ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 17:39:36    
ອີຣັກ​ປະ​ກາດ​​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​​ໄລ​ຍະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

cri Author: zl
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 15 ມັງ​ກອນ,​ລັດຖະ​ບານ​ຊົ່ວ​ຄາວ​ອີຣັກ ​ ​ແລະຄະນະ​ກຳມະ​ການ​ເລືອກ​ຕັ້ງ​ອິດສະ​ຫຼະອີຣັກ​ໄດ້​ຮ່ວມ​ກັນ​ປະກາດ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢ່າງ​ເປັນ​ລະບົບ,​ເພື່ອ​ຮັບປະ​ກັນ​ຄວາ​ປອດ​ໄພ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ.

ມື້​ດຽວ​ກັນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ຮ່ວມ​ທີ່​ທ່ານ​ລາ​ຕິຟ ລັດ​ຖະ​ມົນຕີ​ລັດຖະ​ກິດ​ທີ່​ຮັບຜິດ​ຊອບ​ວຽກ​ງານ​​ແຂວງ​ຂອງ​ລັດຖະ​ບານຊົ່ວ​ຄາວ​ອີຣັກ​​ແລະ​ທ່ານ​ຮັນ​ດາ​ວີ ປະ​ທານ​ຄະນະ​ກຳ​ມະການ​ເລືອກ​ຕັ້ງ​ອິດ​ສະຫຼະ​ຮ່ວມ​ກັນຈັດ​ຂຶ້ນ​,ທ່ານ​ລາ​ຕິ​ຟ​ເວົ້າວ່າ,​ໃນ​ວັນ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ໄປ,ຢູ່​ຄຸ້ມ​ຕ່າງໆ​ໃນ​ບັນດາ​ແຂວງ ​ເຂດ​ແລະ​ນະຄອນ​ຫຼວງ​ແບກ​ແດັດ​ຂອງ​ອີຣັກ​ຈະ​ຫ້າມ​ລົດ​ແລ່ນ​ໄປ​ອີກ​ບ່ອນ​ໜຶ່ງ,ຢູ່​ນອກ​ສະຖານີ​ປ່ອນ​ບັດ​ຕ່າງໆ​ຈະ​ຈັດ​ວາງ​ເສັ້ນ​ອັດ​ຕັນ,​ຫ້າມ​ລົດ​ແລ່ນຢູ່​ໃກ້.

ທ່ານ​ລາຕີ​ຟ​ເວົ້າວ່າ,​ໃນ 18 ​ແຂວງ​ຂອງ​ອີຣັກ​,ສະ​ຖານະ​ການ​ຄວາມ​ປອດ​ໄພ​ຂອງ 4 ​ແຂວງ​ຍັງ​ຂ້ຽວ​ຂາດຢູ່,​ລັດຖະ​ບານ​ພວມ​ພະຍາ​ຍາມ​ເຮັດ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ໂດຍ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ,ທ່ານ​ອາ​ລາ​ວີ ນາຍົກ​ລັດຖະ​ບານ​ຊົ່ວ​ຄາວ​ອີຣັກ​ຈະ​ປະກາດ​ໄລຍະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​ເປັນ​ວັນ​ພັກ​ຜ່ອນ​ແຫ່ງ​ຊາດ.​ທ່ານ​ເວົ້າ​ວ່າ,​ທະຫານ​ຕຳ​ຫຼວດ​ຂອງ​ອີຣັກ​ຈະ​ຮ່ວມ​ມື​ກັບ​ກອງ​ທະຫານ​ປະສົມ​ປະຈຳ​ອີຣັກ ພ້ອມ​ກັນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ນີ້.