ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 11:24:57    
ອົງການ​ຫົວ​ຈັດ​ປາ​ເລັສຕີນ​ປະຕິ​ເສດ​ຢຸດ​ຕິ​ການຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສຣາ​ແອນ

cri Author: zl
ຕາມ​ຂ່າວCRI:ວັນ​ທີ 17 ມັງກອນ,ຂະ​ບວນ​ອິສລາມ​ປາ​ເລັສຕີນຕໍ່ຕ້ານ ​ແນວ​ໂຮມປະຊາຊົນປົດ​ປ່ອຍ​ປາ​ເລັສຕີນ ​ແລະກອງ​ພົນ​ນ້ອຍ​ຜູ້​ເສຍສະຫຼະ​ອາ​ອັກ​ຊາ ອົງການ​ການ​ທະຫານສັງກັດອານ​ຟາຕາ​ຕ່າງ​​ໄດ້​​ໃຫ້​ສຳພາດ​ຫຼື​ອອກຖະ​ແຫຼ​ງການ,ປະຕິ​ເສດ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ອັບ​ບາສ ປະທານ​ອົງ​ນາດ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່ຽວ​ກັບ​ການຢຸດ​ຕິ​ການຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສຣາ​ແອນດ້ວຍ​ກຳລັງ​ອາວຸດ.

ຕາມ​ເຜີຍ​ໃຫ້​ຮູ້​ວ່າ,ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໄດ້​ວາງແຜນການ​ແລະ​ມາດ​ຕະການ​ຊຳລະ​ບັນຫາ​ຄວາມ​ປອດ​ໄພ​ພາຍ​ໃນ,​ແລະ​ຈະ​ຮັກສາ​ການ​ສົນທະນາ​ກັນ​ກັບ​ບັນດາ​ຝ່າຍ​ປະກອບ​ອາວຸດ,ຫວັງ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າຮ່ວມ​ກອງຮັກສາ​ຄວາ​ມປອດ​ໄພ​ປາ​ເລັສຕີນ.​ເພື່ອ​ເລື່ອງ​ນີ້,ທ່ານ​ອັບ​ບາສຈະ​ເດີນທາງ​ໄປ​ແຖບ​ກາຊາ​ໃນ​ວັນ​ທີ 19 ມັງກອນ,ຫາລຶກັນ​ກັບ​ຜູ້​ແທນ​ບັນດາ​ຝ່າຍ​ກ່ຽວ​ກັບການ​ຊຳລະ​ຄວາມ​ປອດ​ໄພ​ພາຍ​ໃນ​ປາ​ເລັສຕີນ​ແນວ​ໃດ​ແລະ​ບັນລຸ​ການ​ຢຸດຍິງ​ກັບ​ອິສຣາ​ແອນ​ເປັນຕົ້ນ.

​ໂດຍ​ແນ​​ໃສ່​ມາດ​ຕະການ​ຂອງ​ຝ່າຍ​ປາ​ເລັສຕີນ,ວັນ​ທີ 17 ມັງກອນ,ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ເວົ້າວ່າ,ອິສຣາ​ແອນ​ຈະຢຸດຕິ​ການ​ເຄື່ອນ​ໄຫວ​ທາງການ​ທະຫານ​ຂະໜາດ​ໃຫຍ່​ຕໍ່ປາ​ເລັສຕີນ.​ແຕ່​​ກ່າວ​ເນັ້ນວ່າ,ຖ້າຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຍັງ​ຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສຣາ​ແອນຄື​ເກົ່າ​ແລ້ວ,ທະຫານ​ອິສຣາ​ແອນ​ກໍ​ຈະ​ເປີດ​ການໂຈມ​ຕີທາງ​ການ​ທະຫານ​ແບບແກ້​ແຄ້ນ.