ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 11:07:57    
ອົງ​ການ​ອະ​ນາ​ໄມ​ໂລກ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ຢ່າງ​ສືບ​ເນື່ອງ​ແກ່​ປະ​ເທດ​ປະ​ສົບ​ໄພ​ຈາກ​​ຄື້ນ​ທະ​ເລ​ຊູ​ນາ​ມີ

cri Author: q
ຕາມ​ຂ່າວCRI,ວັນ​ທີ17​ມັງກອນ,ຢູ່​​ເຊີ​ແນວ,ອົງການ​ອະນາ​ໄມ​ໂລກ​ໄດ້​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສະໜອງ​ການ​ຊ່ອຍ​ເຫຼືອ​ຢ່າງ​​ສືບ​ເນື່ອງ​​​ໃຫ້​ປະ​ເທດ​ປະສົບ​ໄພຈາກ​​ແຜ່ນດິນ​ໄຫວ​ແລະຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.

ໃນ​ປະກາດ​ແຈ້ງ​ການ​ສະບັບ​ໜຶ່ງ​ທີ່​ປະກາດ​​ເມື່ອ​ວັນ​ທີ17​ມັງກອນ,ທ່ານ​ລີ​ຈົງ​ວົກ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ ​ຊີ້​ອອກ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ຄ່ອຍໆ​ປ່ຽນ​ການ​ຊ່ອຍ​ເຫຼືອ​ດ່ວນ​ໃນ​ປະຈຸ​ບັນ​ໃຫ້​ເປັນ​ການ​ສະໜັບສະໜູນ​ຢ່າງ​ສືບ​ເນື່ອງ​ຕໍ່​ການ​ຟື້ນ​ຟູ​ແລະ​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ປະ​ເທດ​ປະສົບ​ໄພ.​ເພາະວ່າ​ບົດຮຽນ​ໃນ​ເມື່ອ​ກ່ອນ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ພາຍ​ຫຼັງ​ໄພ​ພິ​ບັດ​ສີ້ນ​ສຸດ​ລົງ​ແລ້ວ,ອັດຕາການ​ເປັນ​ພະຍາດ​ແລະ​ອັດຕາການ​ຕາຍ​ຂອງ​ປະຊາຊົນທີ່​ປະ​ສົບ​ໄພ​ຈະ​ຢູ່​ໃນ​ລະ​ດັບ​ສູງ​​ເປັນ​ເວລາຍາວ​ນານ.

ວັນ​ທີ17​ມັງກອນ, ກອງ​ປະຊຸມ​ຄັ້ງ​ທີ115​ຂອງ​ຄະນະບໍລິຫານ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ເປັນ​ເວລາ1​ອາທິດນັ້ນ​ໄດ້​ອັດ​ລົງ​ແລ້ວ.ຫົວ​ຂໍ້​ສຳຄັນ​ອັນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ແມ່ນ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ທີ່​ຄ້າຍ​ຄື​ກັບ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ.