແກ້ງກໍ່ເຫດໂດຍສວຍໃຊ້ຄວາມແຕກຕ່າງກັນລະຫວ່າງຈີນກັບປະເທດອື່ນກ່ຽວກັບວິທີບອກວັນເດືອນປີຜະລິດແລະເວລາກຳນົດການໃຊ້ຢູ່ນອກເຄື່ອງຫຸ້ມຫໍ່ອາຫານ.
|