ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 10:37:16    
ຊາວ​ອີຣັກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່ອາ​ໄສ​ຢູ່​ເຢຍ​ລະ​ມັນ​ເລີ່ມ​ຈົດ​ທະ​ບຽນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ17​ມັງກອນ,ຢູ່​​ແບກ​ແລັງ,ອົງການ​ຊາວ​ຍົກຍ້າຍ​ສາກົນ​ທີ່​ຮັບຜິດຊອບ​ການຈັດ​ຕັ້ງ​ຊາວ​ອີຣັກທີ່​ອາ​ໄສຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກນັ້ນ​ໄດ້​ປະກາດ​ວ່າ,ວຽກ​ງານ​ຈົດ​ທະບຽນ​ຊາວ​ອີຣັກຜູ້ມີ​ສິດ​ເລືອກ​ຕັ້ງ​ທີ່​ອາ​ໄສຢູ່​ເຢຍລະ​ມັນ​ໄດ້​ເລີ່​ມຕົ້ນ​ແລ້ວ​ໃນ​ວັນ​ທີ17​ມັງກອນ.

ອົງການ​ຊາວ​ຍົກຍ້າຍ​ສາກົນ​ຄາດ​ຄະ​ເນ​ວ່າ,ຢູ່​ແບກ​ແລັງ​ມີ​ຊາວ​ອີຣັກປະມານ1​ໝື່ນ2​ພັນ​ຄົນ,ທົ່ວ​ປ​ະ​ເທດ​ເຢຍລະ​ມັນ​ມີ​ພົນລະ​ເມືອງ​ອີຣັກປະມານ8​ໝື່ນ​ຄົນ.

ເພື່ອ​ຊ່ອຍ​ເຫຼືອ​ພົນລະ​ເມືອງ​ອີຣັກທີ່​ອາ​ໄສຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ30​ມັງກອນ,ອົງການ​ຊາວ​ຍົກຍ້າຍ​ສາກົນ​ໄດ້​ຕັ້ງ​ຫ້ອງການ​ເລືອກ​ຕັ້ງ​ທີ່​ຮັບຜິດຊອບ​ການ​ຈົດ​ທະບຽນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ການ​ປ່ອນ​ບັດ​ປະມານ150​ແຫ່ງ​ຢູ່14​ປະ​ເທດ.ຕາມ​ອົງການ​ດັ່ງກ່າວ​ຄາດ​ຄະ​ເນ​ວ່າ,ມີພົນລະ​ເມືອງ​ອີຣັກປະມານ1​ລ້ານ2​ແສນ​ຄົນ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ.