ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-17 09:13:35    
ອົງ​ການ​ປົດ​ປ່ອຍ​ປາ​ເລັສຕີນ​ທວງ​ໃຫ້​ອົງ​ການ​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ​ຢຸດ​ຕິ​ການ​​ຫຼອນ​ໂຈມ​ຕີ​ອິສ​ຣາ​ແອນ

cri Author: ZL
ຕາມ​ຂ່າວCRI:ວັນ​ທີ 16 ມັງກອນ,ຄະນະ​ບໍລິຫານ​ງານ​ຂອງ​ອົງການ​ປົດ​ປ່ອຍ​ປາ​ເລັສຕີນ​ອອກ​ຖະ​ແຫຼ​ງການ,ທວງ​ຢ່າງ​ຮຸນ​ແຮງ​​ໃຫ້​ອົງການ​ປະກອບ​ອາວຸດ​ປາ​ເລັສຕີນຈົ່ງ​ຢຸດ​ຕິ​ການ​ຫຼອນ​​ໂຈມ​ຕີ​​ທັງ​ໝົດ​ທີ່​ແນ​ໃສ່ເປົ້າໝາຍຂອງອິສຣາ​ແອນ.

ຖະ​ແຫຼ​ງການ​ກ່າວ​ວ່າ,​ໃຕ້ສະພາບ​ປະຈຸ​ບັນ,ການຫຼອນ​ໂຈມ​ຕີ​ຂອງ​ຜູ້ປະກອບ​ອາວຸດ​ປາ​ເລັສຕີນ​ໄດ້​ທຳລາຍ​ສິດ​​ແລະ​ຜົນປະ​ໂຫຍ​ດ​ແຫ່ງ​ຊາດ​ປາ​ເລັສຕີນ,ສະໜອງ​ຂໍ້​ອ້າງ​ແກ່​ອິສຣາ​ແອນ​ໂຈມ​ຕີ​ປາ​ເລັສຕີນ.

ມື້​ດຽວ​ກັນ,​ໂຄສົກ​ທຳນຽບປະທານາທິບໍດີ​ຝຣັ່ງ​ເວົ້າວ່າ,ທ່ານ​ຊີ​ຣັກ ປະທານາທິບໍດີ​ຝຣັ່ງໄດ້​ໂທລະສັບ​ໄປ​ຍັງ​ທ່ານ​ອັບ​ບາສ ປະທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,ກ່າວ​ລື້​ມວ່າ​ຝຣັ່ງສະໜັບສະໜູນຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກກາງ.​ໃນ​ເວລາ​ໂທລະສັບ,ທ່ານ​ຊີຣັກ​ເວົ້າວ່າ,ຝຣັ່ງຈະ​ຊ່ອຍ​ທ່ານ​ອັບ​ບາສສຳ​ເລັດ​ພາລະ​ກຳຂອງ​ທ່ານ​ຈົນ​ສຸດ​ຄວາມ​ສາມາດ,ຊຸກຍູ້​ປາ​ເລັສຕີນ​ອິສຣາ​ແອນ​ຟື້ນ​ຟູ​ການປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.