ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-17 22:25:36    
ການ​ຄ້າ​ກັບ​ລາວ​ຂອງ​ແຂວງ​ຢຸນນານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ ​ມູນ​ຄ່າ​ການ​ຄ້າ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ​

cri
ຕາມ​ສະຖິຕິ​ດ່ານ​ພາສີ​ຄຸນ​ມິ​ງ,​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຕຸລາ​ປີ 2004,ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ກັບ​ລາວ​ຂອງ​ແຂວງ​ຢຸນນານ​ໄດ້​ມີ 27 ລ້ານ 3 ​ແສນ 2 ຫມື່ນ​ໂດ​ລາ​ສະຫະລັດ,ກວມ​ມູນ​ຄ່າ​ການ​ຄ້າ​ຈີນ​ລາວ 28,6%,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນຂອງ​ປີ 2003 89,5%.​ໃນ​ນັ້ນ,ຂາ​ເຂົ້າມີ 5 ລ້ານ 1 ​ແສນ 8 ​ຫມື່ນ​ໂດ​ລາ​ສະຫະ​ລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​​ໃນ​ປີ2003 34,2%;ຂາ​ອອກ​ມີ 22 ລ້ານ 1 ​ແສນ 4 ຫມື່ນ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2003 1,1 ​ເທົ່າ.

ການ​ຄ້າ​ກັບ​ລາວ​ຂອງ​ແຂວງ​ຢຸນນານ​ຍັງ​ຄົງ​ຖື​ການ​ຄ້າ​ມູນ​ຄ່າ​ຫນ້ອຍ​ຢູ່​ເຂດ​ຊາຍ​ແດນ​ເປັນຕົ້ນຕໍ,​ການ​ຮັບ​ເຫມົາ​ໂຄງການ​ຂອງ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ 55 ​ເທົ່າ.​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຕຸລາ​ປີ 2004,​ແຂວງ​ຢຸນນານ​ໄດ້ຂາ​ເຂົ້າຂາ​ອອກ​ຕໍ່​ລາວ​ດ້ວຍ​ແບບ​ວິທີ​ການ​ຄ້າ​ມູນ​ຄ່າ​ຫນ້ອຍ​ຢູ່​ເຂດ​ຊາຍ​ແດນ 12 ລ້ານ 6 ຫມື່ນ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2003  35,5%,ກວມ 44,1% ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ແຂວງ​ຢຸນນານ​ກັບ​ລາວ;ການ​ຄ້າ​ທຳ​ມະ​ດາ​ລະ​ຫວ່າງ​ແຂວງ​ຢຸນນານ​ກັບ​ລາວ​ມີ 5 ​ລ້ານ 5 ​ແສນ 8 ຫມື່ນ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ 18,5%.ສິ່ງ​ທີ່​ເປັນ​ຫນ້າ​ກ່າວ​ເຖິງ​ນັ້ນ​ແມ່ນ,ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ສອງ​ຝ່າຍ​ໃນ​ຫລາຍ​ປີ​ມາ​ນີ້​ໄດ້​ລົງ​ສູ່​ລວງ​ເລິກ​​ເລື້ອຍໆ,​ແບບ​ວິທີ​ການ​ຄ້າ​ກັບ​ລາວກໍ່​ໄດ້​ຫັນ​ເປັນ​ຫລາຍ​ຢ່າງ​ຫລາຍ​ແນວ​ເທື່ອ​ລະ​ກ້າວ,ປີ 2004,​ການ​ຄ້າ​ຂາ​ອອກ​ຂອງແຂວງ​ຢຸນນານ​ດ້ວຍ​ແບບ​ວິທີ​ຮັບ​ເຫມົາ​ໂຄງການ​ຢູ່​ຕ່າງປະ​ເທດ​ແລະ​ສົ່ງ​ອອກ​ເຄື່ອງ​ຂອງ​ໄດ້​ມີ 9 ລ້ານ 5 ​ແສນ 5 ຫມື່ນ​ໂດ​ລາ​ສະຫະລັດ​,​ເພີ່ມຂຶ້ນຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2003  55 ​ເທົ່າ,​ໄດ້ລື່ນ​ກາຍ​ມູນ​ຄ່າ​ການ​ຄ້າ​ຂອງ​ການ​ຄ້າ​ທຳ​ມະ​ດາ,​ການ​ຮັບ​ເຫມົາ​ໂຄງການ​ຢູ່​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ແບບ​ວິທີ​ການ​ຄ້າ​ຕົ້ນຕໍ​ຂອງ​ການ​ສົ່ງ​ອອກ​ຕໍ່​ລາວ​ຂອງ​ແຂວງ​ຢຸນນານ.

ຕາມ​ວິ​ເຄາະ​ວ່າ,ສິ່ງ​ທີ່​ແຂວງ​ຢຸນນານ​ນຳ​ເຂົ້າຈາກ​ລາວ​ນັ້ນ​ແມ່ນ​ຜະລິດ​ຕະພັນ​ຂັ້ນຕົ້ນ ຫມົດ,ຕົ້ນຕໍ​ແມ່ນ​ໄມ້​ທ່ອນ ອ້ອຍ​ແລະ​ຢາງພາລາ,ຜະລິດ​ຕະພັນ​ທີ່​ສົ່ງ​ອອກ​​ໃຫ້​ລາວ​ນັ້ນມີ 96,3% ​ແມ່ນ​ຜະລິດ​ຕະພັນ​ອຸດສາຫະກຳ​ທີ່ສຳ​ເລັດ​ຮູບ.ຄຽງຄູ່​ກັບ​ການກໍ່ສ້າງ​ທາງ​ຫລວງ​ຄຸນ​ມິ​ງ-ບາງ​ກອກ,ຄວາມ​ຕ້ອງການ​ເຄື່ອງ​ຈັກ​ອຸປະກອນ​ຂອງ​ລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ,​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຕຸລາ​ປີ 2004,​ເຄື່ອງ​ຈັກ​ແລະ​ອຸປະກອນ​ຂົນ​ສົ່ງ​ທີ່​ສົ່ງ​ອອກ​ໃຫ້​ລາວ​ມີ 9 ລ້ານ 8 ​ແສນ 3 ຫມື່ນ​ໂດ​ລາສະ​ຫະລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2003 1,1 ​ເທົ່າ,ກວມ​ມູນ​ຄ່າ​ສົ່ງອອກ​ໃຫ້​ລາວ 44,4%.ພາ​ໃຫ້​ມີ​ການ​ສົ່ງ​ອອກ​ເຫັຼກກ້າ 1 ລ້ານ 2 ​ແສນ 8 ຫມື່ນ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ2003 3 ​ເທົ່າ,ການສົ່ງ​ອອກ​ຊີມັງ​ກໍ່​ເພີ່ມ​ຂຶ້ນ 66,7%,ສົ່ງ​ອອກ​ເຄື່ອງ​ນຸ່ງ 2 ລ້ານ 3 ​ແສນ 6 ຫມື່ນ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ 1,2 ​ເທົ່າ,ຍັງ​ຄົງ​ແມ່ນ​ສິນຄ້າ​ໃຫຍ່​ອັນ​ດັບ​ສອງ​ທີ່​ແຂວງ​ຢຸນນານ​ສົ່ງ​ອອກ​ໃຫ້​ລາວ.

ຕາມ​ສະຖິຕິ,​​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຕຸລາ​ປີ 2004,ມູນ​ຄ່າ​ການ​ຄ້າ​ກັບ​ລາວ​ຂອງ​ທົ່ວ​ປະ​ເທດ​ຈີນ​ທີ່​ຜ່ານ​ດ່ານ​ແຂວງ​ຢຸນນານ​ມີ 63 ລ້ານ 3 ​ແສນ 2 ຫມື່ນ​ໂດ​ລາ​ສະຫະລັດ;​ໃນ​ນັ້ນ,​ມູນ​ຄ່າ​ການ​ຄ້າ​ຜ່ານ​ດ່ານບໍ່​ຫານ​ມີ 63 ລ້ານ 6 ຫມື່ນ​ໂດ​ລາ​ສະຫະລັດ,ກວມ 66,1% ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ລາວ.