ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 21:01:11    
ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ອີ​ຣັກ​ກ່າວ​ວ່າ,​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄວນ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ

cri Author: zl
ຕາມ​ຂ່າວ​CRI:​ວັນ​ທີ 16 ມັງ​ກອນ,ສື່​ມວນ​ຊົນ​ຊອກ​ດາ​ນີລາຍ​ງານ​ວ່າ,​ທ່ານ​ຈືປາຣີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ລັດຖະ​ບານ​ຊົ່ວ​ຄາວ​ອີຣັກ​ກ່າວ​ເນັ້ນ​ວ່າ,ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ​ຄວນ​ຈັດຂຶ້ນ​ໃນ​ທ້າຍ​ເດືອນ​ມັງກອນ​ນີ້​ຕາມ​ເວລາ​ກຳນົດ.​ການ​ເລືອກ​ຕັ້ງສາ​ມາດ​ຈັດ​ຕັ້ງ​ລັດຖະ​ບານ​ທີ່​ຕາງ​ໜ້າ​ຄວາມ​ປາຖະ​ໜາ​ຂອງ​ຊາວ​ອີຣັກ​ສ່ວນ​ຫຼາຍທີ່​ສຸດ,​ແລະ​ຮັບຜິດ​ຊອບ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ທ່ານ​ຈຶປາຣີ​ເວົ້າ​ວ່າ​,ສະ​ຖານະ​ການ​ອີຣັກ​ກຳລັງ​ຕົກຢູ່​ໃນ​ສະພາບ​ອັນ​ຕະລາຍ​ຄັບ​ຂັນ,​ປະຈຸ​ບັນ,ອີຣັກ​ປະ​ເຊີນ​ການ​ທົດ​ສອບ​ອັນ​ຂ້ຽວ​ຂາດ​ທີ່​ສຸດ.

ທ່ານ​ຈືປາຣີ​ເວົ້າ​ວ່າ,​ການ​ສ້າງ​ສາ​ອີຣັກ​ຄືນ​ໃໝ່​ຕ້ອງ​ທຳ​ຄວາມ​ພະຍາ​ຍາມ​ ​ຫຼວງ​ຫຼາຍ​.ທ່ານ​ກ່າວ​ເນັ້ນ​ວ່າ,​ລັດຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ຈະ​ໃຊ້​ມາດ​ຕະ​ການ​ອັນ​ຈຳ​ເປັນ​ຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ,ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ​ເທື່ອ​ລະ​ກ້າວ.