ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 21:11:23    
ກອງ​ຊ່ອຍ​ເຫຼືອຂອງ​ຈີນ​ໄດ້​ສຳ​ເລັດໜ້າ​ທີ່​ຊ່ອຍ​ເຫຼືອຢູ່​ສີ​ລັງກາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ກອງຊ່ອຍ​ເຫຼືອປິ່ນປົວ​​ດ້ານ​ມະນຸດສະທຳ​ສາກົນ​ຂອງ​ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ກອບ​ກູ້​​ເປັນ​ເວລາ​ສອງ​ອາທິດຢູ່​ສີ​ລັງກາ​ຢ່າງ​​ໄດ້ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ, ​ແລ້ວ​ຖອນ​ອອກ​ຈາກ​ບ່ອນ​ປະຈຳ​ໃນ​ວັນ​ທີ 16 ມັງກອນ ​ແລະ​ຈະ​ກັບ​ຄືນ​ປະ​ເທດໃນ​ຕອນ​ຄ່ຳ​ວັນ​ທີ 18 ມັງກອນ​ເວລາທ້ອງ​ຖິ່ນ.

ກອງ​ຊ່ອຍ​ເຫຼືອຂອງຈີນ​ທີ່​ໄປ​ສີ​ລັງກາ​ລວມທັງສອງພາກສ່ວນຄື ການປິ່ນປົວ​ແລະ​ການ​ປ້ອງ​ກັນ​ພະ​ຍາດ. ​ສະມາຊິກ​ໜ່ວຍ​ປິ່ນປົວ​ໄດ້​ຮັບ​ໃຊ້​ຜູ່​ປະສົບ​ໄພ​ທີ່​ຖືກ​ບາດ​ເຈັບ​ຢູ່​ແຫ່ງ​ນັ້ນ​ຢ່າງ​ລະ​ອຽດ​ຮອບ​ຄອບ, ​ໄດ້​ປົວ 2060 ​ເທື່ອ​ຄົນ. ສະມາຊິກ​ໜ່ວຍ​ປ້ອງ​ກັນ​ພະ​ຍາດ​ໄດ້​ລົງ​ໄປ​ທ້ອງ​ຖິ່ນ​ຕ່າງໆ​ເຮັດ​ວຽກ​ປາບ​ເຊື້ອ​ພະຍາດ ວັດ​ແທກ​ທາດນ້ຳ​ແລະ​ກວດກາ​ພະ​ຍາດ​ຕິດ​ແປດ​ຢ່າງ​ລະອຽດ, ​ໄດ້​ຮັບ​ປະກັນ​ຄວາມ​ປອດ​ໄພ​ດ້ານ​ສາທາລະ​ນະ​ສຸກ​ຢູ່​ແຫ່ງ​ນັ້ນ.