|
ທະນາຄານພັດທະນາອາຊີໃຫ້ຄຳໝັ້ນສັນຍາວ່າຈະໃຫ້ເງິນຊ່ອຍເຫຼືອ200ລ້ານໂດລາສະຫະລັດແກ່ສີລັງກາ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ16ມັງກອນ,ສື່ມວນຊົນສີລັງກາລາຍງານວ່າ,ວັນທີ15ມັງກອນ,ທ່ານຕາຕູຊີໂນ ຜູ້ອຳນວຍການທະນາຄານພັດທະນາອາຊີກ່າວວ່າ,ທະນາຄານພັດທະນາອາຊີໄດ້ຕົກລົງຈະສະໜອງເງິນຊ່ອຍເຫຼືອ200ລ້ານໂດລາສະຫະລັດໃຫ້ສີລັງກາ,ເພື່ອຊ່ອຍເຫຼືອສີລັງກາສ້າງສາຄືນໃໝ່ຫຼັງໄພທຳມະຊາດ.
ຕາມຂ່າວແຈ້ງວ່າ,ໃນ200ລ້ານໂດລາສະຫະລັດດັ່ງກ່າວ,ມີ100ຫາ150ລ້ານໂດລາສະຫະລັດແມ່ນເງິນຊ່ອຍເຫຼືອດ່ວນ,ສ່ວນຍັງເຫຼືອຈະຈັດວາງຕ່າງຫາກຈາກໂຄງການປະຈຸບັນ.
ນັບມາຮອດປະຈຸບັນ,ທະນາຄານພັດທະນາອາຊີໄດ້ຕົກລົງໃຫ້ເງິນຊ່ອຍເຫຼືອ675ລ້ານໂດລາສະຫະລັດແກ່ປະເທດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ.
|
|