ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-17 22:22:06    
ທ່ານ​ຊາ​ລົງ​ຈະ​ພົບ​ປະ​ກັບ​ທ່ານ​ອັບ​ບາສບໍ່

cri
CRI ລາຍ​ງານ​ວ່າ,ກ່ອນ​ແລະຫລັງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​​ເລັສຕີນ,ທ່ານ​ຊາ​ລົງ​ ນາຍົກລັດຖະມົນຕີອິສຣາ​ແອນ​ແລະ​ທ່ານ​ອັບບາສປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຕ່າງ​ເວົ້າວ່າ,ຍິນ​ດີ​ເຈລະຈາ​ກັບ​ຝ່າຍ​ກົງ​ກົນ​ຂ້າມ​ໃນ​​ໄວໆນີ້,ຕາມ​ຊາບ​ວ່າ,ປະຈຸ​ບັນ​ນີ້,​ເຈົ້າຫນ້າ​ທີ່​ທີ່ກ່ຽວຂ້ອງຂອງປາ​​ເລັສຕີນ​ແລະ​ອິສຣາ​ແອນພວມ​ພົບ​ພໍ້ດ້ານ​ວຽກ​ງານ,​ແລະ​ປະສານ​ງານຫລັກ​ຫມັ້ນຂອງ​ສອງ​ຝ່າຍ,​ເພື່ອລົບ​ລ້າງ​ອຸປະສັກ​ຂັດຂວາງ​ໃຫ້​ແກ່ການ​ເຈລະຈາ​ທີ່​ກຽມ​ຈັດ​ຂຶ້ນເທື່ອ​ນີ້,ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,ຖ້າວ່າການ​ເຈລະຈາ​ສອງ​ຝ່າຍ​ສາມາດ​ຈັດ​ຂຶ້ນ​ໄດ້​ໃນ​ທີ່​ສຸດ, ກໍຈະ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການຈັດຂະ​ບວນວິວັດ​ສັນຕິພາບ​ຄືນ​ໃຫມ່.

ເວົ້າສຳລັບ​ທ່ານ​ຊາ​ລົງ​ ນາຍົກລັດຖະມົນຕີອິສຣາ​ແອນ​ແລ້ວ,​ການເຈລະຈາ​ກັບ​ທ່ານ​ອັບ​ບາສ​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ຕອບ​ສະຫນອງ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ທີ່​ຊຸກ​ຍູ້​ສັນຕິພາບ​ແລະ​ປົກປັກ​ຮັກສາ​ພາບ​ພົດ​ສາກົນ​ຂອງ​ອິສຣາ​ແອນ.ທ່ານາອັບ​ບາສທີ່ຍຶດຫມັ້ນ​ແນວ​ຄຶດ​ສ້າງ​ປະ​ເທດ​ໂດຍ​ສັນ​ຕີ​ໄດ້​ຮັບ​ການ​ສະຫນັບ​ສະຫນູນ​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ.ພາຍຫລັງ​ທ່ານອັບບາດ​ຖືກ​ເລືອກ​ຕັ້ງເປັນ​ປະທານ​​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແລ້ວ,ທ່ານ​ບຸສ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​​ເຊື້ອ​ເຊີນ​​ທ່ານ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ,​ແລະ​ສະ​ແດງ​ວ່າຈະ​ສືບ​ຕໍ່ກຽມ​ສະຫນອງ​ການ​ຊ່ອຍ​ເຫຼືອດ້ານ​ເສດຖະກິດ​ກ້ອນ​ໃຫຍ່​​ແກ່​ປາ​ເລັສຕີນ,​ໃຕ້​ກໍລະນີ​ແນວ​ນີ້,ທ່ານ​ຊາ​ລົງ​ຕ້ອງ​​ໄປ​ຕາມ​ປ່ອງລ່ອງ​ຕາມ​​ແປວ,ສະ​ແດງ​ທ່າ​ທີທີ່​ມີ​ມິດຕະພາບ​ຕໍ່​ຊັ້ນນຳ​ຊຸດ​ໃຫມ່ຂອງ​ປາ​ເລັສຕີນ​ເຊິ່ງນຳ​ໂດຍ​ທ່ານ​ອັບ​ບາສ

ອີກ​ດ້ານ​ຫນຶ່ງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ປາ​ເລັສຕີນ​​ແລະ​ປະສານງານ​ປະຕິບັດ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ,​ເວົ້າສຳລັບ​ອິສຣາ​ແອນ​ແລ້ວ,ກໍ​ມີ​ຄວາມ​ຫມາຍ​ຕົວ​ຈິງທີ່​ສຳຄັນ,​ເພາະວ່າ,ຕໍ່​ແຜນການ​ການເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ທ່ານ​ຊາ​ລົງ,ພາຍ​ໃນ​ປະ​ເທດ​ອິສຣາ​ແອນ​ເປັນ​ຫ່ວງ​ເປັນ​ໃຍ​ໂດຍ​ຕະຫຼອດ,ກໍ​ຄື:​ພາຍຫລັງ​ອິສຣາ​ແອນ​ຖອນອອກ​ໄປ​ແລ້ວ,​ແຖບ​ກາຊາ​ຈະ​ກາຍ​ເປັນ​ແດນ​ສະຫວັນ​ຂອງ​ອິທິ​ກຳລັງ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕີນ​ແລະ​ຖານ​ທັບ​ຂອງ​ເຂົາ​ເພື່ອ​ສືບ​ຕໍ່​ກໍ່​ການ​ຫຼອນ​ໂຈມ​ຕີ​ພາຍ​ໃນ​ອິສຣາ​ແອນ​,​ແລະ​ຈະ​ສ້າງ​ໄພ​ຮ້າຍ​ທີ່​​ແຝງຊ້ອນ​ ​ສຳ​ຄັນ​ໃຫ້​​ແກ່ຄວາມ​ປອດ​ໄພ​​ໃນ​ອະນາຄົດ​ຂອງ​ອິສ​ຣາ​ແອນ,ຖ້າວ່າ​ພາຍຫລັງ​ທ່ານ​ ອັບ​ບາສທີ່​ຍຶດຫມັ້ນ​ການ​ເຈລະ​ຈາ​​ສັນຕິ​ພາບກຳ​ອຳນາດ​ແລ້ວ​ສາມາດ​ຄວບ​ຄຸມ​ອົງການ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕີນ​ຢ່າງ​ສຳ​ເລັດ​ຜົນ,​ແລະ​ສາມາດ​ປະຕິ​ຮູບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ແລ້ວ,ການ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ອິສຣາ​ແອນ; ພາຍ​ຫລັງ​ຖອນ​ອອກ​ຈາກ​ແຖບ​ກາ​ຊາ​ແລ້ວ​ກໍຈະ​ລົບ​ລ້າງ​​ໄດ້ໃນ​ສ່ວນ​ໃຫຍ່,​ເວົ້າສຳລັບ​ອິສຣາ​ແອນ​ແລ້ວ,ຖ້າວ່າ​ຝ່າຍ​ປາເລັສຕີນ​ສາມາດ​ແບກ​ຫາບ​ຫນ້າ​ທີ່​ຮັບຜິດຊອບ​ຄວາມ​ປອດ​ໄພ​ທີ່ສົມ​ຄູ່​ຢ່າງ​ມີ​ປະສິດທິ​ຜົນ,ທີ່​ຈິງ​ແລ້ວ​ແຜນການ​ຖອນທະຫານ​ສອງ​ຝ່າຍ​ທີ່ປະສານ​ງານ​ກັບ​ຝ່າຍ​ປາ​ເລັສຕີນ​ນັ້ນ​ຈະ​ສອດຄ່ອງ​ກັບຜົນ​ປະ​ໂຫຍດ​ຍິ່ງ​ຫຼາຍ​ກວ່າ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ,ນີ້​ກໍ​ແມ່ນ​ສາຍ​ເຫດ​ສຳ​ຄັນອັນຫນຶ່ງ​ທີ່​ເປັນ​ຫຍັງ​ທ່ານ​ຊາ​ລົງ​ເວົ້າຕັ້ງຫຼາຍ​ເທື່ອ​ຍິນ​ດີ​ຫາລື​ບັນຫາ​ຄວາມ​ປອດ​ໄພ​ກັບ​ທ່ານ​ອັບ​ບາສ

ນອກ​ນີ້,ທ່ານ​ຊາ​ລົງ​ຫວັງ​ໃຫ້​ເຈລະຈາ​ກັບ​ທ່ານ​ອັບ​ບາສນັ້ນ​​ຍັງ​ພິຈາລະຈາ​ເຖິງ​ການປັບປຸງ​ສະຫະພັນ​ກຳ​ອຳນາດ​ຂອງ​ທ່ານ​ໃຫ້​ຫມັ້ນຄົງ​ຕື່ມອີກ.

ການຈັດ​ການ​ເຈລະຈາ​ກັບ​ອິສຣາ​ແອນ​ຄືນ​ໃຫມ່​ແມ່ນ​ຫລັກ​ຫມັ້ນຂອງ​ຝ່າຍ​ປາ​ເລັສຕີນ​ໂດຍ​ຕະຫຼອດ,​ແຕ່​ວ່າ​ຕໍ່​ທ່າ​ທີ​ຂອງ​ທ່ານ​ຊາ​ລົງ​ທີ່​ສະ​ແດງ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ​ຍິນ​ດີ​ເຈລະຈາ​ກັບ​ທ່ານ​ອັບ​ບາສ​ນັ້ນ,​​ຝ່າຍ​ປາເລັສຕີນ​ພັດ​ມີ​ທ່າ​ທີ​ສະຫງວນ​ໄວ້,ທ່ານ​ຊາ​ລົງ​ເວົ້າຕັ້ງຫຼາຍ​ເທື່ອວ່າ:ການ​ເຈລະຈາ​ລະຫວ່າງ​ທ່ານ​ກັບ​ທ່ານ​ອັບ​ບາສ​ຕົ້ນຕໍ​ຈະ​ຫາລື​​ເລື່ອງ​ອົງການ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕີນ​ເຊົາ​ການຫຼອນ​ໂຈມ​ຕີ​ອິສຣາ​ແອນ​ດ້ວຍ​ກຳລັງ​ອາວຸດ,​​ແຕ່​ຝ່າຍ​ປາ​ເລັສຕີນ​ມີ​ເຈດ​ຈຳນົງ​ວ່າ​ນອກຈາກ​ບັນຫາ​ຄວາມ​ປອດ​ໄພ​ຍັງ​ຄວນ​ຫາລື​ຫົວຂໍ້​ການ​ເມືອງ​ອັນ​ກວ້າງຂວາງ​ກວ່າ​ເກົ່າ​ໂດຍ​ອີງ​ຕາມ​ການ​ກຳນົດ​ຂອງ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​,​ ຫວ່າງ​ມໍ່ໆ​ນີ້,ທ່ານ​ຄູ​ໄລ ນາຍົກ​ລັດຖະມົນຕີ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ເວົ້າວ່າ,ຝ່າຍ​ປາ​ເລັສຕີນ​ຫວັງ​​ໃຫ້ຈັດການ​ເຈລະຈາ​ທີ່​ມີ​ເນື້ອ​ໃນ​ທາດ​ແທ້​ແລະ​ໄດ້​ກຽມ​ຢ່າງ​ເຕັມ​ສ່ວນ​ກັບ​ອິສຣາ​ແອນ,ຫາກ​ບໍ່​ແມ່ນ​ການ​ພົບ​ປະ​ແບບ​ງ່າຍໆ,ທ່ານ​ຊາ​ອາສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ເລັສຕີນ​ເວົ້າຢ່າງ​ຈະ​ແຈ້ງວ່າໃນ​ສອງ​ສັບປະດາ​ມໍ່ໆ​ນີ້,​ໂອກາດ​ຈັດການ​ເຈລະຈາ​ລະຫວ່າງ​ທ່ານ​ອັບ​ບາສກັບ​ທ່ານຊາ​ລົງ​ນັ້ນ​ຍັງ​ບໍ່​ທັນ​ສຸກ​ງອມ​ເທື່ອ,ຄວາມ​ປາຖະຫນາ​ສັນຕິພາບ​ຂອງ​ອິສຣາ​​ແອນ​ຍັງ​ຕ້ອງການ​ທົດ​ສອບ​ດ້ວຍ​ພຶດຕິ​ກຳ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,​ເນື່ອງ​ຈາກ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ດ້ານ​ຫົວ​ຂໍ້ການ​ເຈລະຈາ​ເປັນຕົ້ນ,ການ​ເຈລະຈາ​ຈະ​ສາມາດ​ຈັດ​ຂຶ້ນ​ໃນ​ທີ່​ສຸດ​​ໄດ້ຫຼືບໍ່​,ຈະ​ໄດ້​ຮັບ​ຫມາກຜົນ​ຫຼາຍປານ​ໃດນັ້ນ,ຍັງ​ຕ້ອງ​ສັງ​ເກດ​ເບິ່ງ​ຕື່ມ​ອີກ.