ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-16 21:57:39    
ກອງ​ທະ​ຫານ​ອິດ​ສະ​ລະ​​ແອນ​ຈະ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ກາ​ຊາ

cri Author: q
ຕາມ​ຂ່າວCRI,ຕາມ​ໜັງສືພິມ​ຮາ​ອາ​ລັດສ໌ຂອງອິດ​ສະລະ​ແອນ​ສະບັບ​ວັນ​ທີ16​ມັງກອນ​ລາຍ​ງານ​ວ່າ,ປະຈຸ​ບັນ,ກອງທະຫານ​ປ້ອງ​ກັນ​ປະ​ເທດ​ອິດ​ສະລະ​ແອນພວມ​ພິຈາລະນາ​ຈະ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ກາຊາ,​ເພື່ອ​ສະກັດ​ກັ້ນ​ການຫຼອນ​ໂຈມ​ຕີ​ດ້ວຍ​ປືນ​ຄົກ​ແລະລົກ​ແກັດຂອງ​ຜູ້​ປະກອບອາວຸດ​ປາ​ເລັສຕິນ.

ໜັງສືພິມ​ດັ່ງກ່າວ​ໄດ້​ຍົກ​ເອົາຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຝ່າຍ​ທະຫານ​ອິດ​ສະລະ​ແອນ​ຜູ້​ໜຶ່ງ​ທີ່​ບໍ່​ຢາກ​ເຜີຍ​ຊື່​ມາ​​ແຈ້ງ​ວ່າ,ຈຸດປະສົງ​ຂອງການ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ເທື່ອນີ້​​ແມ່ນ​ເພື່ອ​ກຳຈັດ​ອົງການ​ກໍ່​ການ​ຮ້າຍ​ຈຳນວນ​ໜຶ່ງ​ຢູ່​ກາຊາ.

ວັນ​ທີ16​ມັງກອນ,ທ່າ​ນຊາ​ລົງ ນາຍົກລັດຖະມົນຕີອິດ​ສະ​ລະ​ແອນ​ໄດ້​ຕິຕຽນ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນບໍ່​ໄດ້​ໃຊ້​ມາດ​ຕະການ​ໂຈມ​ຕີ​ກອງ​ປະ​ກອບ​ອາ​ວຸດ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສ​ຕິນ,​ແລະ​ກ່າວ​ວ່າ​ກອງ​ທະຫານ​ອິດ​ສະລະ​ແອນ​ມີ​​ເສລີພາບ​​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ແຖບ​ກາຊາ.